#ເລົ່າເລື່ອງສຸຂະພາບປະຈຳວັນ:
ທີ່ລູກນ້ອຍຄວນໄດ້ກິນຕັ້ງແຕ່ແລກເກີດ
ນໍ້ານົມແມ່ປຽບເໝືອນວັກຊິນເຂັມທຳອິດຂອງລູກນ້ອຍ ເພາະໃນນໍ້ານົມແມ່ມີສານອາຫານທີ່ເປັນປະໂຫຍດທີ່ຈະຊ່ວຍເສີມສ້າງພູມຕ້ານທານຮ່າງກາຍໃຫ້ແກ່ລູກນ້ອຍ ໃຫ້ເຕີບໃຫຍ່ຢ່າງສົມບູນແຂງແຮງ ແຕ່ສານອາຫານໃນນໍ້ານົມແມ່ນັ້ນມີການປ່ຽນແປງຜ່ານຂະບວນການສ້າງນໍ້ານົມໃນຮ່າງກາຍຢູ່ຕະຫຼອດ ສຳລັບແມ່ທີ່ຕັ້ງໃຈວ່າຈະໃຫ້ນົມລູກເອງຈຳເປັນຕ້ອງຮູ້ວ່າສານອາຫານໃນນໍ້ານົມແມ່ແຕ່ລະໄລຍະວ່າມີຄວາມສຳຄັນແນວໃດ ຫາກບໍ່ຮູ້ຈະເຮັດໃຫ້ລູກໄດ້ຮັບສານອາຫານບໍ່ຄົບຖ້ວນ
3 ໄລຍະ ນໍ້ານົມແມ່ແຫຼ່ງຄຸນປະໂຫຍດທີ່ລູກຄວນໄດ້ຮັບ
ການໃຫ້ລູກນ້ອຍໄດ້ຮັບນໍ້ານົມແມ່ນອກຈາກຈະຕ້ອງໄດ້ຮັບຕັ້ງແຕ່ເກີດໃໝ່ຕໍ່ເນື່ອງໄປຈົນຮອດອາຍຸ 2 ປີ ໃນນັ້ນ ນໍ້ານົມແມ່ແຕ່ລະໄລຍະຍັງໃຫ້ສານອາຫານຊ່ວຍສ້າງພູມຕ້ານທານຮ່າງກາຍຂອງລູກທີ່ຍັງບໍ່ສົມບູນໄດ້ແຕກຕ່າງກັນ ເຮົາມາເບີ່ງວ່ານໍ້ານົມແມ່ ທັງ 3 ໄລຍະ ມີປະໂຫຍດຕໍ່ລູກຄືແນວໃດແດ່

ນົມແມ່ໄລຍະທີ 1 : ເປັນນົມເຫຼືອງ (Colostrum)
ນໍ້ານົມແມ່ໄລຍະທຳອິດຈະສ້າງຂື້ນຊ່ວງ 1-3 ວັນ ຫຼັງເກີດລູກໃໝ່ເທົ່ານັ້ນ ນົມແມ່ໃນຊ່ວງນີ້ຄື ນໍ້ານົມເຫຼືອງ ເປັນນໍ້ານົມທີ່ອຸດົມສົມບູນຫຼາຍ ເຕັມໄປດ້ວຍສານອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ ພູມຕ້ານທານຮ່າງກາຍ, ພັດທະນາສະໝອງ ແລະ ການເບີ່ງເຫັນຂອງລູກນ້ອຍ ເຊັ່ນ:
- ພູມຕ້ານທານຮ່າງກາຍ Immunoglobulin (IgA), Lactoferrin , ຈຸລັງເມັດເລືອດຂາວ ແລະ ໂປຕີນຕ່າງໆ ຊ່ວຍສ້າງລະບົບພູມຕ້ານທານຮ່າງກາຍຂອງລູກຕັ້ງແຕ່ແລກເກີດ ຖືເປັນານອາຫານທີ່ສ້າງພູມຕ້ານທານທີ່ດີໃຫ້ລູກຫຼາຍທີ່ສຸດ
- ປະລິມານແຮ່ທາດ ແລະ ວິຕາມິນຕ່າງໆ ເຊັ່ນ: ນາຕີຄຣໍລາຍ, ແມັກນີຊຽມ ຊ່ວຍເສີມສ້າງຄວາມແຂງແຮງ ແລະ ການຈະເລີນເຕີບໂຕດ້ານມັນສະໝອງ ແລະ ການເບີ່ງເຫັນຂອງລູກ
- ນໍ້ານົມເຫຼືອງຍັງມີລິດລະບາຍອ່ອນໆ ຊ່ວຍກະຕຸ້ນການເຮັດວຽກຂອງລຳໄສ້ ເພື່ອໃຫ້ລູກຂັບຖ່າຍຂີ້ເທົາອອກມາ ຫຼຸດອາການໂຕເຫຼືອງທີ່ອາດເກີດຂື້ນໄດ້.
ນົມແມ່ໄລຍະທີ 2: ເປັນນໍ້ານົມໃສ (Transitional milk)
ຊ່ວງ 5-14 ວັນທຳອິດຫຼັງຈາກເກີດລູກ ນໍ້ານົມແມ່ຈະມີສີຂາວ ເຂົ້າສູ່ນໍ້ານົມຊ່ວງປ່ຽນຜ່ານຈາກນົມເຫຼືອງມາເປັນນົມແມ່
- ມີສານອາຫານທີ່ເພີ່ມຂື້ນໃນປະລິມານທີ່ເໝາະສົມຕໍ່ການຈະເລີນເຕີບໃຫຍ່ຂອງຮ່າງກາຍລູກນ້ອຍ ນໍ້າຕານ ແລະ ວິຕາມິນ ລະລາຍນໍ້າໄດ້ຂ້ອນຂ້າງສູງ ແລະ ນົມແມ່ໃນໄລຍະນີ້ຕະມີປະລິມານກະລໍລີຫຼາຍກວ່າໄລຍະທຳອິດ
ນົມແມ່ໄລຍະທີ 3: ເປັນນໍ້ານົມຂາວ (Mature milk)
ຫຼັງຈາກເກີດລູກໄດ້ 2 ອາທິດເປັນຕົ້ນໄປຈະເຂົ້າສູ່ນໍ້ານົມແມ່ໄລຍະທີ 3 ປະລິມານນໍ້ານົມ ແລະ ສານອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໃຫຍ່ຂອງຮ່າງກາຍລູກນ້ອຍຈະເພີ່ມຂື້ນ ນໍ້ານົມມີລັກສະນະເປັນນໍ້ານົມສີຂາວ ມີໄຂມັນຫຼາຍ ແລະ ຫາກລູກດູດນົມແມ່ຢ່າງຖືກວິທີຈະຍິ່ງຊ່ວຍໃຫ້ແມ່ຜະລິດນໍ້ານົມໄດ້ຫຼາຍພຽງພໍກັບຄວາມຕ້ອງການຂອງລູກນ້ອຍໄດ້ ແຕ່ຖ້າພະຍາຍາມປໍ້ານົມແລ້ວກໍ່ຍັງໜ້ອຍຢູ່ຄວນຫາວິທີເພີ່ມນໍ້ານົມໂດຍໃຫ້ແມ່ກິນນໍ້າອຸ່ນຫຼາຍໆ ແລະ ກິນອາຫານທີ່ຊ່ວຍການສ້າງນໍ້ານົມເພີ່ມຕື່ມ.
- ມີໂປຕີນ Beta-Casein, Lactoferrin, Immunoglobulin (IgA), Lysozyme, Serum Albumin ໂປຕີນແຕ່ລະໂຕຈະຊ່ວຍເພີ່ມພູມຕ້ານທານຮ່າງກາຍຢັບຢັ້ງການຈະເລີນເຕີບໃຫຍ່ຂອງເຊື້ອພະຍາດ, ຊ່ວຍຫຼຸດຜ່ອນການຕິດເຊື້ອຕ່າງໆໄດ້ເປັນຢ່າງດີ
- ມີອາຊິດໄຂມັນຈຳເປັນ DHA (Docosahexaenoic Acid ແລະ AA (Arachidonic Acid) ສົ່ງຜົນຕໍ່ການພັດທະນາລະບົບປະສາດ ແລະ ການເບີ່ງເຫັນຂອງລູກນ້ອຍ
- ໃນນໍ້ານົມແມ່ມີຄາໂບໄຮເດສສາຍສັ້ນ HMOs ຫຼາຍກວ່າ 200 ຊະນິດ ແລະມີຫຼາຍກວ່າປະລິມານທີ່ພົບໃນງົວເຖິງ 5 ເທົ່າ ເຊິ່ງ HMOs ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງຈຸລິນຊີ ແລະ ແບັກທີເຣຍມີສ່ວນຊ່ວຍສ້າງລະບົບພຸມຕ້ານທານຮ່າງກາຍຂອງລູກໄດ້
- ມີວິຕາມິນ A,B1, B2, B6, B12, C,D,E ,K ແລະແຮ່ທາດຢ່າງທາດເຫຼັກ ແຄວຊຽມ ໄອໂອດີນ ທີ່ສຳຄັນສຳລັບ ຮ່າງກາຍລູກ
- ສານອອກລິດຊີວະພາບໄດ້ແກ່ Antioxidant ແລະ Growth Factor ທີ່ສົ່ງຜົນຕໍ່ການເຮັດວຽກຂອງລະບົບທາງເດີນອາຫານ ລຳໄສ້ ເສັ້ນເລືອດ ລະບົບປະສາດ ແລະ ລະບົບຮໍໂມນໃນຮ່າງກາຍທີ່ໄດ້ຄວບຄຸມການຈະເລີນເຕີບໂຕ.
ປະໂຫຍດຂອງນົມແມ່ທີ່ລູກຕ້ອງການ
- ນົມແມ່ຊ່ວຍສ້າງພູມຕ້ານທານພະຍາດທີ່ດີທີ່ສຸດ
ເດັກນ້ອຍເກີດໃໝ່ຍັງມີພູມຕ້ານທານຮ່າງກາຍທີ່ບໍ່ສົມບູນ ນົມແມ່ຈິ່ງມີຄວາມສຳຄັນດ້ວຍສ່ວນປະກອບດ້ານການເສີມສ້າງພູມຕ້ານທານຮ່າງກາຍທີ່ສຸດ ເພື່ອທີ່ຈະໄດ້ມີພູມຕ້ານທານຕໍ່ອາການເຈັບໄຂ້ ດ້ວຍການສ້າງ Antibody ມາດ້ວຍການຕິດເຊື້ອຈາກແບັກທີເຣຍ ປ້ອງກັນການຕິດເຊື້ອໄວຣັດບາງຊະນິດ ເຊັ່ນ: ພະຍາດຕິດເຊື້ອທາງເດີນຫາຍໃຈ (RSV) ຫຼື ພະຍາດ Herpes ລວມເຖິງຊ່ວຍຫຼຸດໂອກາດການເກີດພູມແພ້ໃນເດັກ ຫາກມີພູມຕ້ານທານຮ່າງກາຍທີ່ດີຕັ້ງແຕ່ເກີດຈະຊ່ວຍປ້ອງກັນໃຫ້ລູກຈາກພະຍາດຮ້າຍຕ່າງໆໄດ້ ທີ່ອາດເກີດຂື້ນໃນອະນາຄົດອີກດ້ວຍ
- ນົມແມ່ມີປະໂຫຍດຕໍ່ການຈະເລີນເຕີບໃຫຍ່
ເມື່ອລູກໄດ້ຮັບນົມແມ່ທີ່ມີຄວາມສຳຄັນຕໍ່ການພັດທະນາຮ່າງກາຍໃຫ້ເຕີບໃຫຍ່ເປັນປົກກະຕິ ເມື່ອລູກເລີ່ມໃຫຍ່ຂື້ນ ເລີ່ມຝຶກຍ່າງ ລູກຈະສາມາດຊົງໂຕໄດ້ດີ ເພາະສານອາຫານທີ່ໄດ້ຮັບຈາກນົມແມ່ຕະຫຼອດມີສ່ວນຊ່ວຍສ້າງກະດູກ ແລະ ກ້າມເນື້ອທີ່ແຂງແຮງ ແລະ ຍັງຊ່ວຍເລື່ອງສຸຂະພາບຊ່ອງປາກ ແຂ້ວປົ່ງລຽງກັນໄດ້ງາມ ບໍ່ທັບຊ້ອນ ແລະ ບໍ່ຂຸງ່າຍ
- ປະໂຫຍດຈາກນົມແມ່ຊ່ວຍພັດທະນາສະໝອງຂອງລູກ
ນອກຈາກລູກທີ່ໄດ້ຮັບນົມແມ່ມີໂອກາດທີ່ພັດທະນາການ IQ ຫຼື ິວາມສະຫຼາດທາງປັນຍາໄດ້ດີກວ່າເດັກທີ່ໄດ້ຮັບຈາກນົມຜົງແລ້ວ ສານອາຫານທີ່ມີໃນນົມແມ່ຍັງຊ່ວຍເລື່ອງພັດທະນາການຂອງສະໝອງ ແລະ ຈຸລັງປະສາດໃຫ້ເຮັດວຽກໄດ້ຢ່າງສົມບູນອີກດ້ວຍ ໂດຍສະເພາະໃນກໍລະນີທີ່ລູກເກີດກ່ອນກຳນົດ ນົມແມ່ຖືວ່າເປັນແຫຼ່ງຄຸນປະໂຫຍດທີ່ສຳຄັນທີ່ສຸດ ເພາະສານອາຫານຕ່າງໆ ຈະຊ່ວຍພັດທະນາສະໝອງໃຫ້ປົກກະຕິ ຊ່ວຍຫຼຸດໂອກາດສ່ຽງຕໍ່ພະຍາດຕ່າງໆໃນອະນາຄົດໄດ້. ປະໂຫຍດຂອງນົມແມ່ຍັງມີອີກຫຼວງຫຼາຍຕໍ່ການຈະເລີນເຕີບໃຫຍ່ຂອງເດັກທີ່ແມ່ໆຄວນເອົາໃຈໃສ່ໃຫ້ລູກໄດ້ຮັບນໍ້ານົມຢ່າງໜ້ອຍ 6 ເດືອນຫຼັງການເກີດ
ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ