Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຫົວພັນ ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19

Posted on 30/10/202130/10/2021 By ປະກາດ Pakaad No Comments on ແຂວງຫົວພັນ ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19

ແຂວງຫົວພັນ ແຈ້ງການແນະນໍາເພີ່ມເຕີມ ສະບັບເລກທີ 337/ຈຂ.ຫພ ລົງວັນທີ 30 / 10 / 2021. ເລື່ອງ ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ຢູ່ທົ່ວແຂວງຫົວພັນ.

1. ສໍາລັບພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານ ບໍລິສັດ, ອົງການຕ່າງໆ ແລະ ປະຊາຊົນ ບັນດາເຜົ່າ ມີຄວາມຈໍາເປັນທີ່ຈະເດີນທາງເຂົ້າ-ອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດ ຕະການດັ່ງນີ້:

– ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ (ຕາມຊະນິດວັກຊິນ) ແລະ ເດີນທາງມາຈາກເຂດບ້ານສີຂຽວ
ແມ່ນຕ້ອງໄດ້ກັກຕົວຢູ່ສູນກັກກັ້ນຂອງຄະນະສະເພາະກິດກໍານົດໄວ້ເປັນເວລາ 14 ວັນ.

– ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ ແຕ່ເດີນທາງມາຈາກເຂດບ້ານສີແດງ ຫຼື ຜູ້ທີ່ຍັງບໍ່ໄດ້ສັກຢາ ວັກຊິນ ແຕ່ເດີນທາງມາຈາກເຂດບ້ານສີຂຽວ ແມ່ນຕ້ອງໄດ້ເຂົ້າສູນກັກຕົວຢູ່ສູນກັກກັ່ນທີ່ຄະນະ ສະເພາະກິດກໍານົດໄວ້ ເປັນເວລາ 21 ວັນ

– ສໍາລັບບຸກຄົນທີ່ບໍ່ໄດ້ສັກຢາວັກຊິນ ເດີນທາງມາຈາກເຂດສີແດງ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນຢ່າງເດັດຂາດ.

– ສໍາລັບບຸກຄົນ, ນິຕິບຸກຄົນ ທີ່ໄດ້ສັກຢາວັກຊິນຄົບໂດສ ( ຢູ່ພາຍໃນແຂວງຫົວພັນ ) ຫາກໄດ້ຮັບ ແຈ້ງເຊີນ, ແຈ້ງການ ແລະ ຄໍາສັ່ງ ຈາກບັນດາກະຊວງ, ອົງການທຽບເທົ້າຂັ້ນສູນກາງ ໃຫ້ໄປຮ່ວມກອງ ປະຊຸມວຽກງານໃດຫນຶ່ງຢູ່ຕ່າງແຂວງ ແມ່ນຈະຕ້ອງໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ( ຖ້າ ປາຍທາງຕ້ອງການ ) ຫຼັງຈາກສໍາເລັດຫນ້າທີ່ວຽກງານແລ້ວ ເດີນທາງກັບມາ ແຂວງຫົວພັນ ຕ້ອງໄດ້ ເຂົ້າສູນກັກກັ່ນຂອງແຂວງກໍານົດ 3 ວັນ ພ້ອມທັງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ຖ້າຫາກຜົນກວດອອກມາເປັນລົບແລ້ວ ແມ່ນໃຫ້ຈໍາກັດບໍລິເວນຢູ່ເຮືອນເປັນເວລາ 11 ວັນ.

– ເຈົ້າຫນ້າທີ່ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຫາກໄດ້ໄປປະຕິບັດຫນ້າຢູ່ຕ່າງແຂວງກັບມາ ແຂວງຫົວພັນ ຕ້ອງໄດ້ເຂົ້າສຸນກັກກັ້ນຂອງແຂວງກໍານົດໄວ້ 3 ວັນ ພ້ອມທັງກວດວິເຄາະຫາເຊື້ອ ພະຍາດໂຄວິດ-19 ດ້ວຍເຄື່ອງ PCR ຖ້າຫາກຜົນກວດອອກມາເປັນລົບແລ້ວ ແມ່ນໃຫ້ຈໍາກັດ ບໍລິເວນຢູ່ເຮືອນເປັນເວລາ 11 ວັນ.

– ສໍາລັບບຸກຄົນ, ນິຕິບຸກຄົນ ທີ່ໄດ້ສັກຢາວັກຊິນຄົບໂດສ ( ຢູ່ຕ່າງແຂວງ ) ຫາກໄດ້ຮັບ ແຈ້ງເຊີນ, ແຈ້ງການ ແລະ ຄໍາສັ່ງ ຈາກບັນດາກະຊວງ, ອົງການທຽບເທົ້າຂັ້ນສູນກາງ ໃຫ້ມາຮ່ວມກອງປະຊຸມວຽກ ງານໃດຫນຶ່ງຢູ່ ແຂວງຫົວພັນ, ກ່ອນຈະເດີນທາງຕ້ອງມີໃບຢັ້ງຢືນການເດີນທາງຈາກຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ຂັ້ນສູນກາງ ຫຼື ແຂວງຕົ້ນທາງ ແລະ ຕ້ອງໄດ້ຮັບການກວດວິເຄາະຫາເຊື້ອ ພະຍາດໂຄວິດ-19 ດ້ວຍເຄື່ອງ PCR ພາຍໃນ 72 ຊົ່ວໂມງ ຖ້າຫາກຜົນກວດອອກມາເປັນລົບແລ້ວ ຈິ່ງອະນຸຍາດເດີນທາງເຂົ້າ ແຂວງຫົວພັນ, ໃນເວລາຢູ່ ແຂວງຫົວພັນ ຈະໄດ້ຈໍາກັດບໍລິເວນ ຕາມສະຖານທີ່ຄະນະສະເພາະກິດກໍານົດໄວ້, ໃນເວລາປະຊຸມແມ່ນຈະໄດ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

2. ສໍາລັບນັກທຸລະກິດ, ວິຊາການ, ຊ່ຽວຊານ ທັງພາກລັດ ແລະ ເອກະຊົນ ຫາກມີຄວາມຈໍາເປັນເດີນທາງເຂົ້າແຂວງຫົວພັນ ເປັນເວລາສັ້ນ 7 ວັນລົງມາ ແມ່ນໃຫ້ຂຽນຫນັງສືສະເຫນີຫາຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນ ເພື່ອຄົ້ນຄ້ວາພິຈາລະນາຕາມສະພາບ ແລະ ເງື່ອນໄຂຕົວຈິງ.

3. ສືບຕໍ່ປີດການຂົນສົ່ງລົດໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ (ອະນຸຍາດໃຫ້ເປີດບໍລິການລົດຂົນສົ່ງໂດຍສານພາຍໃນແຂວງ ຫາ ເມືອງ ຢ່າງເປັນປົກກະຕິ ).

4. ອະນຸຍາດໃຫ້ ລົດບັນທຸກສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ-ອອກ ແຂວງຫົວພັນໄດ້ ແຕ່ຕ້ອງ ປະຕິບັດການປ່ຽນຖ່າຍໂຊເຟີລົດຢູ່ຈຸດກວດກາ ຫຼື ດ່ານຊາຍແດນ ລະຫ່ວາງປະເທດ ພ້ອມສີດຢາຂ້າເຊື້ອລົດ ຄັກແນ່ແລ້ວຈິ່ງສາມາດເຂົ້າແຂວງຫົວພັນໄດ້.

+ ກໍລະນີບໍ່ສາມາດປ່ຽນຖ່າຍໂຊເຟີລົດໄດ້ (ສໍາລັບຄົນລາວ) ຕ້ອງປະຕິບັດມາດຕະການດັ່ງນີ້:

– ໂຊເຟີລົດທີ່ມາຈາກເຂດບ້ານສີຂຽວ ແລະ ສັກຢາວັກຊົນຄົບໂດສ (ຕາມຊະນິດວັກຊິນ) ແມ່ນຕ້ອງໄດ້ກັກຕົວ ຢູ່ສູນກັກກັ້ນຂອງຄະນະສະເພາະກິດກໍານົດໄວ້ ເປັນເວລາ 14 ວັນ.

– ໂຊເຟີລົດທີ່ມາຈາກເຂດບ້ານສີແດງ ແລະ ສັກຢາວັກຊິນຄົບໂດສ ຕາມຊະນິດວັກຊິນແມ່ນຕ້ອງໄດ້ກັກຕົວ ຢູ່ສູນກັກກັ້ນຂອງຄະນະສະເພາະກິດກໍານົດໄວ້ ເປັນເວລາ 21 ວັນ.

– ໂຊເຟີລົດທີ່ມາຈາກເຂດບ້ານແດງ ບໍ່ທັນໄດ້ສັກຢາວັກຊິນ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນ ຢ່າງເດັດຂາດ.

5. ອະນຸຍາດໃຫ້ພະແນກການ, ອົງການທຽບເທົ້າອ້ອມຂ້າງແຂວງ, ສະພາປະຊາຊົນແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການຕໍາຫຼວດແຂວງ, ອົງການຈັດຕັ້ງມະຫາຊົນ, ເມືອງ 10 ເມືອງ ບັນດາ ສາຂາທະນາຄານ, ລັດວິສາຫະກິດ, ທົ່ວແຂວງຫົວພັນ ລວມທັງພາກລັດ ແລະ ເອກະຊົນ ໄປການປົກກະຕິໄດ້ ແຕ່ຕ້ອງປະຕິມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ (ຜູ້ທີ່ບໍ່ມີບັດສັກຢາວັກຊິນ ຫ້າມເຂົ້າປະຈໍາການ ຍົກເວັ້ນຜູ້ທີ່ມີໃບຢັ້ງຢືນຈາກແພດ ).

6. ອະນຸຍາດໃຫ້ ເປິດການຮຽນ-ການສອນທຸກຊັ້ນຮຽນທົ່ວແຂວງ ແລະ ສາມາດຫຼີ້ນກິລາທຸກປະເພດ ແຕ່ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

7. ອະນຸຍາດໃຫ້ຈັດງານບຸນປະເພນີ ແຕ່ຜູ້ເຂົ້າຮ່ວມງານບໍ່ເກີນ ຈໍານວນ 500 ຄົນ ແຕ່ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນເມືອງສາກ່ອນ (ຫ້ອງການສາທາເມືອງ ).

8. ອະນຸຍາດໃຫ້ຈັດງານລ້ຽງໄດ້ ແຕ່ພາກເອກະຊົນມີຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 100 ຄົນ (ສໍາລັບງານລ້ຽງຂອງພາກລັດຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ) ແຕ່ເຈົ້າຂອງຮ້ານດັ່ງກ່າວຕ້ອງຂໍການອະນຸຍາດຈາກຄະນະ ສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນເມືອງສາກ່ອນ(ຫ້ອງການສາທາເມືອງ) ຫ້າມເປີດເຄື່ອງດົນຕີ ແລະ ຂັບລໍາ-ຮ້ອງເພງຕ່າງໆ ແລະ ຫ້າມບໍລິການເຫຼົ້າເບຍທຸກປະເພດ,

– ກໍານົດເວລາການຈັດງານລ້ຽງພາກລັດບໍ່ເກີນ 2 ຊົ່ວໂມງ ( ຖ້າແມ່ນຕອນຄ່າ 21:00 ) ແລະ ພາກ ເອກະຊົນບໍ່ໃຫ້ເກີນ 3 ຊົ່ວໂມງ ( 22:00 ).

– ອະນຸຍາດໃຫ້ຈັດກອງປະຊຸມໄດ້ ( ສະເພາະຄົນພາຍໃນແຂວງຫົວພັນເທົ່ານັ້ນ ).

– ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກ ທີ່ບໍ່ໄດ້ສັກຢາວັນຊິນປ້ອງກັນພະຍາດໂຄວິດ-19 ເຂົ້າຮ່ວມງານລ້ຽງ, ງານ ດອງ, ງານເຮືອນດີ ຫຼື ເຂົ້າພົວພັນວຽກຕ່າງໆຢູ່ຕາມຫ້ອງການ, ສໍານັກງານອົງການຕ່າງທົ່ວແຂວງຫົວພັນ ຢ່າງເດັດຂາດ (ທຸກຄົນຖ້າໄດ້ສັກຢາວັກຊິນແລ້ວແມ່ນໃຫ້ຖືບັດຕິດຕົວຕະລອດເວລາ ເພື່ອສະດວກໃນການກວດກາຂອງເຈົ້າຫນ້າທີ່ ).

9. ອະນຸຍາດໃຫ້ແຮງງານຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຈາກກົມກົງສຸນ ກະຊວງການຕ່າງປະເທດ ແລະ ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນ, ສໍາລັບແຮງງານຕ່າງປະເທດ ຕ້ອງໄດ້ສັກຢາ ວັກຊິນຄົບໂດສ( ຕາມຊະນິດວັກຊິນ ) ແລະ ຕ້ອງໄດ້ຮັບການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ພາຍໃນ 72 ຊົ່ວໂມງ ຖ້າຫາກຜົນກວດອອກມາເປັນລົບ ແລ້ວຈິ່ງອະນຸຍາດ ເດີນທາງເຂົ້າແຂວງຫົວພັນ. ຕ້ອງໄດ້ເຂົ້າສູນກັກກັ້ນທີ່ແຂວງກໍານົດໄວ້ໃຫ້ຄົບ 21 ວັນ ພ້ອມທັງ ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ອີກຄັ້ງຫນຶ່ງ ຖ້າຫາກຜົນກວດອອກມາເປັນ ລົບແລ້ວຈິ່ງອະນຸຍາດໃຫ້ເຄື່ອນໄຫວເປັນປົກກະຕິໄດ້.

– ສໍາລັບພົນລະເມືອງລາວ ແລະ ນັກສຶກສາລາວ ທີ່ຢູ່ຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຈາກກົມກົງສູນ ກະຊວງການຕ່າງປະເທດ ແລະ ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ແຂວງຫົວພັນ ຕ້ອງໄດ້ເຂົ້າສູນ ກັກກັ້ນທີ່ແຂວງກໍານົດໄວ້ໃຫ້ຄົບ 21 ວັນ ພ້ອມທັງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ຖ້າຫາກຜົນກວດອອກມາເປັນລົບແລ້ວຈິ່ງອະນຸຍາດໃຫ້ເຄື່ອນໄຫວເປັນປົກກະຕິໄດ້.

10. ສືບຕໍ່ປີດຮ້ານບັນເທີງ ແລະ ຮ້ານຄາລະໂອເກະທົ່ວແຂວງ.

ມາດຕະການໃນການຈັດຕັ້ງປະຕິບັດ: ມອບໃຫ້ເຈົ້າຫນ້າທີ່ ປກສ, ຖວທ, ສາທາແຂວງ ແລະ ເມືອງ ສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນເພີ່ມທະວີຈັດຕັ້ງເວນຍາມ, ລາດຕະເວນກວດກາຕະລອດ 24 ຊົ່ວໂມງ, ຫາກພົບ ເຫັນບຸກຄົນ, ນິຕິບຸກຄົນ, ຮາງຮ້ານຕ່າງໆ ແລະ ອົງການຈັດຕັ້ງທີ່ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19ທີ່ແຂວງວາງອອກ ຕ້ອງປະຕິບັດຕາມ ລະບຽບການກ່ຽວຂ້ອງຕາມກໍລະນີຫນັກ ຫຼື ເບົ້າ ທີ່ແຂວງກໍານົດໄວ້ຢ່າງເຂັ້ມ ງວດ.

ແຈ້ງການສະບັບນີ້ ມີຜົນສັກສິດຈັດຕັ້ງປະຕິບັດນັບແຕ່ເວລາ 13 ໂມງ 00 ນາທີ ຂອງວັນທີ 30/10/2021 ຈົນເຖິງ ວັນທີ 16/11/2021.

ຮອງເຈົ້າແຂວງຫົວພັນ ຫົວຫນ້າຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນແຂວງ. ຕິດຕໍ່ 020 5562 0746, 020 9944 9968

.

.

Featured, ແຈ້ງການ​, ໂຄວິດ-19

Post navigation

Previous Post: ແຂວງເຊກອງອອກມາດຕະການສະບັບໃໝ່
Next Post: ສືບຕໍ່ມາດຕະການອີກ 15ມື້

Related Posts

ວິທີການເຮັດໃບຢັ້ງຢືນສັກວັກຊິນເພຶ່ອໄປຕ່າງປະເທດ Featured
ອາກາດຍັງຈະເຢັນຫາໜາວເຢັນຫຼາຍ ແລະ ມີຝົນໃນບາງເຂດ Featured
ບໍລິຄຳໄຊ ອານຸຍາດ ໃຫ້ຜູ້ຕິດເຊື້ອໂຄວິດສາມາດປົວຕົນເອງຢູ່ເຮືອນ Featured
ອຸຕຸເຕືອນ ຝົນຈະຕົກໄປຮອດວັນທີ່ 25 ຕຸລາ 2020 Featured
ເລີ່ມ 10 ມີນາ ນໍ້າມັນຂຶ້ນອີກແລ້ວ Featured
ຂ່າວດີ! ນະຄອນຫຼວງ ຕົວເລກ ເປັນສູນ ແລ້ວ! ມື້ນີ້ຕິດນໍາເຂົ້າ 1 ຄົນ ຢູ່ສະຫວັນະເຂດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme