Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຈົ້າແຂວງໄຊຍະບູລີລົງຢ້ຽມຢາມກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ

Posted on 11/06/202111/06/2021 By ປະກາດ Pakaad No Comments on ເຈົ້າແຂວງໄຊຍະບູລີລົງຢ້ຽມຢາມກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2021 ນີ້, ຢູ່ທີ່ຫ້ອງການພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈໍາກັດ ບ້ານນາແກ່ນຄຳ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ກຸ່ມສະຫະກອນ ສົ່ງເສີມກະສິກຳເມືອງຫົງສາ ໂດຍມີທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ, ມີບັນດາຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍອົງການປົກຄອງບ້ານ, ຜູ້ຕາງໜ້າສະມາຊິກ ແລະ ຜູ້ບໍລິຫານ-ພະນັກງານກຸ່ມສະຫະກອນເຂົ້າຮ່ວມ.

ທ່ານ ນ້ອຍເຕັມ ສານວິໃຈ ນາຍບ້ານໆນາແກ່ນຄຳ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບ້ານໄລຍະຜ່ານມາໂດຍຫຍໍ້, ເຊີ່ງຕະຫຼອດໄລຍະຜ່ານມາເຫັນວ່າພໍ່ແມ່ປະຊາຊົນພາຍໃນບ້ານແມ່ນມີຄວາມສາມັກຄີປອງດອງ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ,ປະຊາຊົນມີຄວາມຫ້າວຫັນໃນການຊອກວຽກເຮັດງານທໍາ, ປູກຝັງ, ລ້ຽງສັດ, ຫັດຖະກໍາຈັກສານ ແລະ ຕໍ່າແຜ່ນແພ ເພື່ອເປັນສິນຄ້າ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ຫຼັງຈາກນັ້ນ, ທ່ານ ທອງ ສິມມາທອງ ຮອງນາຍບ້ານນາແກ່ນຄຳ ທັງເປັນປະທານກຸ່ມສົ່ງເສີມສະຫະກອນສົ່ງເສີມກະສິກຳເມືອງຫົງສາ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງກຸ່ມສະຫະກອນເມືອງຫົງສາ, ເຊີ່ງໄດ້ຮັບອະນຸຍາດສ້າງຕັ້ງຂຶ້ນໃນປີ 2018 ໂດຍການສະໜັບສະໜູນຂອງພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈຳກັດ, ການຈັດຕັ້ງປະຕິບັດແມ່ນໄດ້ແບ່ງອອກເປັນກຸ່ມຄື: ກຸ່ມຜະລິດກະສິກຳ, ກຸ່ມປຸງແຕ່ງຜະລິດກະສິກຳ, ກຸ່ມຕັດຫຍິບ, ກຸ່ມລ້ຽງສັດ, ກຸ່ມຫັດຖະກຳຈັກສານ ແລະ ກຸ່ມຮວບຮວມຜົນຜະລິດ, ການດຳເນີນທຸລະກິດຂອງສະຫະກອນປະກອບມີ ການຮວບຮວມຜົນຜະລິດຈາກສະມາຊິກ ມາບໍລິຫານຈັດການ, ຮ້ານຄ້າສະຫະກອນ,ນໍ້າດື່ມ ແລະ ບໍລິການໃຫ້ເຊົ່າເຕັ້ນ.

ປະຈຸບັນກຸ່ມດັ່ງກ່າວມີສະມາຊິກທັງໝົດ 137 ຄອບຄົວ, ມີລະບົບການຄຸ້ມຄອງຕົນເອງ ສະມາຊິກຕ້ອງມີຮຸ້ນໃນສະຫະກອນຢ່າງໜ້ອຍ 1 ຮຸ້ນ ແລະ ຜູ້ຖືຮຸ້ນເປັນເຈົ້າຂອງສະຫະກອນ, ລະບົບຄຸ້ມຄອງ ແລະ ການບໍລິການສະຫະກອນປະກອບມີຄະນະກຳມະການບໍລິຫານ 7 ທ່ານ ແລະ ຄະນະກວດກາ 3 ທ່ານ. ລາຍຮັບສະເລ່ຍຂອງສະມາຊິກຜູ້ໜຶ່ງໄດ້ປະມານ 7 ລ້ານກວ່າກີບຕໍ່ປີ,ພ້ອມນີ້ ທ່ານປະທານກຸ່ມສະຫະກອນກໍ່ໄດ້ສະເໜີຕໍ່ການຈັດຕັ້ງພັກ-ລັດແຕ່ລະຂັ້ນ ໃຫ້ຄົ້ນຄວ້າເອົາວິຊາການຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມສຳນານງານ ເພື່ອມາບໍລິຫານຄຸ້ມຄອງ ແລະ ສົ່ງເສີມການຜະລິດກະສິກຳເມືອງຫົງສາ ໃຫ້ມີຄວາມຍືນຍົງຕະຫຼອດໄປ.(ເມື່ອໝົດສັນຍາການສະໜັບສະໜູນຂອງບໍລິສັດໄຟຟ້າຫົງສາ ຈຳກັດ) .

ໃນໂອກາດນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມ, ຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງບ້ານ ແລະ ກຸ່ມສະຫະກອນ ສົ່ງເສີມກະສິກຳ ເມືອງຫົງສາ ທີ່ຍາດມາໄດ້ໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ອົງການປົກຄອງບ້ານຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມປະຊາຊົນໃຫ້ເປັນພົນລະເມືອງດີ, ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ, ສືບຕໍ່ສົ່ງເສີມວຽກເຮັດງານທຳໃຫ້ປະຊາຊົນ ມີອາຊີບໝັ້ນຄົງ, ມີຢູ່ມີກິນ ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ນອກຈາກນີ້ ກໍ່ໄດ້ແນະນຳໃຫ້ກຸ່ມສະຫະກອນ ເອົາໃຈໃສ່ສ້າງປຸຍຊີວະພາບ, ປັບປຸງການປູກ, ການລ້ຽງໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ສ້າງຫ້ອງເຢັນເພື່ອເກັບຮັກສາຜົນຜະລິດກະສິກຳໄວ້ໃຫ້ໄດ້ດົນ ແລະ ບໍ່ໃຫ້ມັນເນົ່າກ່ອນອອກໄປຈຳໜ່າຍຕາມທ້ອງຕະຫຼາດ.

ສ່ວນການບໍລິຫານສະຫະກອນໃນຕໍ່ໜ້າແມ່ນມອບໃຫ້ພະແນກການທີ່ກ່ຽວຂ້ອງສົມທົບກັນ ແລະ ຄົ້ນຄວ້າ ເພື່ອບໍລິຫານກຸ່ມສະຫະກອນ ສົ່ງເສີມກະສິກຳເມືອງຫົງສາ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ພາບ-ຂ່າວ: ຄໍາຫຼ້າ ຄຳວິໄລ.

ຂ່າວສານບ້ານເມືອງ

Post navigation

Previous Post: ພົບຄົນຕິດເຊື້ອ ໂຄວິດ-19 ອີກ 4 ຄົນ ຖະແຫຼງຂ່າວ ວັນທີ 10 ມິຖຸນາ 2021
Next Post: “ 5 ສາຍເຫດທີ່ລູກມັກເປັນໄຂ້”

Related Posts

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ Featured
ລາຍລະອຽດ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021! Featured
ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ Featured
ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2022 Featured
ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ ຈາກອຸບັດຕິເຫດ 3 ວັນປີໃໝ່ລາວ Featured
ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme