Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປ ກ ສ ເມືອງຕົ້ນເຜິ້ງ ປາບປາມໄດ້ອີີກຄັ້ງ ພ້ອມຂອງກາງ 40 ກວ່າກິໂລ!

Posted on 22/07/202123/07/2021 By ປະກາດ Pakaad No Comments on ປ ກ ສ ເມືອງຕົ້ນເຜິ້ງ ປາບປາມໄດ້ອີີກຄັ້ງ ພ້ອມຂອງກາງ 40 ກວ່າກິໂລ!

ປກສ ບໍ່ແກ້ວ ສົມທົບ ປກສ ຕົ້ນເຜິ້ງ ເຂົ້າຈັບກຸມເປົ້າໝາຍຄະດີຢາເສບຕິດ ພ້ອມຂອງກາງກວ່າ 40 ກິໂລກຼາມ.

ວັນທີ 21 ກໍລະກົດ 2021 ທີ່ຜ່ານມາທາງຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ລົງສົມທົບກັບກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານມອມ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ສາມາດກັກຕົວເປົ້າໝາຍໄດ້ 01 ຄົນ ຊື່ທ້າວ ສົມຈິດ ແກ້ວໃຈ ພ້ອມທັງໄດ້ກວດຄົ້ນເຮືອນຂອງຜູ້ກຽວ ໄດ້ພົບເຫັນຄື:

  • 1. ຢາໄອສ ຈຳນວນ 2 ເປົ່າເທົ່າກັບ 40 ຫໍ່ ມີນໍ້າໜັກ 40 ກິໂລກຼາມ.
  • 2. ໂທລະສັບ 01 ໜ່ວຍ.

ຜ່ານການສືບສວນ-ສອບສວນ ທ້າວ ສົມຈິດ ໄດ້ໃຫ້ການຊັດທອດຫາຜູ້ເຂົ້າຮ່ວມຂະບວນການຄື:

  • 1. ທ້າວ ໄມ່ແອ່ນ ອາຍຸປະມານ 29 ປີ, ອາຊີບເຮັດນາ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
  • 2. ທ້າວ ຍອດແສງ ແສງສະຫວັນ ອາຍຸ 26 ປີ ຢູ່ບ້ານ ສີດອນມີ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຈາກນັ້ນທາງເຈົ້າໜ້າທີ່ພວກເຮົາ ໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ໄມ່ແອ່ນ (ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີກ່ອນ) ຜ່ານການກວດຄົ້ນເຮືອນແມ່ນບໍ່ພົບເຫັນສິ່ງທີ່ຜິດກົດໝາຍ ແລະ ໄດ້ເຂົ້າກັກຕົວທ້າວ ຍອດແສງ
ແສງສະຫວັນ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ພ້ອມທັງ ກວດຄົ້ນເຮືອນຂອງຜູ້ກ່ຽວ ໄດ້ພົບເຫັນຄື:

  • 1. ຢາບ້າຈຳນວນ 367 ມັດ, 07 ຖັງນ້ອຍ, 147 ເມັດ ເທົ່າກັບ735.547 ເມັດ, ມີນໍ້າໜັກ73,5 ກິໂລ.
  • 2. ປືນເບີ 01 ກະບອກ ພ້ອມລູກ 24 ລູກ.
  • 3. ເຮືອກາບ 01 ລໍາ
  • 4. ໂທລະສັບ 02 ໜ່ວຍ.

ປະຈຸບັນທາງເຈົ້າໜ້າທີ່ພວກເຮົາພວມດຳເນີນຄະດີ ສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບຂອງກົດໝາຍ.

ພາບ-ຂ່າວ: ຮອ ວິທູນ ແກ້ວກັນຍາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລະວັງໄພ! ພາຍຸໝຸນເຂດຮ້ອນ ເຈີມປາກາ (Cempaka)
Next Post: 5 ຂໍ້ ພໍ່ແມ່ຄວນຮູ້ກ່ອນເລືອກຢາບັນເທົາອາການໄອໃຫ້ລູກກິນ

Related Posts

ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ Featured
ໜ້າເປັນຫ່ວງ! ຕິດເຊື້ອເພີ່ມອີກ 26 ຄົນຈາກ 6 ແຂວງ Featured
ຂ່າວດ່ວນ! ອຸດົມໄຊ ສັ່ງໂຈະການໂດຍສານພາຍໃນແຂວງ ແລະ ຕ່າງແຂວງ Featured
ນັກໂທດຢູ່ສະຫວັນນະເຂດຕິດໂຄວິດ-19 ແລ້ວ 95 ຄົນ ພາຍໃນ 3 ມື້ Featured
ພະຍາກອນອາກາດ ປະຈໍາວັນທີ 3 ກຸມພາ 2022 Featured
ລົດຕໍາຜາທາງພູເກົ້າຫຼັກ ເຈັບ 1 ເສຍຊີວິດ 1 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme