Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ ລາວ ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money

Posted on 28/10/202029/10/2020 By ປະກາດ Pakaad No Comments on ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ ລາວ ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money

ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money ລະຫວ່າງ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ ລາວ ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ

ໃນຕອນເຊົ້າ ຂອງ ວັນທີ 28 ຕຸລາ 2020 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ພິທີທີ (ລາວ) ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານ ບໍລິການ ເອັມມັນນີ ກະເປົາເງິນເທິງມືຖື, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ, ແລະ ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ

ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະຜ່ານ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 03 ບໍລິສັດດ້ວຍກັນ ແລະເປັນກຽດ ລົງນາມໂດຍ:
1) ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ
2) ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ
3) ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ

ນອກຈາກນີ້ເຂົ້າຮ່ວມໃນພິທີ ຍັງມີຄະນະຜູ້ບໍລິຫານບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ, ຄະນະຜູ້ບໍລິຫານ ບໍລິສັດ ພີທີທີ ລາວ ຈຳກັດ ແລະ ຄະນະຜູ້ບໍລິຫານ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ພ້ອມດ້ວຍສື່ມວນຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ເພື່ອເກັບກຳຂ່າວໃນຄັ້ງນີ້ດ້ວຍ

ຈຸດປະສົງຂອງການຈັດພິທີເຊັນສັນຍາໃນຄັ້ງນີ້ ເພື່ອເປັນການເປີດຕົວຄູ່ຮ່ວມທຸລະກິດ ທັງ 02 ບໍລິສັດຄື ບໍລິສັດ ພິທີທີ ລາວ ຈໍາກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ຢ່າງເປັນທາງການ ໂດຍເຊື່ອມຕໍ່ລະບົບການຊຳລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ເພື່ອແນໃສ່ຕອບສະຫນອງຄວາມຕ້ອງການຂອງລູກຄ້າ, ອຳນວຍຄວາມສະດວກໃຫ້ລູກຄ້າ ແລະຄູ່ຮ່ວມທຸລະກິດ ໃນການຊຳລະເງິນຮູບແບບໃຫມ່ ຜ່ານກະເປົາເງິນດິຈິຕ້ອນເທິງມືຖື M Money ທີ່ມີຄວາມ ທັນສະໄຫມ, ສະດວກ, ງ່າຍ, ວ່ອງໄວ ແລະປອດໄພ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕ້ອນ

ບໍລິການຂອງ ບໍລິສັດ ພີທີທີ ລາວ ຈຳກັດ ທີ່ຮັບຊຳລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ລວມມີ ການຕື່ມນໍ້າມັນ ທີ່ປ້ຳນຳ້ມັນ ພີທີທີ ທຸກປ້ຳ ທົ່ວປະເທດ, ການປ່ຽນນ້ຳມັນເຄື່ອງ PTT Lubrican, ສູນບໍລິການລົດຍົນ Fit Auto, ສູນບໍລິການລົດຍົນ Pro Check, ຮ້ານ ຄ່າເຟ ອາເມຊອນ, ຮ້ານເຂົ້າປຽກປູປາກເຊ, ຮ້ານຊານົມໄຂ່ມຸກ ເພີລີ້ທີ.

ບໍລິການຂອງ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ທີ່ຮັບຊຳລະຜ່ານ ກະເປົາເງິນເທິງມືຖື ເອັມມັນນີ ລວມມີ ຮ້ານອາຫານ MK (ສາຂາ 1, 2), ຮ້ານ Daiso ( ສາຂາ 1, 2 ), ຮ້ານ Miyazaki, ຮ້ານ Delilao Coffee ແລະ ຮ້ານ Hard Rock Cafe.

ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວນຶ່ງທີ່ສຳຄັນ ແລະເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃຫມ່ ຜ່າານກະເປົາເງິນດິຈິຕ້ອນເທິງມືຖື ເອັມມັນນີ ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນຫນື່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະຜັນຂະຫຍາຍເສດຖະກິດດິຈິຕ້ອນ, ຫລຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕ້ອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕ້ອນ ໃນ ສປປ ລາວ

ຕິດຕາມການເຄື່ອນໄຫວຂອງ M Money ໄດ້ທີ່ຊ່ອງທາງ facebook Fanpage ຂອງພວກເຮົາໄດ້ເລີຍ 👇
Facebook https://bit.ly/3g661HE

ເອັມມັນນີກະເປົາເງິນເທິງມືຖື #MobileMoney #MoreSmartLife #ໃຫ້ຊີວິດງ່າຍຂຶ້ນຕາມຍຸກດິຈິຕ້ອນ

Featured, ທຸລະກິດ

Post navigation

Previous Post: ລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ
Next Post: ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ

Related Posts

ການຕິດຕໍ່ຂອງພະຍາດ Monkeypox ໝາກສຸກລີງ Featured
ວັນວິສາຂະບູຊາ Vesak Day Featured
ໜັກກວ່າເກົ່າສະຖິຕິໃໝ່ 1401 ຄົນ Featured
ແຂວງວຽງຈັນຕົວເລກສູງທີ່ສຸດມື້ນີ້ທົ່ວປະເທດ648ຄົນ Featured
ພົບເຫັນຫຼາຍໂຄງການລົງທຶນຂອງລັດບໍ່ໂປ່ງໃສແລະມູນຄ່າສູງເກີນໄປ Featured
ຂຶ້ນອີກຄັ້ງແລ້ວພີ່ນ້ອງ ລາຄານໍ້າມັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme