Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄວາມເຕ້ຍຮັກສາໄດ້ແທ້ບໍ ?

Posted on 26/06/202126/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on ຄວາມເຕ້ຍຮັກສາໄດ້ແທ້ບໍ ?

#ເລົ່າເລື່ອງສຸຂະພາບປະຈຳວັນ:

ພໍ່ແມ່ຜູ້ປົກຄອງຮູ້ບໍວ່າຄວາມສູງນັ້ນ, ມີຄວາມສຳຄັນຫຼາຍຊໍ່າໃດ ເພາະນອກຈາກຈະຊ່ວຍເສີມບຸກຄະລິກກະພາບໃຫ້ດູດີ ສະງ່າງາມແລ້ວ ຍັງຊ່ວຍເພີ່ມໂອກາດໃຫ້ລູກໆເລືອກອາຊີບທີ່ເຂົາຕ້ອງການຈະເປັນໄດ້ໃນອະນາຄົດເພາະມີຫຼາກຫຼາຍອາຊີບທີ່ເອົາເກນຄວາມສູງມາເປັນຕົວວັດໃນການຜ່ານເຂົ້າເຮັດວຽກ ເຊັ່ນ: ນັກບິນ, ພະນັກງານທະຫານ, ຕຳຫຼວດ, ແລະ ອື່ນໆ…ພໍ່ແມ່ຄວນເລີ່ມເອົາໃຈໃສ່ເລື່ອງຄວາມສູງຂອງລູກນັບຕັ້ງແຕ່ມື້ນີ້ກ່ອນຈະຊ້າເກີນໄປເພາະຄວາມສູງຂອງລູກຈະຂະຫຍາຍຕົວພຽງແຕ່ໄລຍະປົກກະຕິແມ່ນແລກເກີດຈົນເຖິງບໍ່ເກີນອາຍຸ 20 ປີເທົ່ານັ້ນ, ເພາະເມື່ອປາຍກະດູກປິດແລ້ວ ບໍ່ວ່າຈະພະຍາຍາມບຳລຸງຮ່າງກາຍເທົ່າໃດ ກໍ່ບໍ່ສາມາດຊ່ວຍເພີ່ມຄວາມສູງໄດ້ແນ່ນອນ.

ຄວາມເຕ້ຍຮັກສາໄດ້ແທ້ບໍ ? ຫາກວ່າເບີ່ງແຍງເອົາໃຈໃສ່ລູກຈົນທຸກຮູບແບບແຕ່ເດັກກໍ່ມີຄວາມສູງບໍ່ທັນໝູ່ຕາມເກນມາດຕະຖານຈັກເທື່ອ ກໍ່ເຖິງເວລາທີ່ຕ້ອງໄດ້ໄປເພີ່ງໝໍ ເພື່ອການຮັກສາທີ່ມີແນວທາງຊັດເຈນ ໝໍຈະເລີ່ມຈາກການສອບຖາມປະຫວັດໂດຍເລີ່ມຈາກການຖາມແມ່ ວ່າລະຫວ່າງຖືພາມີການຕິດເຊື້ອພະຍາດຫຍັງ, ດື່ມເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍໜ້ອຍຊໍ່າໃດ, ສູບຢາຫຼາຍບໍ, ກິນຢາບາງປະເພດທີ່ໝໍຫ້າມບໍ, ເກີດອາການຫຼື ບັນຫາໃດບໍ ຫຼື ມີການຂາດສານອາຫານແນວໃດບໍ. ສ່ວນລູກຈະຖືກກວດປະຫວັດກ່ຽວກັບນໍ້າໜັກ, ລວງຍາວຂອງຮ່າງກາຍຊ່ວງເກີດໃໝ່ ຫຼື ມີພະຍາດຊຳເຮື້ອ ເຊັ່ນ: ພະຍາດຫອບຫືດ, ພະຍາດຫົວໃຈ, ພະຍາດໝາກໄຂ່ຫຼັງ, ພະຍາດເລືອດທາລາເຊເມຍ, ແລະ ອື່ນໆ. ເພາະພະຍາດດັ່ງກ່າວສົ່ງຜົນຕໍ່ການຈະເລີນເຕີບໃຫຍ່ຂອງເດັກໂດຍກົງ.

ຫຼັງຈາກກວດພົບສາເຫດຫຼັກທີ່ເຮັດໃຫ້ເດັກເຕ້ຍ ທ່ານໝໍຈະໃຫ້ທິດທາງໃນການຮັກສາຕາມສາເຫດທີ່ພົບ ເຊັ່ນ: ຖ້າເປັນນຳກຳມະພັນ ກໍ່ຕ້ອງເສີມອາຫານກຸ່ມແຄວຊຽມ ໃຫ້ອອກກຳລັງກາຍເພື່ອກະຕຸ້ນກະດູກແຂນຂາ, ແລະ ບໍ່ໃຫ້ເດັກນອນເດິກ, ເພື່ອໃຫ້ຮ່າງກາຍມີການຜະລິດຮໍໂມນໂກສຮໍໂມນ ແຕ່ຖ້າພົບວ່າເດັກຂາດຮໍໂມນໄທຣອຍ ທ່ານໝໍກໍ່ຈະຮັກສາດ້ວຍການໃຫ້ກິນຢາ ຫຼື ຖ້າມີຜົນມາຈາກພະຍາດຕ່າງໆ ກໍ່ຈະຮັກສາພະຍາດເຫຼົ່ານັ້ນສາກ່ອນ ແລ້ວຄວບຄູ່ໄປກັບການເບີ່ງແຍງດ້ານໂພຊະນາການຂອງເດັກ.

ສ່ວນເລື່ອງຂອງການສັກຮໍໂມນໂກສຮໍໂມນເພື່ອຮັກສາພະຍາດເຕ້ຍນັ້ນ ແມ່ນຍັງບໍ່ທັນໄດ້ຮັບການອະນຸຍາດຄືກັບຕ່າງປະເທດ ແຕ່ຈະສັກໄດ້ກໍ່ຕໍ່ເມື່ອທາ່ນໝໍສະເພາະທາງກ່ຽວກັບຕ່ອມບໍ່ມີທໍ່ປິ່ນປົວໃຫ້ເທົ່ານັ້ນ. ເຊີ່ງການສັກໂກສຮໍໂມນບໍ່ແມ່ນວ່າສັກຄັ້ງດຽວແລ້ວຈະເຫັນຜົນເລີຍ ເພາະວິທີການກໍ່ຄືຈະຕ້ອງສັກເຂົ້າໄປໃຕ້ຜິວໜັງບໍລິເວນໜ້າຂາຂອງເດັກ ກ່ອນນອນອາທິດລະ 6-7 ວັນ ແລະ ຕ້ອງສັກຮໍໂມນຢ່າງຕໍ່ເນື່ອງຈົນກວ່າຈະໄດ້ລະດັບຄວາມສູງທີ່ເພີ່ງພໍໃຈຈາກການປະເມີນຂອງທ່ານໝໍແລະຜູ້ປົກຄອງ. ເຊີ່ງສ່ວນໃຫຍ່ຕ້ອງໃຊ້ເວລາຫຼາຍປີ ແລະ ອາຍຸຂອງກະດູກວ່າພ້ອມຈະຕ້ອງໄດ້ຢຸດຢາຫຼືຍັງ. ໂດຍອາຍຸກະດູກທ່ານໝໍຈະເປັນຜູ້ກວດສອບໄດ້ຈາກການຖ່າຍເອັກສເລກະດູກບໍລິເວນຂໍ່ມືເບື້ອງຊ້າຍຂອງເດັກ ແລະ ນຳໄປທຽບກັບເກນມາດຕະຖານ ຖ້າເປັນເດັກທີ່ຂາດໂກສຮໍໂມນຈະມີອາຍຸກະດູກໜ້ອຍກວ່າຄວາມເປັນຈິງ ເຊັ່ນ: ອາຍຸ 7 ປີ ແຕ່ອາຍຸກະດູກພຽງແຕ່ 3 ປີ. ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ຮັກສຸຂະພາບ

Post navigation

Previous Post: ຜົນຂອງ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ລະຫວ່າງວັນທີ 21-25 ມິຖຸນາ 2021
Next Post: EDL ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ

Related Posts

4 ສາຍເຫດທີ່ລູກເຕ້ຍ ? ຮັກສຸຂະພາບ
“ 7 ສັນຍານເຕືອນວ່າລູກຂາດສານອາຫານ?” ຮັກສຸຂະພາບ
ບ້ານແດງມີ 97 ບ້ານໃນນະຄອນຫຼວງວຽງຈັນ Featured
ລົງຂາວຢ່າຟ້າວຕົກໃຈ ບໍ່ແມ່ນລົງຂາວແບບໃດກໍ່ຕ້ອງກິນຢາ… ຮັກສຸຂະພາບ
ພະຍາດທີ່ມັກພົບໃນເດັກນ້ອຍ ຮັກສຸຂະພາບ
ເມື່ອລູກບໍ່ມັກກິນເຂົ້າ ພໍ່ແມ່ຄວນເຮັດແນວໃດ ? ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme