Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະສິກອນເມືອງເມິງພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

Posted on 07/10/202107/10/2021 By ປະກາດ Pakaad No Comments on ກະສິກອນເມືອງເມິງພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ປັດຈຸບັນ, ກະສິກອນເມືອງເມິງໄດ້ຂຸ້ນຂ້ຽວສຸມໃສ່ການເກັບກ່ຽວເຂົ້ານາປີ ຢ່າງເປັນຂະບວນການຟົດຟື້ນ ເພື່ອໃຫ້ສຳເລັດທັນຕາມລະດູການ, ທົ່ວເມືອງມີເນື້ອທີ່ນາທັງໝົດ 1.532 ເຮັກຕາ, ໃນນີ້ສາມາດປູກເຂົ້າໄດ້ 1.476 ເຮັກຕາ, ຄາດຄະເນຜົນຜະລິດຈະໄດ້ຮັບ 3,6 ໂຕນ ຕໍ່ເຮັກຕາ, ສ່ວນໄຮ່ໝູນວຽນ ທົ່ວເມືອງມີ 18 ບ້ານ, ມີ 631 ຄອບຄົວ, ມີເນື້ອທີ່ ທັງໝົດ 569,96 ເຮັກຕາ.

ຕາມການລາຍງານຈາກ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເມິງ ໄດ້ໃຫ້ຮູ້ວ່າ: ນອກຈາກເນື້ອທີ່ນາທີ່ສາມາດເກັບກ່ຽວແລ້ວ, ຍັງມີບາງພື້ນທີ່ທີ່ໄດ້ຮັບຜົນກະທົບ ກະສິ ກອນບໍ່ສາມາດປູກເຂົ້າໄດ້ ຍ້ອນສະພາບແວດລ້ອມບໍ່ເອື້ອອໍານວຍເຊັ່ນ: ນໍ້າບໍ່ພຽງພໍ, ເນື້ອທີ່ນາຖືກນໍ້າຖ້ວມ, ດິນທັບຖົມ, ບາງພື້ນທີ່ ປັກດໍາແລ້ວກໍມີ ບົ້ງທໍາລາຍເສຍຫາຍ 1 ບ້ານ, ມີ 23 ຄອບຄົວ, ລວມເນື້ອທີ່ 20,8 ເຮັກຕາ.

ສ່ວນຜົນຜະລິດພືດເປັນສິນຄ້າອື່ນໆ ແມ່ນຍັງບໍ່ທັນໄດ້ລົງມືເກັບກູ້, ຍັງຢູ່ໃນໄລຍະການບົວລະບັດຮັກສາ ເປັນຕົ້ນ ສາລີແຂງ, ໝາກງາ, ໝາກເດືອຍ, ໝາກແໜ່ງ, ໝາກນໍ້າມັນ ແລະ ມັນຕົ້ນ ລວມເນື້ອທີ່ທັງໝົດ 118,28 ເຮັກຕາ ແລະ ພືດສະບຽງອາຫານມີເນື້ອທີ່ 86,1 ເຮັກຕາ.

ສໍາລັບພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດນັ້ນ, ພາກສ່ວນທີ່ກ່ຽວຂ້ອງໄດ້ເອົາແນວພັນພືດທີ່ເປັນສິນຄ້າ ໃຫ້ກະສິກອນໄດ້ປູກທົດແທນ ແລະ ພື້ນທີ່ຖືກເສຍຫາຍນັ້ນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງປະເມີນຜົນເສຍຫາຍ ແລະ ນໍາສະເໜີຕໍ່ຂັ້ນເທິງ ເພື່ອໃຫ້ການຊ່ວຍເຫລືອຕາມຄວາມເໝາະສົມ ໃນຕໍ່ໜ້າ.

ຂ່າວ: ພູມມາ ມະນີສອນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຫຼວງພະບາງໜັກຂຶ້ນຂະນະທີ່ທົ່ວປະເທດຕົວເລກເພີ່ມ 414ກໍລະນີ
Next Post: ກຽມພ້ອມເດີ! ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວານີ້

Related Posts

ເສຍຊີວິດ 5 ຕິດເພີ່ມ 1212 ປົວດີ 751 Featured
ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນາ 2021 Featured
ນໍ້າຖ້ວມໜັກຫຼາຍເຂດ ນໍ້າຍູ້ນອງ ທີ່ເມືອງເມີງ Featured
ສປປລາວ ໄດ້ຮັບການຊ່ວຍເຫຼືອວັກຊິນ 1.275.400 ໂດສ ເພີ່ມຈາກໂຄແວັກ Featured
ມື້ດຽວເພີ່ມອີກ 1504 ຄົນ Featured
ເສຍຊີວິດໃໝ່ 1 ແລະ ຕິດເຊື້ອເພີ່ມ 2.697 ຄົນ (ນວ 1.209) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme