#ເລົ່າເລື່ອງສຸຂະພາບປະຈຳວັນ:
ຈຸດເລີ່ມຕົ້ນຂອງການປ່ວຍໄຂ້ ແລະ ພະຍາດຕ່າງໆ ມັກເລີ່ມຕົ້ນຈາກລຳໄສ້ ຫາກພູມຄຸ້ມກັນຮ່າງກາຍບໍ່ແຂງແຮງພຽງພໍທີ່ຈະຕ້ານທານເຊື້ອພະຍາດ ເຊື້ອພະຍາດທີ່ຈະເລີນເຕີບໂຕໄດ້ດີຈາກການແຜ່ຂະຫຍາຍໄປອະໄວຍະວະສ່ວນອື່ນໆຕໍ່ໄປ
ສານພູມຄຸ້ມກັນຂຽນເປັນພາສາອັງກິດວ່າ Immunoglobulins ຄືກຸ່ມສານໂປຣຕີນ ຫຼື ໂມເລກຸນທີ່ອອກລິດທາງຊີວະພາບໃນຮ່າງກາຍເຮົາສາດພົບໄດ້ໃນນໍ້າເຊລໍ້າ ແລະ ທາດເຫຼວໃນເນື້ອເຍື່ອຕ່າງໆລວມທັງໃນນົມຂອງສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດ
ອີມູໂນໂກບູລິນມີຫຼາຍປະເພດແຕ່ມີການເຮັດວຽກຮ່ວມກັນເປັນທີມ ເພື່ອເສີມສ້າງການເຮັດວຽກເຊີ່ງກັນແລະກັນໃນການຊອກຫາ ແລະ ທຳລາຍເຊື້ອພະຍາດ ຫຼື ສີ່ງແປກປອມຕ່າງໆ ທີ່ເຂົ້າມາທຳຮ້າຍຮ່າງກາຍ ປຽບເໝືອນກອງທະຫານທີ່ອອກສະໜາມຮົບເຊີ່ງຈະມີທັງທະຫານແນວໜ້າ ທະຫານໜ່ວຍນັກສືບ ທະຫານກອງໜຸນ ແລະ ອື່ນໆ ທຸກໜ່ວຍຂອງທະຫານລ້ວນແລ້ວແຕ່ມີຄວາມສຳຄັນ ຂາດສ່ວນໃດສ່ວນໜື່ງບໍ່ໄດ້ ແລະ ອີມູນໂນໂກບູລິນກໍ່ເຊັ່ນກັນ
IgG: ອີມູໂນໂກບູລິນ ຈີ ເປັນສານທີ່ມີໜ້າທີ່ຫຼັກ ຊ່ວຍໃນການທຳລາຍເຊື້ອພະຍາດ, ເປັນອີມູນໂນໂກບູລິນສຳຄັນທີ່ພົບໃນນົມເຫຼືອງຈາກນົມງົວຫຼາຍກວ່າໃນນົມຄົນອີກດ້ວຍ
IgA: ອີມູນໂນໂກບູລິນ ເອ ເປັນດ່ານປ້ອງກັນທໍາອິດຕໍ່ເຊື້ອພະຍາດ ເປັນເໝືອນໜື່ງໃນກໍາແພງຊັ້ນນອກທີ່ຊ່ວຍປ້ອງກັນສັດຕູ ໂດຍປ້ອງກັນທີ່ເນື້ອເຍື່ອໃນຊ່ອງທາງເດີນອາຫານ ແລະ ທາງເດີນຫາຍໃຈ ແລະ ປ້ອງກັນການທຳຮ້າຍຂອງເຊື້ອພະຍາດ
IgM: ອີມູນໂນໂກບູລິນ ເອັມ ໜ້າທີ່ຫຼັກເປັນໜ່ວຍຮົບປະຈັນບານມັນຈະຕໍ່ສູ້ກັບເຊື້ອພະຍາດໂດຍກົງ ດ້ວຍໂຕເອງມີຄວາມສາມາດໃນການກືນກິນ ແລະ ກຳຈັດການຮຸກຮານຂອງເຊື້ອພະຍາດຈີ່ງທຳລາຍເຊື້ອພະຍາດທີ່ເຂົ້າມາຮຸກຮານໄດ້ໂດຍກົງ
IgE: ອີມູນໂນໂກບູລິນ ອີ ເປັນໂຕປ້ອງກັນທີ່ຄອຍຕໍ່ຕ້ານເຊື້ອພະຍາດ ແລະ ເຊື້ອກາຝາກຕ່າງໆ ລວມທັງການກະຕຸ້ນການສາ້ງສານຕ່າງໆທີ່ໃຊ້ແກ້ອາການແພ້ ແລະ ຫອບຫືດ
IgD: ອີມູໂນໂກບູລິນ ດີ ເຮັດໜ້າທີ່ກະຕຸ້ນຈຸລັງເມັດເລືອດຂາວໃຫ້ຜະລິດສານພູມຕ້ານທານຕ່າງໆ
ຕາຕະລາງປຽບທຽບປະລິມານ
ສານພູມຕ້ານທານ ຊະນິດຕ່າງໆ ໃນນົມເຫຼືອງຫຼັງເກີດລູກທຽບກັນນໍ້ານົມປົກກະຕິ
Mg/ml | IgG | IgF1 | IgM | IgA |
ນົມເຫຼືອງ Colostrum | 61.8+2.5 | 40.3+1.6 | 3.2+0.2 | 9.6+0.6 |
ນົມ (24ຊົ່ວໂມງ) | 11.8+4.8 | 8.0+3.2 | 1.8+0.3 | 3.8+1.0 |
ນົມ (48 ຊົ່ວໂມງ) | 8.0+3.2 | 5.0+1.8 | 1.8+0.4 | 2.7+0.6 |
ນົມ (3-7 ວັນ) | 1.9+0.6 | 1.3+0.3 | 1.2+0.2 | 3.4+1.0 |
ນົມ (8-35 ວັນ) | 1.4+0.6 | 1.0+0.45 | 0.9+0.25 | 3.05+0.74 |
ໂດຍປົກກະຕິຮ່າງກາຍເຮົາເມື່ອຮັບປະທານອາຫານເຂົ້າໄປຜ່ານຫຼອດອາຫານລົງໄປໃນກະເພາະອາຫານ ຂະບວນການຍ່ອຍແລະ ດູດຊຶມເອົາສານອາຫານເພື່ອລ້ຽງອະໄວຍະວະພາກສ່ວນຕ່າງໆຂອງຮ່າງກາຍ ເກີດຂື້ນ ແລະ ດຳເນີນການໄປຢ່າງຊ້າໆ ລະຫວ່າງທີ່ກະເພາະອາຫານເຮັດວຽກໄປຈົນກະທັງຜ່ານໄປຍັງລຳໄສ້ອ່ອນ ການດູດຊຶມເອົາສານອາຫານຕ່າງໆ ຈົບລົງທີ່ລຳໄສ້ອ່ອນ ກາກອາຫານ ແລະ ສິ່ງເສດເຫຼືອທີ່ຮ່າງກາຍບໍ່ນໍາໃຊ້ແລ້ວຈະໄປພັກຢູ່ໄສ້ແກ່ ເພື່ອກຽມການຂັບຖ່າຍຖີ້ມໄປ.
ເວລາເຊື້ອພະຍາດເຂົ້າສູ່ຮ່າງກາຍ ເຊື້ອພະຍາດຈະພະຍາຍາມຫາທາງໄປທີ່ລຳໄສ້ ເພາະຝາພະໜັງລຳໄສ້ເປັນທີ່ພັກທີ່ດີສຳລັບເຊື້ອພະຍາດ ເຊື້ອພະຍາດຈະຂະຫຍາຍໂຕຢ່າງອິດສະຫຼະ ແລະ ຂະຫຍາຍໂຕໄດ້ໄວຫຼາຍ ອາດເປັນຍ້ອນຝາພະໜັງລຳໄສ້ມີພື້ນທີ່ໃຫ້ພະຍາດສາມາດເກາະອາໄສໄດ້ຫຼາຍ ແລະ ເນື່ອງຈາກລຳໄສ້ເປັນແຫຼ່ງພັກຂອງກາກອາຫານທີ່ຮ່າງກາຍກຽມຂັບຖ່າຍຖີ້ມເຊີ່ງເປັນອາຫານທີ່ດີເລີດສຳລັບເຊື້ອພະຍາດຫຼາຍໆຊະນິດ ດັ່ງນັ້ນ, ຫາກພູມຕ້ານທານໃນຮ່າງກາຍບໍ່ເຂັ້ມແຂງພຽງພໍ ທີ່ຈະກຳຈັດເຊື້ອພະຍາດ ເຊື້ອພະຍາດຈະຈະເລີນເຕີບໂຕໄດ້ດີກໍ່ຈະແຜ່ຂະຫຍາຍໄປອະໄວຍະວະຕ່າງໆຂອງຮ່າງກາຍ ຈຸດເລີ່ມຕົ້ນຂອງຄວາມເຈັບໄຂ້ໄດ້ປ່ວຍ ແລະ ພະຍາດຕ່າງໆ ຈີ່ງມັກເລີ່ມຕົ້ນທີ່ລຳໄສ້.
ການເບີ່ງແຍງຮັກສາສຸຂະພາບໃຫ້ດີຈິ່ງຕ້ອງຮັກສາສຸຂະພາບລຳໄສ້ ຢ່າປ່ອຍໃຫ້ຝາຜະໜັງລຳໄສ້ອັກເສບ ຢ່າປ່ອຍໃຫ້ຝາຜະໜັງລຳໄສ້ຮົ່ວຊຶມ ຢ່າປ່ອຍໃຫ້ເກີດອາການຖອກທ້ອງເປັນປະຈຳ ຢ່າປ່ອຍໃຫ້ເກີດບາດແຜໃນລຳໄສ້ ແລະ ອື່ນໆ.
ຕາຕະລາງປຽບທຽບ ລະຫວ່າງ
ພູມຕ້ານທານຮ່າງກາຍສ້າງຂື້ນເອງ ກັບ ພູມຄຸ້ມກັນຮ່າງກາຍທີ່ໄດ້ຮັບມາ
ພູມຕ້ານທານຮ່າງກາຍສ້າງຂື້ນເອງ | ພູມຄຸ້ມກັນຮ່າງກາຍທີ່ໄດ້ຮັບມາ |
1.ເກີດຂື້ນຢ່າງຊ້າໆ ຫຼັງໄດ້ຮັບແອນຕີເຈັນ Anti-gen ປະມານ 7-14 ວັນ | 1. ເກີດຂື້ນທັນທີຫຼັງໄດ້ຮັບສານພູມຕ້ານທານຮ່ງກາຍ |
2. ໃຫ້ພູມຕ້ານທານຫຼັງຈາກໄດ້ສໍາພັດເຊື້ອພະຍາດ | 2. ໃຫ້ພູມຕ້ານທານກ່ອນໄດ້ສຳພັດເຊື້ອພະຍາດ |
3. ມີໄລຍະເວລາຢູ່ໃນຮ່າງກາຍເປັນປີ | 3. ມີໄລຍະຢູ່ໃນຮ່າງກາຍບໍ່ດົນ ເປັນອາທິດ |
4. ໃຊ້ກັບຄົນທີ່ສາມາດສ້າງພູມຕ້ານທານຮ່າງກາຍໄດ້ດ້ວຍໂຕເອງ | 4. ໃຊ້ກັບຄົນທີ່ບໍ່ສາມາດສ້າງພູມຕ້ານທານຮ່າງກາຍໄດ້, ມີຄວາມບົກຜ່ອງດ້ານລະບົບພູມຕ້ານທານຮ່າງກາຍ, ຫຼື ໄດ້ຮັບເຊື້ອພະຍາດທີ່ຮຸນແຮງ |
5. ເຊັ່ນ ສັກວັກຊິນ OPV, DPT ທ໋ອກຊອຍບາດພະຍັກ | 5. ເຊັ່ນ: ນໍ້າເຊລໍ້າ ຕ້ານພິດງູ, ແອນຕິທ໋ອກຊິນບາດທະຍັກ |
ທີ່ໜ້າສົນໃຈກໍ່ຄື ສານກໍ່ພູມຕ້ານທານຮ່າງກາຍທີ່ມີໃນນົມເຫຼືອງໂຄລ໋ອດສະຕຸ້ມ ຈະໄປພັກທີ່ລຳໄສ້ ເພື່ອກະຕຸ້ນໃຫ້ພູມຕ້ານທານໃນລຳໄສ້ເຮັດວຽກໄດ້ຢ່າງແຂງແຮງ ບໍ່ເປີດໂອກາດໃຫ້ເຊື້ອພະຍາດໄດ້ຈະເລີນເຕີບໂຕ ແລະ ຈະກຳຈັດເຊື້ອພະຍາດໂດຍການເຂົ້າໄປປິດລ້ອມແລ້ວທຳລາຍ ຖ້າປຽບເປັນການສູ້ຮົບຂອງທະຫານກໍ່ປຽບເໝືອນໜື່ງໜ່ວຍຮົບຈາກນົມເຫຼືອງໂຄລ໋ອດສະຕຸ້ມຈະເຂົ້າໂຈມຕີໂດຍກົງຖານທັບໃຫຍ່ຂອງເຊື້ອພະຍາດນັ້ນເອງ
ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ