Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

“ພູມຕ້ານທານຈາກແມ່ ຄືພູມຕ້ານທານທຳອິດຂອງລູກ”

Posted on 06/06/202106/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on “ພູມຕ້ານທານຈາກແມ່ ຄືພູມຕ້ານທານທຳອິດຂອງລູກ”

#ເລົ່າເລື່ອງສຸຂະພາບປະຈຳວັນ

ຢ່າງທີ່ໄດ້ກ່າວມາຂ້າງເທິງວ່າພູມຕ້ານທານຮ່າງາກາຍຕິດໂຕເຮົາມາແຕ່ເກີດ ເຊີ່ງພູມຕ້ານທານຮ່າງກາຍນັ້ນແມ່ນລູກໄດ້ຕັ້ງແຕ່ຢູ່ໃນທ້ອງແມ່ ຈົນອາດຮຽກໄດ້ວ່າແມ່ເປັນຄົນກຳນົດພັດທະນາການຂອງພູມຕ້ານທານຮ່າງກາຍຂອງລູກ ເພາະບໍ່ວ່າຈະເປັນອາຫານທີ່ແມ່ກິນ ກິດຈະກຳທຸກຢ່າງທີ່ແມ່ເຮັດ ລ້ວນແລ້ວແຕ່ສົ່ງຜົນຕໍ່ພັດທະນາການແລະ ລະບົບພູມຕ້ານທານຮ່າງກາຍຂອງລູກນ້ອຍໃນທ້ອງ.

ພູມຕ້ານທານຈາກແມ່ສູ່ລູກນ້ອຍໃນທ້ອງນັ້ນ ຈະຊ່ວຍປ້ອງກັນລູກຈາກເຊື້ອພະຍາດຕ່າງໆ ໄດ້ເປັນຢ່າງດີ ບໍ່ວ່າແມ່ຈະມີພູມຕ້ານທານພະຍາດອັນໃດແດ່ກໍ່ຕາມ ພູມຕ້ານທານເຫຼົ່ານັ້ນກໍ່ຈະຖືກສົ່ງຕໍ່ໃຫ້ແກ່ລູກ ເຊັ່ນ: ແມ່ມູມພູມຄຸ້ມກັນພະຍາດຫັດເຢຍລະມັນ, ໝາກເບີດ, ບາດທະຍັກ, ລູກກໍ່ໄດ້ຮັບພູມຄຸ້ມກັນເຫຼົ່ານັ້ນນຳແມ່ດ້ວຍ.  ແລະ ເມື່ອເກີດອອກມາກໍ່ຍັງໄດ້ຮັບຢ່າງຕໍ່ເນື່ອງຜ່ານນໍ້ານົມແມ່ ໂດຍສະເພາະນໍ້ານົມໃນຊ່ວງແລກເຊີ່ງເອີ້ນວ່າ “ນົມເຫຼືອງ ຫຼື Colostrum”  ທີ່ມີຄວາມເຂັ້ມຂຸ້ນຂອງພູມຕ້ານທານຮ່າງກາຍຫຼາຍກວ່ານໍ້ານົມປົກກະຕິ ແລະ ອຸດົມໄປດ້ວຍສານອາຫານທີ່ຊ່ວຍເສີມສ້າງລະບົບເສີມພູມຄຸ້ມກັນໃຫ້ແກ່ລູກນ້ອຍ ເຊີ່ງຈະຊ່ວຍປ້ອງກັນບໍ່ໃຫ້ລູກປ່ວຍໄຂ້ໄດ້ງ່າຍ, ອືດທ້ອງ, ຖອກທ້ອງ, ປວດທ້ອງ.

ບອກໄດ້ເລີຍວ່ານໍ້ານົມແມ່ນັ້ນມີອົງປະກອບຫຼາຍຢ່າງແທ້ໆ ທີ່ຊ່ວຍເສີມສ້າງພູມຕ້ານທານຮ່າງກາຍໃຫ້ແກ່ລູກນ້ອຍເຊັ່ນ:

ແອນຕີ້ບາດີ (Anti-body) : ເຊິ່ງຮູ້ກັນດີໃນຊື່ ອີມູໂນໂກບູລິນ (Immunoglobulin) ມີທັງໝົດ 5 ຊະນິດເຊັ່ນ: IgG, IgA, IgM, IgD & IgE.

ນອກຈາກນັ້ນຍັງມີ ພີໄບໂອຕິດ (Prebiotics): ໃນນໍ້ານົມແມ່ເຊັ່ນ: ໂອລີໂກຊັກກາຣາຍ (Oligosaccharides) ຫທີ່ມີບົດບາດສຳຄັນໃນການເສີມສ້າງຄວາມແຂງແຮງໃຫ້ແກ່ລະບົບພູມຕ້ານທານຮ່າງກາຍຂອງລູກ ໂດຍໂອລີໂກຊັກຄາຣາຍເປັນສ່ວນປະກອບສຳຄັນ ຢ່າງໜື່ງຂອງນົມແມ່ ເຊີ່ງມີປະສິດທິພາບພຽງພບ ກັບໂປຕີນໃນນໍ້ານົມແມ່ເຊັ່ນກັນ. ເຊີ່ງພີໄບໂອຕິກໃນນົມແມ່ນີ້ມີຄາໂບໄຮເດສທີ່ບໍ່ສາມາດຍ່ອຍໄດ້ ແຕ່ເປັນອາຫານສຳລັບແບັກທີເຣຍທີ່ມີປະໂຫຍດໃນລຳໄສ້ເປັນຈຳນວນລ້ານໆໂຕ ເຮັດໃຫ້ແບັກທີເຣຍດັ່ງກ່າວຈະເລີນເຕີບໂຕໄດ້ດີ ຈົນເຮັດໃຫ້ລະບົບສະພາວະຕ່າງໆໃນທາງເດີນອາຫານດີຂື້ນ.

ນອກຈາກນັ້ນ, ໃນນໍ້ານົມແມ່ຍັງມີທາດຕ່າງໆອີກເຊັ່ນ: ແລັກໂຕແຟຣີນ (Lactoferrin), ອິນເຕີແຟຣອນ (nterferon), ໄຟໂບຣແນັກຕິນ (Fibronectin), ຈຸລັງພູມຕ້ານທານເພື່ອການປ້ອງກັນຮ່າງກາຍ ເຊັ່ນ: ບັນດາເມັດເລືອດຂາວ ແລະ ອື່ນໆອີກຫຼາຍຢ່າງ ເຊີ່ງຈະໄດ້ມາບອກເລົ່າຢ່າງລະອຽດອີກຄັ້ງ ກະລຸນາຕິດຕາມໃນບົດຕໍ່ໄປ

ຮັກສຸຂະພາບ

Post navigation

Previous Post: ໃຜເຄີຍສົ່ງໃສວ່າ”ພູມຕ້ານທານຮ່າງກາຍແມ່ນ”ຫຍັງ?”
Next Post: ຖະແຫຼງຂ່າວ ວັນທີ 7 ມິຖຸນາ 2021 ຕິດເຊື້ອເພີ່ມ 5 ຄົນ ຈາກ 3 ແຂວງ

Related Posts

#ນົມສົ້ມສຸດຍອດຕົວຊ່ວຍອາການຖ່າຍຍາກຂອງລູກນ້ອຍ ຮັກສຸຂະພາບ
ນົມງົວ,ຄວາຍ,ແບ້ ແລະ ແກະ ຕ່າງກັນແນວໃດ? ຮັກສຸຂະພາບ
ເປັນຄັນແຄເຮັດແນວໃດດີ.. ? Featured
“ ກຽມພ້ອມຮັບມືກັບອາການແພ້ທ້ອງຖືພາ?” ຮັກສຸຂະພາບ
“ ປະໂຫຍດລໍ້າຄ່າຈາກນົມແມ່?” ຮັກສຸຂະພາບ
“ພູມຕ້ານທານຮ່າງກາຍແມ່ນຫຍັງ?” ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme