Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໃຜເຄີຍສົ່ງໃສວ່າ”ພູມຕ້ານທານຮ່າງກາຍແມ່ນ”ຫຍັງ?”

Posted on 05/06/202105/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on ໃຜເຄີຍສົ່ງໃສວ່າ”ພູມຕ້ານທານຮ່າງກາຍແມ່ນ”ຫຍັງ?”

ເລົ່າເລື່ອງສຸຂະພາບປະຈຳວັນ

ປົກກະຕິພູມຄຸ້ມກັນຮ່າງກາຍຈະຕິດໂຕເຮົາມາໂດຍທຳມະຊາດຕັ້ງແຕ່ເກີດ ແຕ່ມີບາງສ່ວນຈະມາສ້າງຂື້ນພາຍຫຼັງເຊີ່ງອະໄວຍະວະທີ່ເປັນໂຕສ້າງພູມຄຸ້ມກັນຮ່າງກາຍໄດ້ແກ່ ໄຂກະດູກ, ຕັບ, ຕ່ອມໄທມັສ, ມ້າມ, ຕ່ອມນໍ້າເຫຼືອງຕ່າງໆ ແລະ ຈຸລັງເມັດເລືອດຂາວທຸກຊະນິດ ນອກຈາກນີ້ຍັງມີທາດອີກຫຼາຍຊະນິດທີ່ຖືກສ້າງຂື້ນມາ ເພື່ອສົ່ງເສີມການເຮັດວຽກຂອງລະບົບພູມຄຸ້ມກັນຮ່າງກາຍໃຫ້ດີ ແລະ ສົມບູນຍິ່ງຂື້ນ ທາດນັ້ນມີຊື່ຮຽກວ່າ: ທາດອີມູນໂນໂກບູລິນ (Immunoglobulin) ແລະ ທາດອິນເທີລູຄິນ (Interleukin) ເປັນໂຕສຳຄັນໃນການຕ້ານເຊື້ອພະຍາດ…

ພູມຕ້ານທານຮ່າງກາຍເປັນກົນໄກປ້ອງກັນໂຕເອງຢ່າງໜຶ່ງຂອງຮ່າງກາຍ ເມື່ອມີສິ່ງທີ່ແປກປອມເຂົ້າສູ່ຮ່າງກາຍເຊັ່ນ: ເຊື້ອພະຍາດ, ສານເຄມີ, ແລະຝຸ່ນລະອອງຕ່າງໆ ເຊີ່ງອາດຈະສົ່ງຜົນສະທ້ອນເສຍຫາຍ ຫຼື ບໍ່ເສຍຫາຍຕໍ່ຮ່າງກາຍກໍ່ຕາມ ແຕ່ຫຼັງຈາກສິ່ງແປກປອດດັ່ງກ່າວເຂົ້າສູ່ຮ່າງກາຍລະບົບພູມຕ້ານທານຮ່າງກາຍຈະເລີ່ມການເຮັດວຽກ ໂດຍອອກມາຕໍ່ຕ້ານຫຼືທຳລາຍສິ່ງທີ່ແປກປອດດັ່ງກ່າວ ສັງເກດໄດ້ຈາກການທີ່ຮ່າງກາຍຂອງເຮົາບໍ່ໄດ້ເປັນພະຍາດຫຍັງ ທັງທີ່ສຳພັດກັບເຊື້ອພະຍາດຕ່າງໆໃນແວດລ້ອມທີ່ເຮົາດຳລົງຊີວິດຢູ່ເປັນປະຈຳ ດັ່ງນັ້ນ, ຫາກພູມຕ້ານທານຮ່າງກາຍເຮົາແຂງແຮງກໍ່ບໍ່ເຈັບເປັນໄດ້ງ່າຍໆ ເຮົາສາມາດສັງເກດໄດ້ງາ່ຍໆວ່າພູມຕ້ານທານຮ່າງກາຍເຮົາແຂງແຮງຫຼືບໍ່ ໂດຍເບີ່ງຈາກຄວາມຖີ່ໃນການປ່ວຍໄຂ້ໄດ້ງ່າຍໆເຊັ່ນ: ເປັນຫວັດ, ໄຂ້ຫວັດໃຫຍ່ສາຍພັນໃໝ່, ລວມເຖິງອີກຫຼາຍໆພະຍາດທີ່ກຳລັງແຜ່ລະບາດຢູ່ໃນປະຈຸບັນ, ຫຼື ຫາກຕ້ອງການກວດເບີ່ງວ່າພູມຕ້ານທານຮ່າງກາຍເຮົາແຂງແຮງຢ່າງລະອຽດແມ່ນແນະນຳໃຫ້ໄປພົບທ່ານໝໍ ໂດຍການກວດເລືອດເພື່ອວັດແທກລະດັບຂອງພູມຕ້ານທານຮ່າງກາຍ.

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ຮັກສຸຂະພາບ

Post navigation

Previous Post: ຍີ່ປຸ່ນຈະຊ່ວຍ ສະໜອງວັກຊິນ ແກ່ປະເທດທີ່ກໍາລັງພັດທະນາ ມູນຄ່າ 1 ຕື້ ໂດລາ
Next Post: “ພູມຕ້ານທານຈາກແມ່ ຄືພູມຕ້ານທານທຳອິດຂອງລູກ”

Related Posts

ພະຍາດທີ່ມັກພົບໃນເດັກນ້ອຍ ຮັກສຸຂະພາບ
“ພູມຕ້ານທານຮ່າງກາຍແມ່ນຫຍັງ?” ຮັກສຸຂະພາບ
ຢາກໃຫ້ລູກສູງພໍ່ແມ່ຕ້ອງເຮັດແນວໃດ? 🥛🥩🥚 ຮັກສຸຂະພາບ
4 ສາຍເຫດທີ່ລູກເຕ້ຍ ? ຮັກສຸຂະພາບ
5 ຂໍ້ ພໍ່ແມ່ຄວນຮູ້ກ່ອນເລືອກຢາບັນເທົາອາການໄອໃຫ້ລູກກິນ ຮັກສຸຂະພາບ
ເຮັດຈັ່ງໃດບໍ່ໃຫ້ເຖົ້າໄວ “Anti-Aging” ? Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme