Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

#ເຕືອນໄພດ່ວນ! ເຂື່ອນໄຟຟ້ານ້ຳອູ 1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021

Posted on 23/07/202123/07/2021 By ປະກາດ Pakaad No Comments on #ເຕືອນໄພດ່ວນ! ເຂື່ອນໄຟຟ້ານ້ຳອູ 1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021

ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫລວງພະບາງ ທັງພາກລັດ ແລະພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະເລື່ອງຄວາມປອດໄພ ດັ່ງນີ້:

1. ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ.

2. ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ.

3. ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ ແລະຫ້າມຈັບປາເດັດຂາດ.

4. ກ່ອນຂ້າມຂົວ ຄວນເບີ່ງໃຫ້ແນ່ໃຈວ່າມີຄວາມປອດໄພ, ຫ້າມເຂົ້າໄປໃນພື້ນທີ່ມີຄວາມເຊາະເຈື່ອນ ແລະດິນເຈື່ອນທີ່ເປັນອັນຕະລາຍໂດຍເດັດຂາດ.

5. ຍັບຍ້າຍສັບສິນໄປສະຖານທີ່ທີ່ປອດໄພ.

6. ຖ້າຫາກມີສັນຍານອັນຕະລາຍ, ການຈັດຕັ້ງບ້ານຕ້ອງແຈ້ງ ແລະຍົກຍ້າຍປະຊາຊົນໄປພື້ນທີ່ສູງ ເມື່ອເວລາເກີດນ້ຳຖ້ວມ ກະລຸນາອອກຈາກທີ່ຢູ່ອາໄສຂອງທ່ານຢ່າງໄວວາ ເພື່ອຍົກຍ້າຍໄປບ່ອນທີ່ປອດໄພ ແລະ ເລີ່ມປະຕິບັດການຊ່ວຍເຫຼືອຕົນເອງໃນຂະນະທີ່ລໍຖ້າການຊ່ວຍເຫຼືອຈາກທາງນອກ.

.

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: 5 ຂໍ້ ພໍ່ແມ່ຄວນຮູ້ກ່ອນເລືອກຢາບັນເທົາອາການໄອໃຫ້ລູກກິນ
Next Post: ແຂວງສະຫວັນນະເຂດ ແຈ້ງການ ເລື່ອງການຈັດງານບຸນປະເພນີບຸນເຂົ້າພັນສາ ປະຈຳປີ ພສ 2564

Related Posts

ຂ່າວດ່ວນ! ທີ່ນະຄອນປາກເຊ ໄຟໄໝ້ເສຍຫາຍໜັກ! (ມີຄລິບ) Featured
ອ່ານດ່ວນ! ແຂວງວຽງຈັນອອກຄໍາສັ່ງໃໝ່ຮອດ 8 ຕຸລາ Featured
ຮີບມາກວດດ່ວນ! ແຈ້ງການຈາກ ເມືອງທ່າແຂກ Featured
ດ່ວນທີ່ສຸດແຂວງໄຊຍະບູລີຍັງເຂັ້ມງວດມາດຕະການ Featured
ການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ Featured
ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme