Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

“ 5 ສາຍເຫດທີ່ລູກມັກເປັນໄຂ້”

Posted on 11/06/202111/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on “ 5 ສາຍເຫດທີ່ລູກມັກເປັນໄຂ້”

#ເລົ່າເລື່ອງສຸຂະພາບປະຈຳວັນ:

ພໍ່ແມ່ຄວນໃຫ້ລູກໄດ້ສຳພັດກັບສິ່ງແວດລ້ອມພາຍນອກ ເພື່ອໃຫ້ຮ່າງກາຍລູກໄດ້ສ້າງພູມຕ້ານທານຮ່າງກາຍ

ສາຍເຫດທີ່ລູກມັກເປັນໄຂ້ ບໍ່ສະບາຍສະຫຼຸບໄດ້ດັ່ງລຸ່ມນີ້:

ເລື່ອງທຳອິດ: ອຸນຫະພູມຂອງໂລກທີ່ປ່ຽນແປງຢ່າງຮຸນແຮງຈາກພາວະໂລກຮ້ອນ ມີຜົນໃຫ້ເຊື້ອພະຍາດຕ່າງໆ ແຂງແຮງຂື້ນ ມີການລາຍງານບອກວ່າ ອຸນຫະພູມທີ່ຮ້ອນຂື້ນເຮັດໃຫ້ວົງຈອນຊີວິດຂອງເຊື້ອພະຍາດຫຼາຍຊະນິດຍາວນານຂື້ນ ໃນປະເທດເຮົາ ມີການປະກາດຈາກກະຊວງສາທາລະນະສຸກອອກມາວ່າ ສາຍເຫດທີ່ເຮັດໃຫ້ໄຂ້ເລືອດອອກລະບາດຫຼາຍຂື້ນໃນໄລຍະຫຼັງກໍ່ເພາະຍຸງລາຍແຂງແຮງຂື້ນ ເມື່ອກ່ອນຈະຕ້ອງລະວັງຍຸງກັນເວລາກາງເວັນ ແຕ່ຕອນນີ້ທັງກາງເວັນ ແລະ ກາງຄືນກໍ່ຕ້ອງໄດ້ປ້ອງກັນ ນັກວິທະຍາສາດການແພດຍັງກັງວົນຕໍ່ໄປວ່າຍຸງຊະນິດອື່ນໆ ອາດຈະແຂງແຮງ ແລະ ຮ້າຍແຮງຂື້ນ ຍີ່ງຍຸງລາຍຍິ່ງຕ້ອງລະມັດລະວັງ

ເລື່ອງທີ່ສອງ: ພຶດຕິກຳທີ່ພໍ່ແມ່ມັກສົ່ງລູກໄປໂຮງຮຽນລ້າງເດັກແຕ່ຍັງນ້ອຍໆ ເດັກຢູ່ລວມກັນເປັນຈຳນວນຫຼາຍ ໃນພື້ນທີ່ຈຳກັດ ຫຼີ້ນເຄື່ອງຫຼີ້ນຮ່ວມກັນ ເຮັດກິດຈະກຳຕ່າງໆ ຮ່ວມກັນ ຍິ່ງຕິດກັນໄດ້ງ່າຍ ໂດຍສະເພາະລູກນ້ອຍທີ່ຖືວ່າເປັນກຸ່ມທີ່ມີພູມຕ້ານທານບໍ່ທັນສົມບູນແຂງແຮງຈິ່ງມີໂອກາດຕິດເຊື້ອພະຍາດໄດ້ງ່າຍ

ເລື່ອງທີສາມ: ພຶດຕິກຳທີ່ລ້ຽງລູກດັ່ງໄຂ່ໃນຫິນ ພໍ່ແມ່ດູແລສຸຂະພາບ ອະນາໄມໃຫ້ລູກໄດ້ດີຫຼາຍ ທຸກຢ່າງເປັນຂອງລູກຕ້ອງສະອາດທີ່ສຸດ ເລື່ອງນີ້ກໍ່ມີຂໍ້ແນະນຳວ່າ ພໍ່ແມ່ຄວນໃຫ້ລູກຝຶກຝົນການເຮັດສິ່ງຕ່າງໆດ້ວຍຕົນເອງ ຄວນໃຫ້ລູກໄດ້ສຳພັດກັບສິ່ງຕ່າງໆຮອບຕົວ ເພື່ອໃຫ້ຮ່າງກາຍເດັກສ້າງພູມຕ້ານທານຮ່າງກາຍໂດຍທຳມະຊາດ ບໍ່ຄວນສະອາດຈົນເກີນໄປ ເພື່ອເຮັດໃຫ້ລະບົບພູມຕ້ານທານເດັກຖຶກກະຕຸ້ນ ເພື່ອບໍ່ໃຫ້ເດັກປ່ວຍໄດ້ງ່າຍ

ເລື່ອງທີສີ່: ເມື່ອບໍ່ມັກພາລູກອອກໄປສຳພັດອາກາດພາຍນອກ ສຳພັດແສງແດດແດ່ ແລະ ບໍ່ໃຫ້ເດັກອອກກຳລັງກາຍທີ່ເໝາະກັບໄວຂອງເຂົາແດ່ ໃຊ້ເວລາສ່ວນໃຫຍ່ຢູ່ໃນແຕ່ຫ້ອງແອ ເມື່ອແອ ຫຼື ເຄື່ອງປັບອາກາດຕ່າງໆເປື້ອນຈະເຮັດໃຫ້ປ່ວຍໄຂ້ງ່າຍ ເພາະມີການແຜ່ເຊື້ອໃນຫ້ອງໄດ້ງ່າຍ

ເລື່ອງທີ່ຫ້າ: ໂພຊະນາການເຊີ່ງໝາຍເຖິງອາຫານການກິນນັ້ນເອງ ເລື່ອງນີ້ເປັນເລື່ອງສຳຄັນຄວນໃຫ້ເດັກໄດ້ກິນອາຫານຄົບຫ້າໝູ່ເປັນປະຈຳ, ຜົນວິໄຈວ່າ ມີເດັກເກີນກວ່າ 30 ເປີເຊັນ ເປັນເດັກທີ່ມີນໍ້າໜັກເກີນຫຼາຍ ເຊິ່ງໝາຍຄວາມວ່າ ເດັກຈະມີໄຂມັນສະສົມຫຼາຍເກີນໄປ ແລະ ອອກກຳລັງກາຍໜ້ອຍ ອີກຕົວເລກໜຶ່ງທີ່ມີການສຳຫຼວດພຶດຕິກຳການກິນຜັກຂອງເດັກພົບວ່າເດັກມີການກິນຜັກໜ້ອຍກວ່າທີ່ຄວນເປັນ ແລະ ມັກກິນຫວານຫຼາຍເກີນໄປກໍ່ມີຜົນກະທົບເຊັ່ນກັນ

ນັບສະເພາະໂພຊະນາການທີ່ຂາດຄວາມສົມດຸນເຫຼົ່ານີ້ໃນເດັກລວມກັບປັດໃຈອີກ 4 ຂໍ້ ຈິນຕະນາການໄດ້ເລີຍວ່າໂອກາດທີ່ເດັກ ມີພູມຕ້ານທານຮ່າງກາຍຕໍ່າເກີນໄປມີຈຳນວນຫຼາຍ ແລະໜ້າຈະເປັນຄຳຕອບທີ່ວ່າຍ້ອນຫຍັງເດັກຈິ່ງມັກບໍ່ສະບາຍຕະຫຼອດ ແລະ ມີແນວໂນ້ມທີ່ເດັກຈະເປັນພູມແພ້ອີກດ້ວຍ.

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ຮັກສຸຂະພາບ

Post navigation

Previous Post: ເຈົ້າແຂວງໄຊຍະບູລີລົງຢ້ຽມຢາມກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ
Next Post: ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ

Related Posts

ການຕິດຕໍ່ຂອງພະຍາດ Monkeypox ໝາກສຸກລີງ Featured
ເປັນຄັນແຄເຮັດແນວໃດດີ.. ? Featured
ນົມງົວ,ຄວາຍ,ແບ້ ແລະ ແກະ ຕ່າງກັນແນວໃດ? ຮັກສຸຂະພາບ
“ 7 ສັນຍານເຕືອນວ່າລູກຂາດສານອາຫານ?” ຮັກສຸຂະພາບ
ເມື່ອລູກບໍ່ມັກກິນເຂົ້າ ພໍ່ແມ່ຄວນເຮັດແນວໃດ ? ຮັກສຸຂະພາບ
ຄວາມເຕ້ຍຮັກສາໄດ້ແທ້ບໍ ? ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme