Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກແຊງ ໃຫ້ແກ່ພະນັກງານ

Posted on 04/06/202104/06/2021 By ປະກາດ Pakaad No Comments on ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກແຊງ ໃຫ້ແກ່ພະນັກງານ

ໃນວັນທີ 3 ມິຖຸນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາງໜ້າມອບໃບຍ້ອງຍໍໃຫ້ກັບທີມແພດໂຮງໝໍເດັກ ທີ່ໄດ້ໃຫ້ການຊ່ວຍເຫລືອ ສັກວັກແຊງປ້ອງກັນໂຄວິດ-19 ໃຫ້ພະນັກງານ-ລັດ ຖະກອນ ຂອງກະຊວງດັ່ງກ່າວ, ພາຍຫລັງສັກວັກແຊງຄົບຈໍານວນ 2 ເຂັມ, ຕາງໜ້າຮັບໃບຍ້ອງຄັ້ງນີ້, ໂດຍ ທ່ານ ດຣ ໄຊຍະວົງ ບົວທອງທິບ ຮອງຜູ້ອຳນວຍການໂຮງໝໍເດັກ.
ໂອກາດດຽວກັນນີ້, ກະຊວງ ຖວທ ຍັງໄດ້ປະກອບສ່ວນ ດ້ານອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ໂຮງໝໍເດັກ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ-19 ນໍາອີກ.

ທ່ານ ດຣ. ໄຊຍະວົງ ບົວທອງທິບ ກ່າວວ່າ: ການສັກວັກແຊງປ້ອງກັນໂຄວິດ-19 ທີ່ຢູ່ໃນຄວາມຮັບຜິດຊອບຂອງໂຮງໝໍເດັກພວກເຮົາ ທັງໝົດມີ 7 ກະຊວງ ແລະ 1 ບໍລິສັດ, ເຊິ່ງວັກແຊງທີ່ສັກປະກອບມີ ຊີໂນຟາມ (Sinopharm) ແລະ ແອສຕຣາເຊນີກາ (Astra zenica) ໃນປັດຈຸບັນແມ່ນໄດ້ປະມານ 4.000 ກວ່າຄົນແລ້ວ. ສໍາລັບການສັກວັກແຊງ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງ ຖວ ທ 1.000 ກວ່າຄົນ ຄົບຈໍານວນ 2 ເຂັມແລ້ວ.

ທ່ານ ດຣ ໄຊຍະວົງ ກ່າວຕື່ມວ່າ: ຄວາມສຳຄັນຂອງການສັກເຂັມທີສອງນີ້ ມັນຈະຊ່ວຍກະຕຸ້ນໃຫ້ການສ້າງພູມຄຸ້ມກັນໃນຮ່າງກາຍສູງຂຶ້ນຕື່ມ ແລະ ທີ່ສຳຄັນແມ່ນບໍ່ມີຄວາມອັນຕະລາຍ ແລະ ບໍ່ມີຄວາມຮຸນແຮງໃດໆຕໍ່ຮ່າງກາຍຂອງເຮົາ, ແຕ່ເຖິງຢ່າງໃດກໍຕາມ ສຳລັບຜູ້ທີ່ສັກວັກແຊງປ້ອງກັນໂຄວິດ-19 ຄົບຕາມຈໍານວນແລ້ວກໍຕາມ, ແຕ່ຍັງຕ້ອງໄດ້ປະຕິບັດ ຕາມມາດຕະການປ້ອງກັນຢ່າງເຄັ່ງຄັດ ເຊັ່ນ ການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫລື ເຈວລ້າງມືຢູ່ຕະຫລອດເວລາ.

ນອກຈາກນີ້, ໂຮງໝໍເດັກ ຍັງສືບຕໍ່ໃຫ້ບໍລິການສັກວັກແຊງກັນພະຍາດໂຄວິດ-19 ເຂັມທີ 2 ຈົນຮອດ 20 ມິຖຸນາ 2021 ພາຍຫລັງທີ່ມີການໃຫ້ບໍລິການສັກວັກແຊງກັນພະຍາດໂຄວິດ-19 ເຂັມທີ 1 ໃຫ້ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນແລ້ວ.

ຂ່າວ: ມະນີທອນ, ພາບ: ຂັນໄຊ

Featured, ລັດຖະບານ

Post navigation

Previous Post: ພະຍາກອນອາກາດ ປະຈຳວັນທີ 4 ມີຖຸນາ 2021 ເວລາ 7:00 ໂມງເຊົ້າ
Next Post: ນໍ້ານົມແມ່ແຕກຕ່າງຈາກນົມງົວຄືແນວໃດ?

Related Posts

ການອອກໃບຕາດິນໃຫ້ແກ່ ບຸກຄົນ ນິຕິບຸກຄົນ ຕາມຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ລັດຖະບານ
foodpanda ຮ່ວມກັບ ໂຄງການແລ່ນເພື່ອນ້ອງ ມອບອຸປະກອນການແພດ ໃຫ້ໂຮງໝໍ 9 ຕົວເມືອງ, ມູນຄ່າ 56,000,000 ກີບ Featured
ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມຈະເຮັດໃຫ້ໜາວເຢັນລົງຕື່ມອີກ Featured
ສືບຕໍ່ມາດຕະການອີກ 15ມື້ Featured
ໂຄວິດຕິດໃໝ່615ປົວຫາຍດີ381 Featured
ຝົນຍັງຈະຕົກໃນທົ່ວທຸກພາກ ພະຍາກອນອາກາດ ວັນທີ 9 ກໍລະກົດ 2021 ເວລາ 19:00 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme