Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

“ ໂກສຮໍໂມນ (GROWTH HORMONE) ແມ່ນຫຍັງ ກ່ຽວຫຍັງກັບເລື່ອງຄວາມສູງ?”

Posted on 21/06/202121/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on “ ໂກສຮໍໂມນ (GROWTH HORMONE) ແມ່ນຫຍັງ ກ່ຽວຫຍັງກັບເລື່ອງຄວາມສູງ?”

#ເລົ່າເລື່ອງສຸຂະພາບປະຈຳວັນ:

ໂກສຮໍໂມນ (GROWTH HORMONE) ເປັນຮໍໂມນສຳຄັນ ທີ່ເຮັດໃຫ້ຮ່າງກາຍຈະເລີນເຕີບໂຕໃນຊ່ວງເດັກແລະໄວລຸ້ນ ເຊິ່ງຖືກສ້າງມາຈາກຕ່ອມໃຕ້ສະໝອງສ່ວນໜ້າ ນອກຈາກນີ້ຍັງຊ່ວຍເພີ່່ມຂະໜາດແລະປະລິມານຂອງສະໝອງ ຜິວພັນ ຜົມ ກ້າມເນື້ອ ກະດູກ ແລະ ອະໄວຍະວະພາຍໃນ ຖ້າຮ່າງກາຍຂາດ ໂກສຮໍໂມນ ຈະເຮັດໃຫ້ເດັກເຕ້ຍຂອດ ສ່ວນໃນຜູ້ໃຫຍ່ຮໍໂມນນີ້ມີສ່ວນຊ່ວຍຢ່າງຫຼາຍໃນການຄົງສະພາບປະລິມານແລະ ຄວາມເຕັ່ງຕຶງຂອງຜິວໜັງ ກ້າມເນື້ອ ແລະ ກະດູກ. ໂດຍລະດັບຂອງໂກສຮໍໂມນສູງສຸດໃນເລືອດ ຈະຢູ່ໃນຊ່ວງ 3-4 ຊົ່ວໂມງທຳອິດຂອງການນອນຫຼັບຕອນກາງຄືນ ເຊີ່ງຖ້າເດັກນອນບໍ່ຫຼັບ ຫຼື ອຶດນອນກໍ່ຈະບໍ່ມີຮໍໂມນນີ້ຜະລິດອອກມາ

ຮໍໂມນນີ້ຈະຜະລິດອອກມາຫຼາຍໃນຊ່ວງໄວລຸ້ນ ຄືປະລິມານມື້ລະ 1,500 ໄມໂຄກຣາມ ແລະ ຈະຫຼຸດລົງເຫຼືອ 350 ໄມໂຄກຣາມຕໍ່ມື້ ເມື່ອອາຍຸໄດ້ 25 ປີ ເຊີ່ງມີການຈະເລີນເຕີບໂຕເຕັມທີ່ແລ້ວ ສ່ວນໃນຜູ້ຊາຍຈ່ອຍທີ່ມີອາຍຸ 40 ປີ ການຜະລິດຮໍໍໂມນນີ້ຈະເຫຼືອແຕ່ 200 ໄມໂຄກຣາມຕໍ່ວັນ, ແລະ ຍິ່ງໃນຜູ້ຊາຍຕຸ້ຍ ການຜະລິດຮໍໂມນນີ້ຈະເຫຼືອແຕ່ 80 ໄມໂຄກຣາມ ເທົ່ານັ້ນ

ໂກສຮໍໂມນ ບໍ່ໄດ້ມີຜົນສະເພາະການຈະເລີນເຕີບໂຕພຽງຢ່າງດຽວ ແຕ່ຍັງສົ່ງຜົນຕໍ່ການເຮັດວຽກ ແລະ ການເຜົາຜານພະລັງງານໃນຮ່າງກາຍ ແລະ ເສີມສ້າງການເຮັດວຽກຂອງກະດູກແລະກ້າມເນື້ອ ໃນເດັກທີ່ອາຍຸຍັງບໍ່ຮອດ 20 ປີ ຈະພົບວ່າຮໍໂມນກຸ່ມນີ້ໃນລະດັບສູງ ແຕ່ເມື່ອເປັນຜູ້ໃຫຍ່ແລ້ວລະດັບຂອງຮໍໂມນດັ່ງກ່າວຈະຄ່ອຍໆຫຼຸດລົງ ເພາະບໍ່ຕ້ອງການການຈະເລີນເຕີບໂຕແລ້ວ ແຕ່ຍັງຈະໄປຊ່ວຍການເຜົາຜານໄຂມັນ ແລະ ທາດນໍ້າຕານແທນ.

ວິທີການທີ່ຈະຊ່ວຍໃຫ້ເດັກມີການຜະລິດຮໍໂມນເປັນປົກກະຕິ ກໍ່ຄືຕ້ອງສົ່ງເສີມໃຫ້ເດັກມີການອອກກຳລັງກາຍຢ່າງສະໝໍ່າສະເໝີ ເຊີ່ງການອອກກຳລັງກາຍທີ່ຊ່ວຍກະຕຸ້ນຄວາມສູງຄື ການອອກກຳລັງກາຍທີ່ມີການລົງນໍ້າໜັກທີ່ຂາ ບໍ່ວ່າຈະເປັນການເຕັ້ນເຊືອກ ຫຼີ້ນບານບ້ວງ ຕີບານ ແລ່ນ ເຕະບານ ຕີແບັດ ແລະ ເຕັ້ນແອໂລບິດ, ໂດຍການອອກກຳລັງກາຍປະເພດນີ້ ຈະມີການສົ່ງແຮງກະຕຸ້ນໄປທີ່ Platelet-Derived Growth factor ເຊີ່ງຈະມີຢູ່ປາຍກະດູກ ແຕ່ລະທ່ອນ ຈິ່ງຊ່ວຍເຮັດໃຫ້ໃນຊ່ວງທີ່ຮ່າງກາຍຢູ່ໃນຊ່ວງການຈະເລີນເຕີບໂຕຢູ່ນີ້ສູງຂື້ນໄດ້ໄວກວ່າປົກກະຕິ ແລະ ການອອກກຳລັງກາຍຍັງຊ່ວຍໃຫ້ ໂກສຮໍໂມນຜະລິດອອກມາໄດ້ອີກດ້ວຍ ແຕ່ສິ່ງສຳຄັນຄືຄວນອອກກຳລັງກາຍໃຫ້ໄດ້ທຸກໆສ່ວນຂອງຮ່າງກາຍ ບໍ່ຫຼາຍເກີນໄປ ແລະ ບໍ່ໜ້ອຍເກີນໄປຄວນອາໄສຄວາມສະໝໍ່າສະເໝີໃນການອອກກຳລັງກາຍ

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ຮັກສຸຂະພາບ

Post navigation

Previous Post: ຟູດແພນດ້າ ມອບເຂົ້າສານຈຳນວນ 1 ໂຕນ ແລະ ເຄື່ອງໃຊ້ສອຍອັນຈຳເປັນ ໃຫ້ກັບປະຊາຊົນແຂວງໄຊຍະບູລີ!
Next Post: ມາດຕະການຮັບມື ໂຄວິດ-19 ທີ່ ນະຄອນຫຼວງວຽງຈັນ ຮອດ 4/7/2021

Related Posts

“ໃນນົມເຫຼືອງມີດີແນວໃດ?” ຮັກສຸຂະພາບ
ນົມງົວ,ຄວາຍ,ແບ້ ແລະ ແກະ ຕ່າງກັນແນວໃດ? ຮັກສຸຂະພາບ
“ 5 ສາຍເຫດທີ່ລູກມັກເປັນໄຂ້” ຮັກສຸຂະພາບ
5 ຂໍ້ ພໍ່ແມ່ຄວນຮູ້ກ່ອນເລືອກຢາບັນເທົາອາການໄອໃຫ້ລູກກິນ ຮັກສຸຂະພາບ
4 ສາຍເຫດທີ່ລູກເຕ້ຍ ? ຮັກສຸຂະພາບ
ລອງມາຄາດຄະເນລວງສູງ ຂອງລູກທ່ານເບິ່ງ? ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme