Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກາແດງລາວຈັດຫາງົບ 3 ຕື້ ເພື່ອເລັ່ງຊ່ວຍ 3 ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ

Posted on 07/09/202207/09/2022 By ປະກາດ Pakaad No Comments on ກາແດງລາວຈັດຫາງົບ 3 ຕື້ ເພື່ອເລັ່ງຊ່ວຍ 3 ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ

ອົງການກາແດງແຫ່ງຊາດລາວພວມຈັດຫາງົບປະມານ ເພື່ອຊ່ວຍເຫລືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

ອົງການກາແດງແຫ່ງຊາດລາວຈະນໍາໃຊ້ເງິນຈໍານວນ 3 ຕື້ກີບທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສວິສ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ ປະຊາຊົນໃນ 3 ແຂວງທີ່ໄດ້ຮັບຜົນກະທົບໜັກກວ່າໜູ່ຈາກພະຍຸມູຫຼານພັດເຂົ້າລາວເມື່ອເດືອນສິງຫາຜ່ານມາ ຄື: ແຂວງໄຊຍະບູລີ , ສາລາວັນ ແລະ ຈໍາປາສັກ ມີປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 3.000 ຄອບຄົວ.

ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດວ່າ : ອົງການກາແດງແຫ່ງຊາດລາວຈະນໍາໃຊ້ເງິນຈໍານວນ 197.135 ຝລັງສະກຸນເງິນຝລັງ ຫຼືປະມານ 3 ຕື້ກີບເຂົ້າໃນ ກິດຈະກໍາຫຼັກຄື: ລົງກວດກາຂໍ້ມູນຄວາມເສຍຫາຍຈາກອຸທົກກະໄພໃນ 3 ແຂວງ ໃຫ້ຖືກຕ້ອງຕາມຕົວຈິງ ຄອບຄົວໃດໄດ້ຮັບຜົນກະທົບຫຼາຍ ແລະ ທຸກຍາກຂາດເຂີນ ແລະ ຈໍາເປັນຈະໄດ້ຮັບການຊ່ວຍເຫຼືອ ນອກນີ້ຍັງຈະໄດ້ປະມູນຈັດຫາຈັດຊື້ເຄື່ອງອຸປະກອນຕ່າງໆທີ່ຈະໄປຊ່ວຍເຫຼືອບັນທຸກເປັນຕົ້ນ ເຂົ້າສານ ອາຫານແຫ້ງ ຢາປິ່ນປົວພະຍາດ ແລະ ສິ່ງຂອງຈໍາເປັນຕ່າງໆ

ນອກນີ້ຍັງຊ່ວຍຝືກອົບຮົມໃຫ້ພະນັກງານ ອາສາສະໝັກຊາວໜຸ່ມຈໍານວນໜື່ງເພື່ອຊ່ວຍລົງໂຄສະນາກ່ຽວກັບການປ້ອງກັນພະຍາດຫຼັງນໍ້າຖ້ວມ ແລະ ວຽກໃຫ້ຄໍາປືກສາດ້ານຈິດຕະແພດ ຫຼືຈິດຕະສັງຄົມ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດນໍ້າຖ້ວມໃນຄັ້ງນີ້

ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມ ວ່າ : ປະຈຸບັນນີ້ ອົງການກາແດງແຫ່ງຊາດລາວ ພວມຂື້ນແຜນຂໍງົບປະມານອີກຈໍານວນ 7 ຕື້ກີບຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສວິສ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ໃນສາມແຂວງ ຄື: ອຸດົມໄຊ ຜົ້ງສາລີ ແລະ ຫົວພັນ ທີ່ໄດ້ຮັບຜົນກະທົບຈາກພະຍຸມາອອນພັດເຂົ້າລາວໃນທ້າຍເດືອນສິງຫາຜ່ານມາ .

ໂດຍ: ໄພມະນີ ທໍາມະວົງສາ

Featured, ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: ໄຂສົກຮຽນໃໝ່ 2022-2023 ໂຮງຮຽນສາມັນທົ່ວປະເທດ
Next Post: ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ

Related Posts

ພະຍາກອນອາກາດປະຈຳວັນທີ 31 ມີນາ 2022 Featured
ແດດແຕ່ເຊົ້າ ອາກາດມື້ນີ້ອຸ່ນຂຶ້ນ Featured
ພາກເໜືອໜາວສະບັ້ນ ພາກກາງໜາວໆ Featured
ເຮັດຈັ່ງໃດບໍ່ໃຫ້ເຖົ້າໄວ “Anti-Aging” ? Featured
ນະຄອນຫຼວງຍັງຄົງວິກິດຕິດຫຼາຍກວ່າໝູ່ Featured
ພາເຂົ້າອຸໂມງ ແລະ ເລາະທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme