Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍາ 2022

Posted on 09/09/202209/09/2022 By ປະກາດ Pakaad No Comments on ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍາ 2022

ແນວຄວາມຄິດຂອງໂຄງການ “One Health” ຫຼື “ສຸຂະພາບໜຶ່ງດຽວ” ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ວ່າສຸຂະພາບຂອງຄົນຕິດພັນກັບສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ, ເຊິ່ງກ່ຽວຂ້ອງກັບພາກສ່ວນສາທາລະນະສຸກ, ສັດຕະວະແພດ ແລະ ສິ່ງແວດລ້ອມ. ວິທີການນີ້ແມ່ນກ່ຽວພັນໂດຍກົງກັບຄວາມປອດໄພຂອງອາຫານ ແລະ ນໍ້າ, ໂພຊະນາການ, ການຄວບຄຸມພະຍາດຕິດຕໍ່ຈາກສັດສູ່ຄົນ, ການຄຸ້ມຄອງມົນລະພິດ, ແລະ ການຕ້ານການດື້ຢາຕ້ານເຊື້ອ.

ສະຫະພາບເອີຣົບ (ອີຢູ) ປະຈໍາ ສປປ ລາວ ໄດ້ຈັດງານສຸຂະພາບໜຶ່ງດຽວ, ເຊິ່ງເປັນສ່ວນໜຶ່ງຂອງການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງກ່ຽວກັບຄວາມສໍາຄັນຂອງການປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9,10 ແລະ 11 ກັນຍານີ້, ໄດ້ປະກອບມີບັນດາພະນັກງານ-ລັດຖະກອນ, ອົງການຈັດຕັ້ງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ເຮັດວຽກ ແລະ ດໍາເນີນທຸລະກິດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ພາຍໃນງານຍັງຕ້ອງການສົ່ງເສີມໃຫ້ປະຊາຊົນເລືອກອາຫານທີ່ມີປະໂຫຍດ ແລະ ປອດໄພຕໍ່ຕົນເອງ ແລະ ໃຫ້ມີສະຕິລະວັງຕົວຕໍ່ກັບອັນຕະລາຍຂອງເຊື້ອພະຍາດທີ່ເກີດຈາກການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ.

“ພວກເຮົາຮັບຮູ້ເຖິງຄວາມສໍາຄັນຂອງການດູແລສິ່ງແວດລ້ອມ ແລະ ການປົກປ້ອງສຸຂະພາບຂອງສັດ, ເພື່ອຮັກສາສຸຂະພາບຂອງຄົນ. ການລະບາດຂອງພະຍາດໂຄວິດ-19 ໄດ້ສອນພວກເຮົາວ່າ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ ຖ້າຢາກປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່ໃນອະນາຄົດ ”, ກ່າວໂດຍ ທ່ານ ດຣ. ສະຫນອງ ທອງສະຫນາ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ທີ່ປຶກສາທູດ ແລະ ອຸປະທູດ ທ່ານ ນີແອວຣ ເລໂອນາດ (Nial Leonard) ຜູ້ຮັກສາການ ອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ກ່າວວ່າ: “ໃນນາມສະຫະພາບເອີຣົບ, ພວກເຮົາຕັດສິນໃຈສະໜັບສະໜູນຂະບວນການນີ້ ເພາະວ່າພວກເຮົາຕ້ອງການຊຸກຍູ້ໃຫ້ຊຸມຊົນລົງມືປະຕິບັດ. ມັນເປັນສິ່ງຮີບດ່ວນທີ່ຕ້ອງຮ່ວມກັນປົກປ້ອງສຸຂະພາບຂອງຄົນ, ສັດ, ແລະ ສິ່ງແວດລ້ອມ, ມັນເປັນເລື່ອງຮີບດ່ວນທີ່ພວກເຮົາທຸກຄົນຕ້ອງບໍ່ຮູ້ເຖິງຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ຮັບຮູ້ວ່າມັນເຊື່ອມໂຍງກັບສຸຂະພາບຂອງຄົນແນວໃດ, ການບໍລິໂພກອາຫານທ້ອງຖິ່ນທີ່ດີຕໍ່ສຸຂະພາບ ແລະ ການປົກປ້ອງສຸຂະພາບຂອງສັດເພື່ອປ້ອງກັນພະຍາດທີ່ເປັນອັນຕະລາຍຕໍ່ມະນຸດ”.

ງານກິດຈະກຳດັ່ງກ່າວນີ້, ແມ່ນເປີດໃຫ້ປະຊາຊົນເຂົ້າຮ່ວມໂດຍບໍ່ເສຍຄ່າ, ພາຍໃນງານໄດ້ມີເວທີສົນທະນາ ແລະ ໂອ້ລົມສ້າງແຮງຈູງໃຈຈາກຄະນະຜູ້ຊ່ຽວຊານໃນສາຂາທີ່ກ່ຽວຂ້ອງ, ບັນດາຄອບຄົວ, ນ້ອງນັກຮຽນ ແລະ ເດັກນ້ອຍຕ່າງກໍຖືກເຊີນເຂົ້າຮ່ວມກິດຈະກຳມ່ວນຊື່ນ ແລະ ກິດຈະກໍາການຮຽນຮູ້, ມີບູທວາງສະແດງສິນຄ້າ ແລະ ໂຄງການລິເລີ່ມຕ່າງໃຫ້ຢ້ຽມຊົມຫຼາຍກວ່າ 30 ບູທ,

ນອກນີ້ ຍັງໄດ້ຮ່ວມເຊຍພໍ່ຄົວແມ່ຄົວ ແລະ ຮັບຄໍາແນະນໍາຈາກຜູ້ຊ່ຽວຊານດ້ານການປຸງແຕ່ງອາຫານເພື່ອສຸຂະພາບໂດຍນຳໃຊ້ພືດເປັນຫຼັກ ໃນງານແຂ່ງຂັນເຮັດອາຫານເພື່ອສຸຂະພາບ (ເຈ) ກັບສະໂລແກນ “ເລືອກ, ລ້າງ, ຮັກສາ”.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ
Next Post: ຂ່າວດີປັບລາຄານໍ້າມັນລົງອີກຄັ້ງ ເລີ່ມ 15 ກັນຍາ 2022

Related Posts

ວົງຄະນາຍາດສາກົນຕ້ອງສາມັກຄີຜ່ານຜ່າວິກິດໂຄວິດ ແລະບັນຫາຂໍ້ຄັດແຍ່ງຄວາມຮຸນແຮງຕ່າງໆ Featured
ໂຄວິດ-19 ມື້ນີ້ ລາຍງານເສຍຊີວິດ 1 ຕິດເພີ່ມ 110 Featured
ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ Featured
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂ່າວສານບ້ານເມືອງ
ໃໝ່ຫຼ້າສຸດເງື່ອນໄຂຄົນເຈັບໂຄວິດປົວດີອອກໂຮງໝໍໄດ້ Featured
ຕິດເຊື້ອໃໝ່ 722 ເສຍຊີວິດໃໝ່ 1 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme