Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນໍ້ານົມແມ່ແຕກຕ່າງຈາກນົມງົວຄືແນວໃດ?

Posted on 04/06/202104/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on ນໍ້ານົມແມ່ແຕກຕ່າງຈາກນົມງົວຄືແນວໃດ?

#ເລົ່າເລື່ອງສຸຂະພາບປະຈຳວັນ

ສານອາຫານໃນນໍ້ານົມແມ່ເວົ້າໄດ້ວ່າເປັນສິ່ງມະຫັດສະຈັນ ເພາະນໍ້ານົມແມ່ຄືແຫຼ່ງໂປຕີນສຳຄັນ ສຳຫຼັບລູກນ້ອຍທີ່ຫາແນວປຽບບໍ່ໄດ້, ເລື່ອງນີ້ແມ່ນບໍ່ມີໃຜໂຕ້ແຍ້ງໄດ້ ທ່ານໝໍທົ່ວໂລກຕ່າງກໍ່ເຫັນເປັນເອກະພາບຢູ່ແລ້ວ

ອັນທີ່ຈິງ ເມື່ອເດັກເກີດໃໝ່ດູດນົມແມ່ຄັ້ງທຳອິດ ບໍ່ພຽງມີຄວາມໝາຍໃນກເລື່ອງໄດ້ຮັບສານອາຫານພຽງຢ່າງດຽວ ແຕ່ຍັງມີຄວາມໝາຍດ້ານຈິດໃຈ ອັນໝາຍເຖິງສາຍສຳພັນແມ່ລູກທີ່ອົບອຸ່ນ ໂດຍລູກໄດ້ຮັບຈາກແມ່ ຄວາມເອົາໃຈໃສ່ ແລະ ຄວາມຖະນຸຖະໜອມທີ່ລູກນ້ອຍໄດ້ຮັບຈາກແມ່ ເປັນພາສາກາຍ  ທີ່ບົ່ງບອກເປັນສາຍໄຍຜູກພັນຈາກແມ່ສູ່ລູກນັ້ນເອງ ຄວາມໝາຍທາງຈິດໃຈນີ້ບໍ່ມີຫຍັງມາທົດແທນໄດ້

ດັ່ງນັ້ນ, ຢາກແນະນຳວ່າແມ່ຜູ້ໃດທີ່ເກີດລູກໃໝ່ ຕ້ອງໃຫ້ລູກໄດ້ກິນນົມແມ່ໃຫ້ພຽງພໍຢ່າງໜ້ອຍ 6 ເດືອນ, ແມ່ອາດມີອຸປະສັກຫຼາຍໆຢ່າງ ທີ່ບໍ່ສະດວກໃນການໃຫ້ນົມລູກ ເຊັ່ນ: ອຸປະສັກດ້ານເວລາ, ແມ່ອາດບໍ່ສະບາຍ, ຫຼື ແມ່ອາດມີພະຍາດປະຈຳໂຕບາງຢ່າງ ແນະນຳໃຫ້ໄປປຶກສາທ່ານໝໍທັນທີເພື່ອໃຫ້ເປັນປະໂຫຍດຕໍ່ລູກທີ່ສຸດ

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ອ້າງອີງຂໍ້ມູນຈາກ: ສູນນົມແມ່ແຫ່ງປະເທດໄທ www.thaibreastfeeding.org

ຮັກສຸຂະພາບ

Post navigation

Previous Post: ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກແຊງ ໃຫ້ແກ່ພະນັກງານ
Next Post: ພົບຄົນຕິດເຊື້ອໃນຊຸມຊົນ 7 ນໍາເຂົ້າ 2 ຈາກ 3 ແຂວງ (ໂຄວິດ-19 ວັນທີ 4 ມິຖຸນາ 2021)

Related Posts

“ພູມຕ້ານທານຮ່າງກາຍແມ່ນຫຍັງ?” ຮັກສຸຂະພາບ
ເຮັດຈັ່ງໃດບໍ່ໃຫ້ເຖົ້າໄວ “Anti-Aging” ? Featured
ພະຍາດທີ່ມັກພົບໃນເດັກນ້ອຍ ຮັກສຸຂະພາບ
ຢາກໃຫ້ລູກສູງພໍ່ແມ່ຕ້ອງເຮັດແນວໃດ? 🥛🥩🥚 ຮັກສຸຂະພາບ
“ພູມຕ້ານທານຈາກແມ່ ຄືພູມຕ້ານທານທຳອິດຂອງລູກ” ຮັກສຸຂະພາບ
ຢາກນອນຫຼັບດີຄວນເຮັດແນວໃດ ? ຮັກສຸຂະພາບ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme