Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພົບຄົນຕິດເຊື້ອໃນຊຸມຊົນ 7 ນໍາເຂົ້າ 2 ຈາກ 3 ແຂວງ (ໂຄວິດ-19 ວັນທີ 4 ມິຖຸນາ 2021)

Posted on 04/06/202104/06/2021 By ປະກາດ Pakaad No Comments on ພົບຄົນຕິດເຊື້ອໃນຊຸມຊົນ 7 ນໍາເຂົ້າ 2 ຈາກ 3 ແຂວງ (ໂຄວິດ-19 ວັນທີ 4 ມິຖຸນາ 2021)

ໃນເວລາ 10:30 ວັນທີ 4 ມິຖຸນາ 2021 ຄະນະສະເພາະກິດ ໄດ້ມີການຖະແຫຼງຂ່າວໃຫຮູ້ວ່າ. ໃນວັນທີ 3 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,920 ຕົວຢ່າງ ທົ່ວປະເທດລາວ ໃນນັ້ນມີຄົນຕິດເຊື້ອເພີ່ມ 9 ຄົນ, ໃນນີ້ ພົບຄົນຕິດເຊື່ອຈາກ 3 ແຂວງຄື:

  • ນະຄອນຫຼວງວຽງຈັນ 7 ຄົນ (ຕິດເຊື້ອຈາກຊຸມຊົນ)
  • ຈໍາປາສັກ 1 ຄົນ (ເປັນກໍລະນີນໍາເຂົ້າ) ແລະ
  • ສະຫວັນນະເຂດ 1 ຄົນ (ເປັນກໍລະນີນໍາເຂົ້າ).

ຜູ້ຕິດເຊື້ອກວດພົບໃໝ່ໃນນະຄອນຫຼວງ 7 ຄົນ ຈາກການກວດເຊື້ອ ທັງໝົດ 1001 ຕົວຢ່າງ ມີຄື:

  • ກຸ່ມບ້ານຫ້ວຍຫົງ: 3 ຄົນ ໃນນັ້ນ 1 ຄົນແມ່ນແພດຢູ່ໂຮງໝໍມະໂຫສົດ (ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງ 3)
  • ບ.ນາຄໍາ ມ.ສີໂຄດ: 1 ເປັນຜູ້ສໍາຜັດໃກ້ຊິດ
  • ບ.ໂພນສະຫວັນ ມ.ນາຊາຍທອງ: 1
  • ບ.ໜອງພະຍາ ມ.ໄຊທານີ: 1 ເປັນຜູ້ສໍາຜັດໃກ້ຊິດ
  • ບ.ໂນນຫວາຍ: 1( ນັກສຶກສາໂຮງຮຽນການເງິນດົງຄໍາຊ້າງ)

ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປມີຄືດັ່ງນີ້:

  • ວັນທີ 30/05/2021 ໄປຕະຫຼາດຊັ່ງຈຽງ (ຢູ່ແຕ່ຮ້ານບໍລິເວນດ້ານນອກ) ແລະ ໄປຫານ້ອງຮັກຢູ່ ບ້ານ ຕານມີໄຊ (ຢູ່ແຄມທາງໃຫຍ່) ແລະ ໄດ້ໄປໃຊ້ຫ້ອງນໍ້າ.
  • ວັນທີ 03/06/2021 ໄປຊື້ຢາ ຢູ່ ໃສສະອາດ ສາຂາ ໜອງດ້ວງ
  • 01 ຄັ້ງ ຕໍ່ ອາທິດ ແມ່ນໄປຕະຫຼາດສີເກີດ ເພື່ອຊື້ອາຫານ
  • ວັນທີ 22/05/2021 ໄປຫ້ອງແຖວບ້ານໂພນສະອາດ

ມາຮອດປະຈຸບັນສະພາບການລະບາດ ໂຄວິດ-19 ຂອງ ສປປ ລາວ ມີດັ່ງນີ້

  • ຄົນຕິດເຊື້ອສະສົມທັງໝົດ 1952 ຄົນ (+9)
  • ເສຍຊີວິດ ສະສົມ 3 ຄົນ (ໃໝ່ 0 ຄົນ)
  • ປິ່ນປົວຫາຍດີທັງໝົດ ຄົນ 1680 (ໃໝ່ 26 ຄົນ), ແລະ
  • ກໍາລັງປິ່ນປົວ 261 ຄົນ. (8 ຄົນກໍາລັງຈະໄດ້ຮັບເຂົ້າມາ)

.

ຂ່າວສານບ້ານເມືອງ

Post navigation

Previous Post: ນໍ້ານົມແມ່ແຕກຕ່າງຈາກນົມງົວຄືແນວໃດ?
Next Post: ຂ່າວດ່ວນ! ສນຍ ອອກແຈ້ງການ ສະບັບໃໝ່ ສືບຕໍ່ ປະຕິບັດມາດຕະການ ຮອດ 19 ມິຖຸນາ 2021

Related Posts

ເມືອງແມດ ຮ່ວມກັບ ບໍລິສັດ ວຽງໄຊ ດວງປັນຍາ ສໍາຫຼວດ ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ຂ່າວສານບ້ານເມືອງ
ສໍາເລັດໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ແຕ່ບ້ານວັງຊຽ ຫາ ບ້ານນາແຈ່ນເມືອງໂພນທອງ ຂ່າວສານບ້ານເມືອງ
ຢັ້ງຢືນຖິ່ນກໍາເນີດ ຜ້າໄໝຫຼວງພະບາງ ຂ່າວສານບ້ານເມືອງ
ຄູອາຈານແລະ ນັກສຶກສາ ມຊ ອ່ານດ່ວນເດີ Featured
ຄໍາແນະນໍາ ສຳລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19 Featured
ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດສະໄໝທີ IV Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme