Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຍີ່ປຸ່ນຈະຊ່ວຍ ສະໜອງວັກຊິນ ແກ່ປະເທດທີ່ກໍາລັງພັດທະນາ ມູນຄ່າ 1 ຕື້ ໂດລາ

Posted on 04/06/202104/06/2021 By ປະກາດ Pakaad No Comments on ຍີ່ປຸ່ນຈະຊ່ວຍ ສະໜອງວັກຊິນ ແກ່ປະເທດທີ່ກໍາລັງພັດທະນາ ມູນຄ່າ 1 ຕື້ ໂດລາ

ນາຍົກລັດຖະມົນຕີຍີ່ປຸ່ນ ສັນຍາຈະສະໜອງວັກຊິນ ໃຫ້ປະເທດກຳລັງພັດທະນາ ລວມເຖິງ ສປປ ລາວ ເປັນມູນຄ່າ 1 ຕື້ໂດລາ

ໃນວັນທີ 2 ມິຖຸນາ ນີ້, ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊຸງະ ໂຢຊິຮິເດະ ໄດ້ເປັນເຈົ້າພາບຮ່ວມກອງປະຊຸມທາງໄກ ກ່ຽວກັບກົນໄກແບ່ງປັນວັກຊິນ ເພື່ອຄວາມສະເໝີພາບຂອງໂຄງການແວັກ (COVAX AMC) ກັບ ທ່ານ ຈອຊ ມານູເອວ ບາຣອດໂຊ ປະທານພັນທະມິດວັກຊີນ (Gavi), ເຊິ່ງກອງປະຊຸມດັ່ງກ່າວ, ແມ່ນຖືກຈັດຂຶ້ນໂດຍມີເປົ້າໝາຍ ເພື່ອຫາທຶນເພີ່ມເຕີມທີ່ຈຳເປັນໃນການສະໜອງວັກຊິນ ໃຫ້ແກ່ປະເທດກຳລັງພັດທະນາ ລວມເຖິງປະເທດລາວ ໃຫ້ໄດ້ພາຍໃນທ້າຍປີ 2021 ນີ້.
ທ່ານ ຊຸງະ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນໄດ້ສະໜັບສະໜູນເພີ່ມອີກ 800 ລ້ານໂດລາສະຫະລັດ ເພື່ອຍົກລະດັບຄຳໝັ້ນສັນຍາໃນການຊ່ວຍເຫລືອ ເຊິ່ງລວມເປັນ 1 ຕື້ໂດລາສະຫະລັດ.

ຍີ່ປຸ່ນມີເປົ້າໝາຍໃນການສະໜອງວັກຊິນ ທີ່ຜະລິດຢູ່ໃນຍີ່ປຸ່ນ ຈຳນວນ 30 ລ້ານໂດສ ໃຫ້ແກ່ປະເທດ ແລະ ຂົງເຂດອື່ນ ຜ່ານໂຄງການໂຄແວັກ, ພ້ອມທັງຊ່ອງທາງອື່ນໆ ເມື່ອສະຖານະການເອື້ອອຳນວຍ ແລະ ມີຄວາມພ້ອມ.

ໃນກອງປະຊຸມ, ນອກຈາກປະເທດຍີ່ປຸ່ນແລ້ວ ຫລາຍປະເທດກໍໄດ້ໃຫ້ຄຳໝັ້ນສັນຍາໃນການສະໜັບສະໜູນເປັນຈຳນວນເງິນ 8,3 ຕື້ໂດລາ ແລະ ວັກຊິນ ຈໍານວນ 1,8 ຕື້ໂດສ ເພື່ອປົກປ້ອງປະຊາກອນເກືອບ 30% ຂອງກຸ່ມປະເທດໃນກົນໄກແບ່ງປັນວັກຊິນ ແລະ ໃນມື້ດຽວກັນນັ້ນ, ປະເທດລາວກໍໄດ້ຮັບວັກຊິນໄຟເຊີ້ (Pfizer BioNTech) ຜ່ານໂຄງການໂຄແວັກ ຈຳນວນ 100.620 ໂດສ. ນອກຈາກນັ້ນ, ການມອບຮັບຊຸດຕໍ່ໄປແມ່ນຄາດວ່າ ຈະມາເຖິງປະເທດລາວໃນທ້າຍປີນີ້.
ປະເທດຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັບອົງການອຸຍນີເຊບ ແລະ ຄູ່ຮ່ວມມືສາກົນອື່ນໆ ເພື່ອຕອບສະໜອງວັກຊິນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງທຸກຂົງເຂດ ໂດຍການຍົກລະດັບລະບົບເຢັນດ້ວຍການສະໜອງຕູ້ເຢັນ ແລະ ຕູ້ແຊ່ເພື່ອໃຊ້ໃນການຂົນສົ່ງ.

ຂໍ້ມູນຈາກ: ສະຖານທູດຍີ່ປຸ່ນ

ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: ມູນນິທິກອງທຶນ ແບ່ງປັນຊຶ່ງກັນ ແລະ ກັນ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ມູນຄ່າຫຼາຍກວ່າ 1 ລ້ານໂດລາ
Next Post: ໃຜເຄີຍສົ່ງໃສວ່າ”ພູມຕ້ານທານຮ່າງກາຍແມ່ນ”ຫຍັງ?”

Related Posts

ມາເລເຊຍມອບວັກຊິນໃຫ້ສປປລາວ 283.400 ໂດສ Featured
ລາວ-ຍີ່ປຸ່ນ ຮ່ວມພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງ Featured
ກະຊວງ ຖວທ ໃຫ້ບຸລິມະສິດການເຜີຍແຜ່ ໂຄສະນາ ຕ້ານຢາເສບຕິດ Featured
ຜົນຂອງກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນຕຸລາ 2021 Featured
ລາຄານໍ້າມັນຂຶ້ນອີກແລ້ວຂຶ້ນຫຼາຍທີ່ສຸດເດີຮອບນີ້ Featured
ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme