Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ

Posted on 07/09/202207/09/2022 By ປະກາດ Pakaad No Comments on ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ

ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຂອງລັດຖະບານ ຈໍານວນ 10 ສະບັບ. ໃນນັ້ນຮ່າງກົດໝາຍສ້າງໃໝ່ 3 ສະບັບ ແລະ ຮ່າງກົດໝາຍປັບປຸງ 7 ສະບັບ.

ເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນກົດໝາຍ ແນໃສ່ເພີ່ມທະວີເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການສືບຕໍ່ຄົ້ນຄວ້າກົດໝາຍ ໃໝ່ຈໍານວນໜຶ່ງ ທີ່ມີຄວາມຈໍາເປັນຮີບດ່ວນ ໄປຄຽງຄູ່ກັບການປະເມີນ ແລະ ປັບປຸງກົດໝາຍທີ່ປະກາດໃຊ້ແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ພ້ອມທັງເປັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2021-2025 ທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງ.

ສະນັ້ນ, ລັດຖະບານ ຈຶ່ງໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ຢູ່ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 6-7 ກັນຍາ 2022, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ, ພິຈາລະນາແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2023-2025, ຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍສະບັບປັບປຸງຈໍານວນໜຶ່ງ ດັ່ງນີ້:

1. ກອງປະຊຸມໄດ້ເຫັນດີຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຂອງລັດຖະບານ. ກອງປະຊຸມ ໄດ້ມອບໃຫ້ກະຊວງຍຸຕິທຳ ເປັນເຈົ້າການສົມທົບກັບກະຊວງກ່ຽວຂ້ອງປັບປຸງ ແລະ ຮຽບຮຽງ ໃຫ້ສຳເລັດສົມບູນ ໂດຍຈັດລຽງບຸລິມະສິດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອນຳສະເໜີສະພາແຫ່ງຊາດພິຈາລະນາຮັບຮອງໃຫ້ທັນເວລາ.

2. ກອງປະຊຸມ ໄດ້ພິຈາລະນາຮ່າງກົດໝາຍຈໍານວນ 10 ສະບັບ ຄື:

  • 1). ຮ່າງກົດໝາຍ ວ່າດ້ວຍການທາງນໍ້າ (ສ້າງໃໝ່).
  • 2). ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່)
  • 3)..ຮ່າງກົດໝາຍ ວ່າດ້ວຍພິພິທະພັນ (ສ້າງໃໝ່).
  • 4). ຮ່າງກົດໝາຍ ວ່າດ້ວຍທະນາຍຄວາມ (ປັບປຸງ).
  • 5). ຮ່າງກົດໝາຍ ວ່າດ້ວຍທະບຽນສານ (ປັບປຸງ).
  • 6). ຮ່າງກົດໝາຍ ວ່າດ້ວຍວິສາຫະກິດ (ປັບປຸງ).
  • 7). ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການທະຫານ (ປັບປຸງ).
  • 8). ຮ່າງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ປັບປຸງ).
  • 9). ຮ່າງກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ (ປັບປຸງ).
  • 10). ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ປັບປຸງ).

ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະ ຮ່າງກົດໝາຍທີ່ສ້າງ ໃໝ່ ຕ້ອງເອົາໃຈໃສ່ປັບປຸງຊື່ຂອງກົດໝາຍ, ຄໍາສັບ, ສໍານວນຕ່າງໆ ທີ່ໄດ້ກຳນົດໄວ້ໃນບາງໝວດ, ບາງມາດຕາ ໃຫ້ຖືກຕ້ອງຕາມຫຼັກພາສາລາວ ເພື່ອເຂົ້າໃຈງ່າຍ, ກ່ອນຈະນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

ການນໍາເອົາຮ່າງກົດໝາຍ ມາພິຈາລະນາໃນກອງປະຊຸມວິສາມັນຂອງລັດຖະບານຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງການເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຂອງລັດຖະບານ ແນໃສ່ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມຂອງລັດຖະບານ ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ສິງຫາທີ່ຜ່ານມາ.

ໃນໂອກາດນີ້, ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກເຮົາ.

ຂ່າວ: ກົມປະຊາສພຳພັນ, ຫສນຍ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ກາແດງລາວຈັດຫາງົບ 3 ຕື້ ເພື່ອເລັ່ງຊ່ວຍ 3 ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ
Next Post: ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍາ 2022

Related Posts

ໄຊຍະບູລີໜັກສຸດຕິດເພີ່ມ 606 ທົ່ວປະເທດ 1282 Featured
ກອງປະຊຸມທາງໄກຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 17 ຂ່າວສານບ້ານເມືອງ
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ Featured
ສື່ມວນຊົນກອງທັບ ເອົາໃຈໃສ່ປັບປຸງກໍ່ສ້າງພັດທະນາຕົນເອງເພື່ອຕອບສະໜອງ ກັບໜ້າທີ່ການເມືອງ ໃນໄລຍະໃໝ່ ຂ່າວສານບ້ານເມືອງ
ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ກໍານົດລາຄາຂາຍເຂົ້າ ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ຮັບຮອງເອົາມະຕິ ກອງປະຊຸມ ຈໍານວນ 8 ສະບັບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme