Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ

Posted on 12/06/202112/06/2021 By ປະກາດ Pakaad No Comments on ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ

ໃນວັນທີ 10 ມິຖຸນາ 2021, ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ແລະ ບໍລິສັດ ກູນຕີວາ ຈໍາກັດ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ ໃຫ້ສາມາດທຽບເທົ່າກັບຫ້ອງວິໄຈບັນດາປະເທດເພື່ອບ້ານ ແລະ ສາກົນ.

ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ແລະ ບໍລິສັດ ກູນຕີວາ ຈໍາກັດ ລົງນາມເຊັນບົດທຶກຄວາມເຂົ້າໃຈ ຮ່ວມກັນສ້າງອາຄານຫ້ອງທົດລອງ ຄົ້ນຄວ້າ ວິໄຈ ກ່ຽວກັບພືດເປັນຢາ ແລະ ພືດທີ່ເປັນເສດຖະກິດ, ເພື່ອໃຫ້ເປັນຫ້ອງທົດລອງທີ່ໄດ້ມາດຕະຖານ ສາມາດຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພດ້ານພືດເປັນຢາ ແລະ ພືດເສດຖະກິດ ຕາມມາດຕະຖານຂອງພາກພື້ນ ແລະ ສາກົນ ແລະ ສາມາດກໍານົດເປັນມາດຕະຖານຂອງລາວ.

ພິທີການລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ ມີ ທ່ານ ປອ.ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ພອນສະຫວັນ ຟາມ ປະທານບໍລິສັດ ກູນຕິວາ ຈໍາກັດ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ກິດຕິມະສັກ ມີ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສົມພັນ ແພງຄໍາມີ ອະດີດຮອງປະທານສະພາແຫ່ງຊາດ, ທ່ານ ຮສ.ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ່ານຈາກສາຍແຜນງານປົກປ້ອງຜູ້ບໍລິໂພກຢາ ແລະ ຜະລິດຕະພັນການແພດ, ພະນັກງານນໍາພາຂອງສະຖາບັນ ແລະ ພາກສ່ວນຄູ່ສັນຍາເຂົ້າຮ່ວມ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: “ 5 ສາຍເຫດທີ່ລູກມັກເປັນໄຂ້”
Next Post: “ ລູກສູງບໍ່ທັນໝູ່ຍ້ອນຫຍັງ ?”

Related Posts

ປັບໃໝສູງສຸດ 10 ລ້ານກີບ ໃຜເປີດເຄື່ອງສຽງເນືອງນັນ Featured
ຜູ້ເສຍຊີວິດໃໝ່ສາມຄົນລາຍງານມື້ນີ້ມີນັກໂທດຄົນໜຶ່ງ Featured
ມື້ດຽວເພີ່ມອີກ 1504 ຄົນ Featured
ຄູ່ມືແນະນໍາຕິດຕາມອາການຕົນເອງຢູ່ເຮືອນ Featured
ຝາສິມຂອງ ວັດສີສະເກດ “ສະຕະສະຫັສສາຣາມ” Featured
ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ໃນຕອນກາງເວັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme