ເມື່ອລູກບໍ່ສະບາຍມີອາການໄອທີ່ເປັນປະຕິກິລິຍາຂອງຮ່າງກາຍຕອບສະໜອງຕໍ່ສິ່ງກະຕຸ້ນລະບົບທາງເດີນຫາຍໃຈເກີດການກະທົບກະເທືອນ ຢາບັນເທົາອາການໄອສຳລັບເດັກ ຈິ່ງເປັນຕົວເລືອກທີ່ຊ່ວຍບັນເທົາອາການໄອຂອງລູກນ້ອຍໃຫ້ດີຂື້ນ ພໍ່ແມ່ຄວນຮູ້ວິທີເລືອກຢາແກ້ໄອເດັກທີ່ເໝາະສົມ ແລະ ປອດໄພກັບລູກເຮົາຄືດັ່ງລຸ່ມນີ້:

- ເລືອກຢາບັນເທົາອາການໄອສຳລັບເດັກໃຫ້ກົງກັບສາຍເຫດຂອງອາການ
ອາການໄອແບ່ງອອກເປັນ 2 ແບບ ຄື ໄອມີຂີ້ກະເທີ່ ແລະ ໄອບໍ່ມີຂີ້ກະເທີ່ ຫຼື ເອີ້ນວ່າໄອແຫ້ງ ໃຫ້ພໍ່ແມ່ສັງເກດເບີ່ງວ່າລູກໄອແບບໃດເພື່ອຈະເລືອກຊະນິດຂອງຢາ ໃຫ້ລູກໄດ້ກົງກັບອາການໄອ ແລະ ຊະນິດຂອງຢາແບ່ງອອກເປັນ 3 ກຸ່ມດັ່ງນີ້:
- ຢາບັນເທົາອາການໄອ ແບບບໍ່ມີຂີ້ກະເທີ່ ຫຼື ໄອແຫ້ງ: ເໝາະກັບການໃຊ້ໃນກໍລະນີໄອບໍ່ມີຂີ້ກະເທີ່ ສຳລັບເດັກອາຍຸຕໍ່າກວ່າ 4 ປີບໍ່ຄວນໃຊ້ຢາບັນເທົາອາການໄອຊະນິດນີ້ເນື່ອງຈາກເມື່ອໃຊ້ຕິດຕໍ່ກັນໄລຍະຍາວມີໂອກາດເສບຕິດ ແລະ ຫາກໃຊ້ເກີນປະລິມານທີ່ກຳນົດ ລິດຂອງຢາໄປຢຸດການຫາຍໃຈອາດສົ່ງຜົນກໍ່ໃຫ້ເກີດເສຍຊີວິດໄດ້.
- ຢາແກ້ໄອລະລາຍຂີ້ກະເທີ່: ຊ່ວຍລະລາຍຂີ້ກະເທີ່ທີ່ຂຸ້ນໜຽວໃຫ້ສາມາດໄອຂັບຂີ້ກະເທີ່ອອກມາໄດ້ງ່າຍ ຢາຊະນິດນີ້ອາດມີຜົນຂ້າງຄຽງ ແຕ່ຖືວ່າໜ້ອຍກວ່າຊະນິດອື່ນ. ຢາລະລາຍຂີ້ກະເທີ່ເປັນຢາບັນເທົາອາການໄອສຳລັບເດັກທີ່ມີຜົນຂ້າງຄຽງໜ້ອຍ ແລະ ປອດໄພສົມຄວນ ເຊັ່ນ: ຢາຄາໂບຊີສເຕອີນ, ຢາລະລາຍຂີ້ກະເທີ່ມີປະສິດທິພາບໃນການລະລາຍຂີ້ກະເທີ່ໄດ້ດີ ສາມາດໃຊ້ໄດ້ທັງເດັກ ຜູ້ໃຫຍ່ ແລະ ຜູ້ສູງອາຍຸ.
- ຢາຂັບຂີ້ກະເທີ່: ຢາຊະນິດນີ້ເປັນຢາບັນເທົາອາການໄອທີ່ນິຍົມໃຊ້ກັນ ຊ່ວຍກະຕຸ້ນສ້າງສານຫຼັ່ງທີ່ມີນໍ້າເປັນສ່ວນປະສົມເຮັດໃຫ້ຂີ້ກະເທີ່ຫຼຸດຄວາມໜຽວລົງ ຈົນເຮັດໃຫ້ໄອເພື່ອຂັບຂີ້ກະເທີ່ອອກມາໄດ້ງ່າຍ ແຕ່ຢານີ້ອາດມີຜົນຂ້າງຄຽງໄດ້ເຊັ່ນ: ບໍ່ສະບາຍທ້ອງ, ປວດຮາກ, ຮາກ.
2. ເລືອກຢາບັນເທົາອາການໄອທີ່ບໍ່ມີນໍ້າຕານ ແລະ ສ່ວນປະສົມທາດເຫຼົ້າ.
ຢາບັນເທົາອາການໄອຫຼາຍຍີ່ຫໍ້ຈະບໍ່ມີທາດເຫຼົ້າປະສົມຢູ່ແລ້ວ ແຕ່ສຳລັບຢາບາງໂຕທີ່ບໍ່ສາມາດລະລາຍໃນນໍ້າໄດ້ອາດຈຳເປັນຕ້ອງໃສ່ທາດເຫຼົ້າໃນປະລິມານທີ່ເໝາະສົມເພື່ອປະສົມຢາ ຢ່າງໃດກໍ່ຕາມຜູ້ປົກຄອງຄວນສັງເກດແລະ ອ່ານສະຫຼາກໃຫ້ລະອຽດກ່ອນຊື້ຢາທຸກຄັ້ງ.
3. ຄວນເລືອກຢາບັນເທົາອາການໄອທີ່ບໍ່ມີສ່ວນປະກອບຂອງນໍ້າຕານ ຊ່ວຍປ້ອງກັນແຂ້ວແມງ ແລະ ບໍ່ເຮັດໃຫ້ລູກຮັບປະລິມານນໍ້າຕານໃນແຕ່ລະວັນຫຼາຍເກີນໄປ.
ກ່ອນເລືອກຢາບັນເທົາອາການໄອ ລະວັງຢາອັນຕະລາຍ
ຢາແກ້ໄອບາງຊະນິດ ອາດມີສ່ວນປະສົມຂອງຢາອັນຕະລາຍທີ່ບໍ່ຄວນໃຫ້ເດັກໃຊ້ ເຊັ່ນ: Acetylcysteine ຕ້ອງລະວັງກັບເດັກທີ່ເປັນຫອບຫືດ ຫຼື ຢາທີ່ມີລິດລະງັບອາການໄອ ເຊັ່ນ: Dextromethorphan ອາດກໍ່ໃຫ້ເກີດອາການຜົນຂ້າງຄຽງ ແລະ ເປັນອັນຕະລາຍຕໍ່ລູກໄດ້.
4. ເລືອກຢາທີ່ມີຣົດໝາກໄມ້ ຢາບັນເທົາອາການໄອແບບນໍ້າເຊື່ອມ ຣົດມາກໄມ້ຕ່າງໆ ຈະຊ່ວຍໃຫ້ເດັກກິນງ່າຍຂື້ນ ເຊັ່ນ: ສະຕໍເບີຣີ້, ອະງຸ່ນ ແລະ ໝາກໄມ້ລວມ.
5. ປຶກສາທ່ານໝໍ ຫຼື ເພສັຊະກອນກ່ອນເລືອກຢາບັນເທົາອາການໄອສຳລັບເດັກ
ກ່ອນໃຊ້ຢາບັນເທົາອາການໄອຄວນປຶກສາທ່ານໝໍ ຫຼື ເພສັຊະກອນກ່ອນສະເໝີ ເພື່ອຄວາມເໝາະສົມແລະປອດໄພໃນການໃຊ້ຫຼາຍທີ່ສຸດ ເຊິ່ງປົກກະຕິແລ້ວການກິນຢາທຸກຊະນິດສຳລັບເດັກຕ້ອງໄດ້ຄິດໄລ່ປະລິມານການໃຊ້ຕາມນໍ້າໜັກໂຕ ເພື່ອຄິດໄລ່ປະລິມານໃຫ້ເໝາະສົມໃນການໃຊ້ ສະນັ້ນພໍ່ແມ່ຄວນຮູ້ຈັກນໍ້າໜັກໂຕຂອງລູກໃຫ້ຊັດເຈນ ແລະ ແຈ້ງກ່ອນຊື້ຢາທຸກຄັ້ງເພື່ອຄວາມປອດໄພ.
- ຂໍ້ສຳຄັນທີ່ຄວນລະວັງສຳລັບຢາບັນເທົາອາການໄອສຳລັບເດັກ ຄື ເດັກອາຍຸຕໍ່າກວ່າ 2 ປີ ບໍ່ຄວນໃຊ້ຢາບັນເທົາອາການໄອ ເນື່ອງຈາກ ກົມອາຫານແລະຢາຂອງສະຫະລັດອາເມລິກາ (FDA) ໄດ້ແນະນຳຢ່າງຊັດເຈນວ່າ ບໍ່ແນະນຳໃຫ້ໃຊ້ຢາເພື່ອບັນເທົາອາການໄອກັບເດັກອາຍຸຕໍ່າກວ່າ 2 ປີ. ດັ່ງນັ້ນ ຫາກລູກຍັງນ້ອຍຢູ່ຄວນໄປພົບທ່ານໝໍເພື່ອຫາວິທີປິ່ນປົວອາການໄອດ້ວຍວິທີອື່ນໃຫ້ເໝາະສົມ
ນອກຈາກການກິນຢາແລ້ວ ຢ່າລືມດື່ມນໍ້າອຸ່ນຫຼາຍໆ ຄວບຄູ່ກັນ ລວມເຖິງຫຼີກລ່ຽງອາການປະເພດທອດ ແລະ ໄຂມັນຕ່າງໆ ເທົ່ານີ້ກໍ່ຈະຊ່ວຍໃຫ້ລູກຫາຍໃຈໄດ້ສະດວກ ເສີມພູມຕ້ານທານໃຫ້ລູກດ້ວຍອາຫານທີ່ມີປະໂຫຍດ
ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ