#ເລົ່າເລື່ອງສຸຂະພາບປະຈຳວັນ:
ນົມເຫຼືອງອາດເປັນຄວາມຫວັງຂອງພໍ່ແມ່ທຸກຄົນໄດ້ ທີ່ຈະສ້າງໃຫ້ລູກມີຮ່າງກາຍຈະເລີນເຕີບໃຫຍ່ແຂງແຮງ ແລະ ມີພູມຕ້ານທານຮ່າງກາຍທີ່ມີປະສິດທິພາບ
ຢ່າງທີ່ກ່າວໃວ້ແລ້ວວ່າ ພໍ່ແມ່ທຸກຄົນຢາກເຫັນລູກເຕີບໃຫຍ່ມາດ້ວຍຮ່າງກາຍທີ່ແຂງແຮງ ບໍ່ອ່ອນແອ ເປັນພະຍາດ ມີພັດທະນາການສົມໄວ ມີອາລົມແຈ່ມໃສ ນອກຈາກເລື່ອງພື້ນຖານເລົ່ານີ້ແລ້ວ ພໍ່ແມ່ຈຳນວນບໍ່ໜ້ອຍ ຈະວາງແຜນໃຫ້ລູກມີຄວາມໂດດເດັ່ນໃນເລື່ອງຕ່າງໆ ເພີ່ມຂື້ນອີກເຊັ່ນ: ບາງຄົນສົ່ງເສີມໃຫ້ຫຼີ້ນກິລາ ຄືພໍ່ແມ່ນັກກິລາໂດ່ງດັງລະດັບໂລກຫຼາຍຄົນ ບາງຄົນສົ່ງເສີມດ້ານດົນຕີີີເປັນຕົ້ນ
ດັ່ງນັ້ນ ນົມເຫຼືອງອາດເປັນຄວາມຫວັງຂອງພໍ່ແມ່ທຸກຄົນໄດ້ ເພາະຈະສ້າງໃຫ້ລູກເຕີບໃຫຍ່ແຂງແຮງແລະມີພູມຕ້ານທານໃນຮ່າງກາຍທີ່ມີປະສິດທິພາບ ເຮົາມາເບີ່ງວ່າໃນນົມເຫຼືອງມີທາດສຳຄັນອັນໃດແດ່.

- ປັດໄຈກະຕຸ້ນພູມຕ້ານທານພະຍາດ (Immune Factors)
ການວິໄຈທາງການແພດພົບວ່າ ມີພູມຕ້ານທານໃນນົມເຫຼືອງມີຄວາມສາມາດຕໍ່ຕ້ານກັບເຊື້ອພະຍາດ ແບັກທີເຣຍ ເຊື້ອຣາ ຢີສ ແລະ ສານພິດອື່ນໆໄດ້.
- ສານພູມຕ້ານທານຮ່າງກາຍ (Immunoglobulins)
ສານໂຕນີ້ສຳຄັນຫຼາຍໃນສາຍຕາຂອງທ່ານໝໍ ຈັດເປັນສານປົກປ້ອງຂັ້ນສູງ ປ້ອງກັນການຕິດເຊື້ອໄວຣັດ ແບັກທີເຣຍ ພູມແພ້ ເຊື້ອຣາ ສານໂປຕີນພູມຄຸ້ມກັນໃນນົມເຫຼືອງມີຢູ່ 5 ຊະນິດຄື: IgAF IgD, IgE, IgG ແລະ IgM ໂມເລກຸນຂອງສານເລົ່ານີ້ຈະຕໍ່ສູ້ກັບເຊື້ອພະຍາດ ໄດ້ຢ່າງມີປະສິດທິພາບ
- ປັດໄຈກະຕຸ້ນການຈະເລີນເຕີບໃຫຍ່ (Growth Factor)
ທາດນີ້ເປັນທາດທີ່ສຳຄັນຫຼາຍເພາະມະນຸດເຮົາຈະເຕີບໃຫຍ່ບໍ່ໄດ້ຫາກບໍ່ມີ Growth Factor ເຊີ່ງເປັນໂຕກະຕຸ້ນໃຫ້ຮ່າງກາຍຈະເລີນເຕີບໂຕ ແລະ ສ້ອມແຊມຮ່າງກາຍນັບຕັ້ງແຕ່ເກີດມີຊີວິດ ຈົນເຖິງວາລະສຸດທ້າຍຂອງຊີວິດມະນຸດເຮົາ
- ສານພູມຕ້ານທານຮ່າງກາຍ (Antibodies):
ຈາກການສຶກສາວິໄຈພົບວ່າໃນນົມເຫຼືອງປະກອບດ້ວຍສານພູມຕາ້ນທານເຊິ່ງເປັນຕົ້ນເຫດທີ່ກໍ່ໃຫ້ເກີດພະຍາດ ເຊັ່ນ: RotavirusF H.pylori, Cryptosporidium, Salmonella, Streptocuccus, E.coli
ຕົວຢ່າງຂອງເຊື້ອພະຍາດທີ່ກໍ່ໃຫ້ເກີດເຊື້ອພະຍາດຕ່າງໆທີ່ນົມເຫຼືອງມີສານຕ້ານທານສາມາດຢຸດຢັ້ງເຊື້ອພະຍາດດັ່ງລຸ່ມນີ້:
ເຊື້ອພະຍາດ | ອາການຂອງພະຍາດ |
Bacillus cereus | ອາຫານເປັນພິດ, ເຕົ້ານົມອັກເສບ |
Campylobacter jejuni | ອາຫານເປັນພິດ, |
Candida albicans | ຝ້າຂາວ-ການຕິດເຊື້ອຈາກຢີສ |
Clostridium difficile | ອາຫານເປັນພິິດ |
Escherichia coli | ຖອກທ້ອງ |
Escherichia coli 0157:H7 | ອາຫານເປັນພິດ |
Haemophilus influenza | ເຍື່ອຫຸ້ມສະໝອງອັກເສບຈາກເຊື້ອແບັກທີເຣຍ |
Helicobacter pylori | ພະຍາດກະເພາະອາຫານ |
Klebsiella pneumoniae | ພະຍາດປອດບວມ, ພະຍາດທາງເດີນນໍ້າຍ່ຽວອັກເສບ |
Listeria monocytogenes | ອາຫານເປັນພິດ |
Propionibacterium acnes | ສິວອັກເສບ |
Salmonella enteritidis | ອາຫານເປັນພິດ |
Staphylococcus aureus | ພະຍາດປອດບວມ, ກ້າມເນື້ອອັກເສບຂອງກະດູກ, ຫົວໃຈອັກເສບ, ເຍື່ອຫຸ້ມສະໝອງອັກເສບ |
Staphylococcus aureus (Methicillin resistant MRSA) | ພາວະຂໍ່ຕໍ່ອັກເສບ |
Staphylococcus epidermis | ເຍື່ອຫຸ້ມຫົວໃຈອັກເສບ |
Streptococcus agalactiae | ເຕົ້ານົມອັກເສບ, ການຕິດເຊື້ອໃນກະແສເລືອດ, ເຍື່ອຫຸ້ມສະໝອງອັກເສບ, ພະຍາດປອດບວມ |
Streptococcus mutans | ພະຍາດເຫືອກ, ແຂ້ວຜຸຜ່ອຍ, ຄວາມດັນເລືອດສູງ, ພະຍາດເຍື່ອຫຸ້ມຫົວໃຈອັກເສບ |
Streptococcus pyogenes | ທອນຊີລ ອັກເສບ, ແບັກທີເຣຍກິນຊີ້ນ, ກ້າມເນື້ອອັກເສບ |
Streptococcus species | ໄຂ້ຣູມາຕິດ, ພະຍາດໄຂ່ຫຼັງ |
Yersinia enterocolitica | ອາຫານເປັນພິດ, ພາວະເລືອດເປັນພິດ |
- ສານ PRP (Proline-Rich-Polypeptide)
PRP ເປັນສານປະກອບໂມເລກຸນຂອງກົດອາມີໂນອາຊີດຫຼາຍຊະນິດທີ່ຕໍ່ກັນເປັນສາຍຊ່ວຍໃຫ້ຕ່ອມໄທມັສເຮັດວຽກໄດ້ດີ ຊ່ວຍກະຕຸ້ນລະບົບພູມຄຸ້ມກັນໃນຮ່າງກາຍສົມດຸນ
- ໄກໂຄໂປຣຕີນ (Glycoprotein):
ມີຄຸນສົມບັດໃນການປ້ອງປ້ອງພູມຄຸ້ມກັນ ແລະ ປັດໃຈກະຕຸ້ນການຈະເລີນເຕີບໃຫຍ່ (Growth factor) ທີ່ມີຢູ່ໃນນົມເຫຼືອງ ບໍ່ໃຫ້ຖືກຍ່ອຍສະຫຼາຍໄປຈາກນໍ້າຍ່ອຍໃນລໍາໄສ້
- ແລັກໂຕແຟຣິນ (Lactoferrin)
ເປັນສານໂປຕີນສໍາຄັນອີກໂຕໜື່ງ ທີ່ມີຄຸນລັກສະນະພິເສດຄື ສາມາດຈັບທາດເຫຼັກໂດຍສະເພາະທາດເຫຼັກໃນລຳໄສ້, ເຮັດໃຫ້ແບັກທີເຣຍໃນລຳໄສ້ຢຸດການຈະເລີນເຕີບໂຕ ແລະ ຕາຍໄປໃນທີ່ສຸດ ເພາະແບັກທີເຣຍຕ້ອງອາໄສໂມເລກຸນອິດສະຫຼະຂອງທາດເຫຼັກຊ່ວຍໃນການຈະເລີນເຕີບໂຕ. ແລະໃນທາງການແພດກຳລັງສົນໃຈແລະ ສຶກສາວິໄຈແລັກໂຄແຟຣິນໃນການຮັກສາແລະຕ້ານເຊື້ອພະຍາດຊຶມເຊື້ອອີກດ້ວຍ
- ໄຊໂຕຄີນ (Cytokines)
ເປັນໂຕຊ່ວຍການເຮັດວຽກຂອງ T-Cell ກະຕຸ້ນການເຮັດວຽກຂອງ Immunoglobulins ຕ້ານເຊື້ອໄວຣັດ ແລະ ຕ້ານການເກີດກ້ອນເບົ້າ.
- ແລັກຕາບູນມິນ (Lactalbumin)
ເປັນໂປຣຕີນອີກໂຕໜື່ງທີ່ມີປະສິດທິພາບສູງໃນເລື່ອງສ້າງພູມຕ້ານທານຮ່າງກາຍ ແລະ ປ້ອງກັນພູມແພ້ ມີບົດວິໄຈຫຼາຍບົດທີ່ບົ່ງບອກວ່າສາມາດໃຊ້ໄດ້ດີໃນການຕໍ່ສູ້ກັບຈຸລັງມະເຮັງ ແລະ ໄວຣັດຫຼາຍຊະນິດ
- ວິຕາມິນແລະເກືອແຮ່ (Vitamin & Minierals)
ໃນນົມເຫຼືອງອຸດົມໄປດ້ວຍວິຕາມິນ ແລະ ເກືອແຮ່ຫຼາຍຊະນິດຢ່າງສົມດຸນ
- ເນີໂຣ ແປັບຕິດ (Neural Peptide)
ເປັນສານອາຫານໂປຣຕີນ ຈຳເພາະຊັ້ນດີຂອງຈຸລັງຕົ້ນກຳເນີດ (Stem cell) ສົ່ງຜົນໂດຍກົງຕໍ່ການເສີມສ້າງຄວາມເຕີບໂຕແຂງແຮງຂອງຈຸລັງທຸກອະໄວຍະວະ ໂດຍສະເພາະຈຸລັງສະໝອງມີຄວາມຕ້ອງການຫຼາຍໃນເດັກ
ຈະເຫັນໄດ້ວ່ານົມເຫຼືອງເປັນອາຫານເສີມທີ່ມີຄວາມພິເສດແລະໂດດເດັ່ນໃນສອງດ້ານຄື: ດ້ານການເສີມສ້າງຄວາມເຂັ້ມແຂງ-ຄວາມຈະເລີນເຕີບໃຫຍ່ຂອງຮ່າງກາຍ ແລະ ດ້ານການສ້າງລະບົບພູມຄຸ້ມກັນ-ພູມຕ້ານທານໃນການຕໍ່ສູ້ເຊື້ອພະຍາດຕ່າງໆ ທີ່ເປັນສິ່ງບໍ່ດີເຂົ້າມາໃນຮ່າງກາຍ
ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ