Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຢາກໃຫ້ລູກສູງພໍ່ແມ່ຕ້ອງເຮັດແນວໃດ? 🥛🥩🥚

Posted on 12/09/202114/09/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on ຢາກໃຫ້ລູກສູງພໍ່ແມ່ຕ້ອງເຮັດແນວໃດ? 🥛🥩🥚

ເລົ່າເລື່ອງສຸຂະພາບປະຈຳວັນ

#ຢາກໃຫ້ລູກສູງພໍ່ແມ່ຕ້ອງເຮັດແນວໃດ? 🥛🥩🥚

.ຄວາມສູງຖືວ່າເປັນແຕ້ມຕໍ່ຂອງການດຳເນີນຊີວິດ ຍິ່ງສູງ ຍິ່ງມີໂອກາດທີ່ຫຼາກຫຼາຍກວ່າ ໂດຍສະເພາະການຊອກຫາຫຼືເຮັດວຽກຕ່າງໆ ໃນອະນາຄົດ ພໍ່ແມ່ສະໄໝນີ້ຈີ່ງຫັນມາໃສ່ໃຈໃນເລື່ອງຂອງຄວາມສູງເປັນພິເສດ.ວັນນີ້ເຮົາມີຂໍ້ແນະນຳທີ່ຄວນນຳໄປປະຕິບັດໃຫ້ລູກສູງມາຝາກ ຈະມີລາຍລະອຽດຄືແນວໃດມາເບີ່ງກັນເລີຍ

😍 ປັດໄຈທີ່ເຮັດໃຫ້ສູງ 😍.ກິນໂປຕີນທີ່ມີຄຸນນະພາບ 🥛🥚ໂປຕີນ ຄືສານອາຫານທີ່ມີຜົນຕໍ່ການຈະເລີນເຕີບໃຫຍ່ທີ່ສຸດຂອງຮ່າງກາຍ ໂປຕີນທີ່ມີຄຸນນະພາບສົ່ງຜົນໃຫ້ເດັກເຕີບໃຫຍ່ຢ່າງສົມດຸນ ແຫຼ່ງໂປຕີນທີ່ສາມາດຫາກິນໄດ້ແມ່ນບໍ່ຍາກໃນຊີວິດປະຈຳວັນທີ່ເຮົາຢາກຈະແນະນຳໄດ້ແກ່ ນົມເຫຼືອງຈາກງົວ, ຊີ້ນແດງ, ໄຂ່ໄກ່, ນົມສົດ ແລະ ຊີ້ນປາ.ຫຼີກລ່ຽງກິນຂອງຫວານ 🍦🍫ທາດນໍ້າຕານເປັນໂຕຂັດຂວາງຄວາມສູງທີ່ທຸກຄົນຕ້ອງຫຼີກລ່ຽງໃຫ້ດີ ການດື່ມນໍ້າຕານຫຼາຍຈົນເກີນໄປຈະເຮັດໃຫ້ສົ່ງຜົນກະທົບເຖິງການຜະລິດຮໍໂມນແອັສໂຕແຊນມາໄວກວ່າທີ່ຄວນຈະເປັນ ເຮັດໃຫ້ການເຕີບໃຫຍ່ຮ່າງກາຍໂດຍລວມເຖິງຄວາມສູງຂອງເດັກຍິງຊ້າລົງ ແລະ ບໍ່ສູງເທົ່າທີ່ຄວນ ຫຼື ເທົ່າທີ່ກຳມະພັນຈະສູງໄດ້.ອາຫານທີ່ຄວນຈຳກັດການຮັບປະທານ ໄດ້ແດ່ ນົມສົ້ມພ້ອມດື່ມ, ນໍ້າຫວານຕ່າງໆ ແລະ ໄອສະຄີມ.ພັກຜ່ອນໃຫ້ພຽງພໍ 😴🌙ການພັກຜ່ອນມີສ່ວນສຳຄັນຫຼາຍຕໍ່ຄວາມສູງ ເພາະຮໍໂມນຊ່ວຍການຈະເລີນເຕີບໃຫຍ່ຂອງຮ່າງກາຍ ຫຼື Growth Hormone ຈະຖືກຜະລິດອອກມາໃນເວລາທີ່ເຮົາຫຼັບແຈບດີເທົ່ານັ້ນ, ການນອນຢ່າງຕໍ່ເນື່ອງເປັນເວລາຄືນາລະ 7-8 ຊົ່ວໂມງ ຈະເຮັດໃຫ້ຮໍໂມນຊ່ວຍການຈະເລີນເຕີບໃຫຍ່ຂອງຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບສູງ ສົ່ງຜົນຕໍ່ລວງສູງຮ່າງກາຍໂດຍກົງ.ການອອກກຳລັງກາຍຢ່າງສະໝໍ່າສະເໝີ ⛹️‍♂️🏊‍♀️ຮ່າງກາຍຂອງຄົນເຮົາລ້ວນແຕ່ບໍ່ຄືກັນ ແຕ່ເຮົາສາມາດພັດທະນາປະສິດທິພາບໄດ້ ການອອກກຳລັງກາຍເຮັດໃຫ້ຮ່າງກາຍເຮົາແຂງແຮງ ເພີ່ມຄວາມຢືດຢຸ່ນໃຫ້ກັບກ້າມເນື້ອ ເຮັດໃຫ້ຮ່າງກາຍຈະເລີນເຕີບໂຕໄດ້ດີ ກິລາຈະຊ່ວຍເພີ່ມຄວາມສູງໂດຍກົງໄດ້ແກ່ການລອຍນໍ້າ, ຫຼີ້ນໂຢຄະ, ເຕັ້ນເຊືອກ ແລະ ຈ່ອງຮາວ.ກຳມະພັນກໍ່ມີສ່ວນ 👩👨ແມ່ນວ່າປັດໄຈອື່ນໆ ທີ່ໄດ້ເລົ່າມາຂ້າງເທິງຈະມີຜົນຕໍ່ຄວາມສູງຂອງເຮົາ ແຕ່ສ່ວນໜຶ່ງກໍ່ເປັນເພາະກຳມະພັນ ເຮົາມາເບີ່ງສູດຄິດໄລ່ຄວາມສູງຂອງລູກໂດຍສະເລ່ຍຈາກຄວາມສູງຂອງພໍ່ແມ່.ເພດຊາຍ = (ຄວາມສູງຂອງພໍ່ + ແມ່+ 13) ÷ 2ເພດຍິງ = (ຄວາມສູງພໍ່ + ແມ່ – 13) ÷ 2ເມື່ອໄດ້ຄຳນວນມາແລ້ວໃຫ້ເອົາຜົນທີ່ໄດ້ມາ + ແລະ -10 ຊັງຕີີແມັດ ກໍ່ຈະໄດ້ຊ່ວງຂອງຄວາມສູງທີ່ຄາດຄະເນຂອງລູກໄດ້

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ຮັກສຸຂະພາບ

Post navigation

Previous Post: ຮັກລູກຕ້ອງສອນລູກໃຫ້ຖືກວິທີເພື່ອດູແລຕົນເອງໄດ້
Next Post: #ນົມສົ້ມສຸດຍອດຕົວຊ່ວຍອາການຖ່າຍຍາກຂອງລູກນ້ອຍ

Related Posts

“ ປະໂຫຍດລໍ້າຄ່າຈາກນົມແມ່?” ຮັກສຸຂະພາບ
ຢາກນອນຫຼັບດີຄວນເຮັດແນວໃດ ? ຮັກສຸຂະພາບ
“ພູມຕ້ານທານຮ່າງກາຍແມ່ນຫຍັງ?” ຮັກສຸຂະພາບ
ໃຜເຄີຍສົ່ງໃສວ່າ”ພູມຕ້ານທານຮ່າງກາຍແມ່ນ”ຫຍັງ?” ຮັກສຸຂະພາບ
“ ກຽມພ້ອມຮັບມືກັບອາການແພ້ທ້ອງຖືພາ?” ຮັກສຸຂະພາບ
ຮັກລູກຕ້ອງສອນລູກໃຫ້ຖືກວິທີເພື່ອດູແລຕົນເອງໄດ້ ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme