Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໜ້າເປັນຫ່ວງ! ຕິດເຊື້ອເພີ່ມອີກ 26 ຄົນຈາກ 6 ແຂວງ

Posted on 28/06/202128/06/2021 By ປະກາດ Pakaad No Comments on ໜ້າເປັນຫ່ວງ! ຕິດເຊື້ອເພີ່ມອີກ 26 ຄົນຈາກ 6 ແຂວງ

ສປປ ລາວ ມາຮອດວັນທີ 27 ມິຖຸນາ 2021 : ໄດ້ກວດວິເຄາະທັງໝົດ 1,129 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 26 ຄົນ, ຈາກນະຄອນຫຼວງ 7 ຄົນ, ຈຳປາສັກ 8 ຄົນ, ສະຫວັນນະເຂດ 4 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ.

ສຳລັບ ນະຄອນຫຼວງວຽງຈັນ 7 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 4 ຄົນ ແລະ ຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ດັ່ງນັ້ນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,076 ຄົນ ເນື່ອງຈາກ ສະພາບການລະບາດຂອງພະຍາດ ກາງເດືອນເມສາ 2021 ເຮັດໃຫ້ຈຳນວນຕົວຢ່າງທີ່ເກັບມາກວດທັງໝົດ ຈາກບັນດາແຂວງ ລວມທັງ ນະຄອນຫຼວງວຽງຈັນ ແມ່ນເພີ້ມຂຶ້ນຢ່າງຫຼວງຫຼາຍແບບກະທັນຫັນ, ຕົວຢ່າງທີ່ເກັບຈາກຜູ້ສຳພັດໃກ້ຊິດ/ກຸ່ມສ່ຽງ ແລະ ຜູ້ທີ່ນອນປິ່ນປົວແລ້ວເກັບຕົວຢ່າງ ມາກວດຄືນ ແມ່ນບໍ່ໄດ້ມີການລະບຸ ຫຼື ແຍກຕົວຢ່າງ ອອກຈາກກັນ ກ່ອນທີ່ຈະສົ່ງເຂົ້າມາ ຫ້ອງກວດວິເຄາະ ແລະ ຍັງມີບາງກໍລະນີ ແມ່ນມາເກັບຕົວຢ່າງກວດຊອກຫາເຊື້ອພະຍາດ COVID-19 2-3 ຄັ້ງ ພ້ອມທັງໃຫ້ຊື່ ແລະ ເບີໂທ ແຕກຕ່າງກັນ, ຈຶ່ງເຮັດໃຫ້ມີການບັນທຶກຂໍ້ມູນກໍລະນີຜູ້ຕິດເຊື້ອໃໝ່ ຊໍ້າຊ້ອນກັນ,ພາຍຫຼັງມີການທົບທວນຄືນ ຈື່ງໄດ້ມີການປັບປຸງ ແລະ ດັດແກ້ຂໍ້ມູນທັງໝົດຄືນໃໝ່ ໂດຍໄດ້ຕັດຈຳນວນລາຍຊື່ ທີ່ຊໍ້າຊ້ອນກັນ ແລະ ຈຳນວນຜູ້ທີ່ເປັນຄົນເຈັບນອນປິ່ນປົວມາກວດຄືນ ອອກຈາກຂໍ້ມູນຜູ້ຕິດເຊື້ອໃໝ່.

ປະຈຸບັນ ແມ່ນບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວ ທັງໝົດ 124 ຄົນ

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,756 ຄົນ.
ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:

ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ, ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ) ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່

ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 05 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ ແລະ ໄຊເສດຖາ.

  • ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ປະຈຳວັນທີ 28 ມິຖຸນາ 2021 ມີ 1 ບ້ານ ຄື: ບ້ານສີເກີດ, ເມືອງນາຊາຍທອງ
  • ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ປະຈຳວັນທີ 28 ມິຖຸນາ 2021 (ບໍ່ມີ)
Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ພະນັກງານຄົນໃດເຮັດຜິດ ຕ້ອງຮັບໂທດທັນທີ ໄຟຟ້າລາວ ຢໍ້້າ!
Next Post: ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ

Related Posts

ນະຄອນຫລວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ Featured
ແຂວງຫຼວງພະບາງພົບຜູ້ຕິດເຊື້ອໃໝ່ອີກ40ຄົນ Featured
ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ Featured
ລາວ ໄດ້ຮັບວັກຊິນ ແອັດສະຕາເຊເນກາ ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX Featured
ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ Featured
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme