Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນໍ້ານົມແມ່ ຄືອາຫານມະຫັດສະຈັນຂອງລູກນ້ອຍ

Posted on 03/06/202103/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on ນໍ້ານົມແມ່ ຄືອາຫານມະຫັດສະຈັນຂອງລູກນ້ອຍ

ເລົ່າເລື່ອງສຸຂະພາບປະຈຳວັນ

“ນໍ້ານົມແມ່ຄືອາຫານມະຫັດສະຈັນຂອງລູກນ້ອຍ”
ສານອາຫານໃນນໍ້ານົມແມ່ເວົ້າໄດ້ວ່າເປັນສິ່ງ ມະຫັດສະຈັນ ເພາະນໍ້ານົມແມ່ຄືແຫຼ່ງໂປຕີນສຳຄັນ ສຳຫຼັບລູກນ້ອຍທີ່ຫາແນວປຽບບໍ່ໄດ້, ເລື່ອງນີ້ແມ່ນບໍ່ມີໃຜໂຕ້ແຍ້ງໄດ້ ທ່ານໝໍທົ່ວໂລກຕ່າງກໍ່ເຫັນເປັນເອກະພາບຢູ່ແລ້ວ ອັນທີ່ຈິງ ເມື່ອເດັກເກີດໃໝ່ດູດນົມແມ່ຄັ້ງທຳອິດ ບໍ່ພຽງມີຄວາມໝາຍໃນກເລື່ອງໄດ້ຮັບສານອາຫານພຽງຢ່າງດຽວ ແຕ່ຍັງມີຄວາມໝາຍດ້ານຈິດໃຈ ອັນໝາຍເຖິງສາຍສຳພັນແມ່ລູກທີ່ອົບອຸ່ນ ໂດຍລູກໄດ້ຮັບຈາກແມ່ ຄວາມເອົາໃຈໃສ່ ແລະ ຄວາມຖະນຸຖະໜອມທີ່ລູກນ້ອຍໄດ້ຮັບຈາກແມ່ ເປັນພາສາກາຍ  ທີ່ບົ່ງບອກເປັນສາຍໄຍຜູກພັນຈາກແມ່ສູ່ລູກນັ້ນເອງ ຄວາມໝາຍ

ທາງຈິດໃຈນີ້ບໍ່ມີຫຍັງມາທົດແທນໄດ້ສານອາຫານໃນນໍ້ານົມແມ່ເວົ້າໄດ້ວ່າເປັນສິ່ງມະຫັດສະຈັນ ເພາະໃນນໍ້ານົມແມ່ຄືແຫຼ່ງໂປຕີນສຳຄັນສຳລັບລູກນ້ອຍທີ່ບໍ່ມີແນວທົດແທນໄດ້ ເຊິ່ງບາງຄົນອາດບອກວ່ານົມຜົງທີ່ຂາຍໃນທ້ອງຕະຫຼາດມີໂປຕີນສູງກວ່ານົມແມ່ ເຊິ່ງເປັນເລື່ອງຈິງ ແຕ່ນັ້ນເປັນເພາະວ່າ ໂປຕີນ ແລະ ສານອາຫານຕ່າງໆ ໃນນົມກະປ໋ອງຍ່ອຍໄດ້ຍາກວ່າ ແລະ ດູດຊຶມເອົາໄປໃຊ້ໄດ້ຍາກກວ່າຈິ່ງຕ້ອງໃສ່ປະລິມານຫຼາຍກວ່າເພາະເປັນການໃສ່ເພື່ອໃວ້ນັ້ນເອງ ຕ່າງຈາກນົມແມ່ທີ່ມີໂປຕີນຄົບຖ້ວນຍ່ອຍງ່າຍ ແລະ ດູດຊຶມເອົາໄປໃຊ້ໄດດີກວ່າສຳລັບລູກນ້ອຍ
ບັນດາໂປຕີນແລະສານອາຫານທີ່ສຳຄັນໃນນົມແມ່ມີຫຍັງແດ່ ?

ທາດອານຟາແລັກຕາບູມິນ (Alfa-lactalbumin)

ເປັນໂປຕີນຈຳນວນຫຼາຍທີ່ພົບໄດ້ໃນນໍ້ານົມແມ່ຊ່ວຍໃຫ້ລູກມີການຈະເລີນເຕີບໂຕໄດ້ດີ ແລະ ມີສ່ວນເສີມພູມຕ້ານທານຮ່າງກາຍໃຫ້ແກ່ລູກ. ຕ່າງຈາກໂປຕີນປະສົມໃນນົມຝຸ່ນເຊິ່ງຈະໃຊ້ ເບຕ້າ-ແລັກຕາບູມິນ ເຊິ່່ງມີຄຸນລັກສະນະແຕກຕ່າງຈາກ ອານຟາ-ແລັກຕາບູມິນ, ເບຕ້າ-ແລັກຕາບູມິນທີ່ຫາກລູກໄດ້ກິນເຂົ້າໄປອາດໄປກະຕຸ້ນໃຫ້ເກີດພູມແພ້ໄດ້ງ່າຍກວ່າການກິນນົມແມ່

ຕູຣິນ (Taurine)

ເປັນທາດສຳຄັນໃນນົມແມ່ ຊ່ວຍໃນການບຳລຸງສະໝອງໃຫ້ແກ່ລູກນ້ອຍ ແລະ ພັດທະນາການໃນການເບິ່ງເຫັນໄດ້ດີ

ແລັກໂຕແຟຣິນ (Lactoferrin)

ເປັນໂປຕີນອີກໂຕໜຶ່ງທີ່ຍ່ອຍງ່າຍ ທົນທານຕໍ່ສະພາບກົດໃນກະເພາະອາຫານ ມີຄຸນລັກສະນະສຳຄັນຄືສາມາດສ້າງສຳພັນກັບທາດເຫຼັກໃນລຳໄສ້ໄດ້ດີ ເຮັດໃຫ້ເຊື້ອແບັກທີເຣຍ ແລະ ໄວຣັດທີ່ຕ້ອງການທາດເຫຼັກອິດສະຫຼະເພື່ອແຜ່ພັນ ແລະ ຂະຫຍາຍໂຕນັ້ນເປັນໄປບໍ່ໄດ້ ຈີ່ງເປັນການປ້ອງກັນການຕິດເຊື້ອໃຫ້ແກ່ລູກນ້ອຍໄດ້ຢ່າງດີ

ດີເຮັສເອ (DHA-DocosaHexaenoic Acid)

ເປັນກົດໄຂມັນບໍ່ອີ່ມໂຕຊະນິດໂອເມກ້າ-3 ມີສ່ວນປະກອບສຳຄັນຕໍ່ໄຂມັນໃນສະໝອງຂອງລູກນ້ອຍ ຖ້າແມ່ໄດ້ຮັບປະທານອາຫານທີ່ມີຄຸນຄ່າ ນໍ້ານົມຂອງແມ່ຈະໃຫ້ ດີເຮັສເອ ໃຫ້ແກ່ລູກນ້ອຍເພີ່ມຂື້ນ. ປະຈຸບັນ, ນົມຜົງຫຼາຍຊະນິດມີການເພີ່ມ ດີເຮັສເອ ໃນສ່ວນປະສົມ ເພາະຜົນວິໄຈຈາກບັນດາປະເທດໃນທົ່ວໂລກຍອມຮັບແລ້ວວ່າມີສ່ວນເສີມສ້າງມັນສະໝອງໄດ້ເປັນຢ່າງດີ ໂດຍສະເພາະໃນຊ່ວງໄລຍະເດັກເກີດໃໝ່ ແຕ່ ດີເຮັສເອ ທີ່ນຳມາປະສົມນັ້ນສ່ວນໃຫຍ່ສະກັດມາຈາກປາທະເລນໍ້າເລິກ ເຊິ່ງເປັນ ດີເຮັສເອ ທີ່ຕ່າງໄປຈາກດີເຮັສເອໃນນໍ້ານົມແມ່ ເພາະດີເຮັສເອໃນນໍ້ານົມແມ່ແມ່ນລູກຈະດູດຊຶມໄປໃຊ້ໄດ້ເກືອບ 100%

ໄລໂຊຊີມ (Lysozyme)

ເປັນເອັນຊາຍທີ່ມີລິດຊ່ວຍໃນການຍ່ອຍອາຫານ, ຊ່ວຍຍ່ອຍສະຫຼາຍຊັ້ນເປຶອກຈຸລັງຂອງເຊື້ອແບັກທີເຣຍ ເຮັດໃຫ້ເຊື້ອແບັກທີເຣຍຕາຍ ນີ້ເປັນສານສຳຄັນອີກໂຕໜຶ່ງທີ່ຊ່ວຍປ້ອງກັນການຕິດເຊື້ອແກ່ລູກນ້ອຍເປັນຢ່າງດີ

ບີຟີດາສ ໂກສ ແຟັກເຕີ້ (Bifidus Growth Factor)

ເປັນານກະຕຸ້ນການຈະເລີນເຕີບໂຕຂອງເຊື້ອຈຸລິນຊີທີ່ເປັນປະໂຫຍດຕໍ່ຮ່າງກາຍ ເຊິ່ງໂຕທີ່ເຮົາໄດ້ຮູ້ຈັກກັນດີແມ່ນ ແລັກໂຕບາຊີຣັດ ເຊິ່ງຈຸລິນຊີໂຕນີ້ຈະຊ່ວຍໃຫ້ເກີດອາຊິດອົງຄະທາດໃນລຳໄສ້ເຮັດໃຫ້ແບັກທີເຣຍຕາຍ ເພາະແບັກທີເຣຍໂຕທີ່ບໍ່ດີມັກ ແລະ ຂະຫຍາຍໂຕໃນສະພາບເປັນດ່າງ.

ດັ່ງນັ້ນ, ຢາກແນະນຳວ່າແມ່ຜູ້ໃດທີ່ເກີດລູກໃໝ່ ຕ້ອງໃຫ້ລູກໄດ້ກິນນົມແມ່ໃຫ້ພຽງພໍຢ່າງໜ້ອຍ 6 ເດືອນ, ແມ່ອາດມີອຸປະສັກຫຼາຍໆຢ່າງ ທີ່ບໍ່ສະດວກໃນການໃຫ້ນົມລູກ ເຊັ່ນ: ອຸປະສັກດ້ານເວລາ, ແມ່ອາດບໍ່ສະບາຍ, ຫຼື ແມ່ອາດມີພະຍາດປະຈຳໂຕບາງຢ່າງ ແນະນຳໃຫ້ໄປປຶກສາທ່ານໝໍທັນທີເພື່ອໃຫ້ເປັນປະໂຫຍດຕໍ່ລູກທີ່ສຸດ

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ອ້າງອີງຂໍ້ມູນຈາກ: ສູນນົມແມ່ແຫ່ງປະເທດໄທ www.thaibreastfeeding.org
 
 
 
 
 
 

Featured, ຮັກສຸຂະພາບ

Post navigation

Previous Post: ມີຄົນຕິດເຊື້ອໃໝ່ 9 ຄົນ ຈາກ 3 ແຂວງ (ລາຍງານ ໂຄວິດ-19 ວັນທີ 3 ມິຖຸນາ 2021)
Next Post: ພະຍາກອນອາກາດ ປະຈຳວັນທີ 4 ມີຖຸນາ 2021 ເວລາ 7:00 ໂມງເຊົ້າ

Related Posts

ແຂວງເຊກອງອອກມາດຕະການສະບັບໃໝ່ Featured
ປົວດີອອກໂຮງໝໍ 570 ເສຍຊີວິດ 3 Featured
ເຮືອນຂອງຂ້ອຍ – ລາຍການ ໂທລະພາບເດັກກ່ອນໄວຮຽນ Featured
ໄຂສົກຮຽນໃໝ່ 2022-2023 ໂຮງຮຽນສາມັນທົ່ວປະເທດ Featured
ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີແລະແຂວງອຸດົມໄຊ Featured
ນົມງົວ,ຄວາຍ,ແບ້ ແລະ ແກະ ຕ່າງກັນແນວໃດ? ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme