Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຮັດຈັ່ງໃດບໍ່ໃຫ້ເຖົ້າໄວ “Anti-Aging” ?

Posted on 14/06/202118/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on ເຮັດຈັ່ງໃດບໍ່ໃຫ້ເຖົ້າໄວ “Anti-Aging” ?

#ເລົ່າເລື່ອງສຸຂະພາບປະຈຳວັນ

ທ່ານໝໍຜູ້ຊ່ຽວຊານດ້ານຊະຣໍຄວາມແກ່ຊະລາທ່ານໜື່ງເຄີຍກ່າວໃວ້ວ່າ: ໃນອະດີດ ວິທະຍາການດ້ານການຊະຣໍຄວາມແກ່ຊະຣາເປັນວິທະຍາການໃໝ່ທີ່ໜ້ອຍຄົນຈະຮູ້ຈັກ ແຕ່ມາມື້ນີ້ກາຍເປັນທີ່ຮູ້ຈັກແລະເປັນທີ່ເຂົ້າໃຈໃນກຸ່ມຄົນຈຳນວນຫຼາຍ ບໍ່ວ່າຈະເປັນຄຣີນິກ ສູນຄວາມງາມ ສະຫຼາກຜະລິດຕະພັນ ບຳລຸງຜິວ ຫຼື ທັງຂວດເຄື່ອງດື່ມ ທັງທີ່ມີການຮູ້ຢ່າງແຜ່ຫຼາຍ ແຕ່ຄວາມເຂົ້າໃຈຢ່າງເລິກເຊີ່ງແມ່ນຍັງມີຂໍ້ຈຳກັດ

ແລະ ທ່ານຍັງກ່າວອີກວ່າ “ວິທະຍາການດ້ານການຊະຣໍຄວາມແກ່ຊະຣາ ນັ້ນບໍ່ແມ່ນຄວາມສວຍງາມພາຍນອກ ຜິວພັນເຕັ່ງຕຶງ ບໍ່ມີຮອຍຕີນກາໃນໃບໜ້າ ຫ່ຽວຍານ ແຕ່ຕ້ອງອາໄສການເບີ່ງແຍງເອົາໃຈໃສ່ຈາກພາຍໃນ ເຊີ່ງເປັນສິ່ງທີ່ສຳຄັນທີ່ສຸດ ຫາກດີມາຈາກຂ້າງໃນຈະສົ່ງຜົນຕໍ່ພາຍນອກອີກດ້ວຍ”

ແທ້ຈິງແລ້ວວິທະຍາການດ້ານການຊະຣໍຄວາມແກ່ຊະຣາ ເປັນສາຂາວິຊາການແພດສະໄໝໃໝ່ທີ່ເນັ້ນການຮັກສາປ້ອງກັນແລະຟື້ນຟູຄວາມເສື່ອມຂອງຮ່າງກາຍຈາກອາຍຸສູງຂື້ນ

ຫຼັກຂອງການຊະຣໍຄວາມແກ່ຊະຣາ ຄືການສົມດຸນຮ່າງກາຍຕັ້ງແຕ່ຮໍໂມນ ສານອະນຸມູນອິດສະຫຼະ ສານຕ້ານອະນຸມູນອິດສະຫຼະ ແລະ ລະບົບຊີວະເຄມີ ໃນຮ່າງກາຍໃຫ້ສົມດຸນກັນ ເຊັ່ນ: ລະບົບຍ່ອຍອາຫານ, ລະບົບພູມຕ້ານທານຮ່າງກາຍເປັນຕົ້ນ ອີງໃສ່ພື້ນຖານການພັກຜ່ອນໃຫ້ພຽງພໍ ຄວບຄຸມອາລົມໃຫ້ດີ ກິນອາຫານໃຫ້ຄົບ 5 ໝູ່ ຮັບອາກາດທີ່ບໍລິສຸດ ອອກກຳລັງກາຍໃຫ້ເໝາະສົມກັບສະພາບຮ່າງກາຍ ແລະ ອາຍຸ.

ຫາກຈະທຽບກັບ ສາດການແພດຈີນ ແພດຈີນກໍ່ຈະເນັ້ນການສົມດຸນຂອງຮ່າງກາຍເຊັ່ນກັນ ແຕ່ຈະໃຫ້ນໍ້າໜັກການສົມດຸນຂອງ ຢິ໋ນ ແລະ ຢ໋າງ ເຊີ່ງແພດຈີນເຫັນວ່າ ພາວະຢິ໋ນ-ຢ໋າງ ເສຍສົມດຸນຄືບໍ່ເກີດ ຂອງການເສຍສົມດຸນອື່ນໆຕາມມາ ຢ່າງໃດກໍ່ຕາມການແພດຈີນສະໄໝໃໝ່ກໍ່ມີກ່າວເຖິງວິທະຍາການດ້ານການຊະຣໍຄວາມແກ່ຊະຣາ ດ້ວຍສາດການແພດຈີນຢູ່ເຊັ່ນກັນ

ມີການສຶກສາເຖິງອາຍຸໄຂຂອງສິ່ງທີ່ມີຊີວິດ ເຊີ່ງລວມທັງມະນຸດ ແລະ ສັດສາວາສິ່່ງທີ່ມີຊີວິດໃດ ຈະມີອາຍຸຍືນຍາວເທົ່າໃດ ເຊີ່ງໃນນັ້ນ ຈະບໍ່ນຳມາປຽບທຽບ ເຮົາຮູ້ແຕ່ວ່າ ໂດຍສະຖິຕິແລ້ວ ການວິໄຈຫຼາຍບົດທົ່ວໂລກເຫັນກົງກັນວ່າ ຄົນເຮົາຈະມີຊີວິດຍືນຍາວແຕ່ 120-140 ປີ ແຕ່ຈາກການຕິດຕາມຂ່າວສານ ເຮົາພົບເຫັນວ່າຄົນທີ່ອາຍຸຍືນທີ່ສຸດຈະຢູ່ປະມານ 123-125 ປີ ເທົ່າທີ່ພົບເຫັນແມ່ນຄົນຍີ່ປຸ່ນ ແລະ ຄົນຢູໂຣບ ສຳລັບປະເທດໄທ ອາຍຸຫຼາຍທີ່ສຸດຈະປະມານ 109-115 ປີ

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

Featured, ຮັກສຸຂະພາບ

Post navigation

Previous Post: ໂຄວິດ-19 ທົ່ວປະເທດ ຕິດສະສົມກາຍ 2000 ຄົນແລ້ວ (ນະຄອນຫຼວງ +7)
Next Post: ພົບຄົນຕິດເຊື້ອໃໝ່ 1 ຄົນ ລາຍງານ ວັນທີ 17 ມິຖຸນາ 2021

Related Posts

ຖະແຫຼງຂ່າວການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII Featured
ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ ຈາກອຸບັດຕິເຫດ 3 ວັນປີໃໝ່ລາວ Featured
ຂີ່ລົດຟອດມາພ້ອມຂອງກາງ35ກິໂລກະຣາມ Featured
ຂ່າວດ່ວນ! ອຸດົມໄຊ ສັ່ງໂຈະການໂດຍສານພາຍໃນແຂວງ ແລະ ຕ່າງແຂວງ Featured
ຢາກໃຫ້ລູກສູງພໍ່ແມ່ຕ້ອງເຮັດແນວໃດ? 🥛🥩🥚 ຮັກສຸຂະພາບ
ໃນວັນທີ່ 08 ກໍລະກົດ 2022 POW ລົງນາມ MOU ຮ່ວມກັບ BIGBLUE Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme