Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ

Posted on 01/03/202101/03/2021 By ປະກາດ Pakaad No Comments on ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ

ໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບົດບັນທຶກການຕົກລົງຮ່ວມກັນ ກອງປະຊຸມດັ່ງກ່າວໄດ້ຈັດຂື້ນເມື່ອວັນທີ 3 ມີນາ 2021 ຜ່ານມາທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ນາງ ແສງມະນີ ເພັດສະວົງ ຮອງຫົວໜ້າພະແນກການພົວພັນຕ່າງປະເທດ, ທ່ານ ບຸນເພັງ ທຳມະວົງ ຫົວໜ້າຝ່າຍປະຕິວັດງານ ຈາກອົງການກູດແນ່ເບີ ປະຈໍາລາວ, ມີທ່ານຜູ້ຕ່າງໜ້າ ຈາກກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານວິຊາການຈາກພະແນກອ້ອມຂ້າງແຂວງ, ຫ້ອງວ່າການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ແທນໄດ້ຮັບຟັງການນຳສະເໜີຮ່າງບົດບັນທຶກການຕົກລົງຮ່ວມກັນຂອງໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊົນທີ່ເມືອງຈອມເພັດ ແຂວງຫຼວງພະບາງຈາກນັ້ນ ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ພ້ອມກັນປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາຕໍ່ກັບຄຳຖາມ ແລະ ຂໍ້ສະ ເໜີແນະຕ່າງໆ ເພື່ອຄວາມເປັນເອກະພາບທາງດ້ານຫຼັງການ ແລະ ສາມາດເປັນມະຕິຂອງກອງປະຊຸມຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.

ໂອກາດນີ້, ທ່ານ ອະນຸແພງ ແກ້ວວົງສາ ໄດ້ສະເໜີໃຫ້ຄະນະຮັບຜິດຊອບກອງປະຊຸມປັບປຸງຄືນກ່ຽວກັບມະຕິຂອງກອງປະຊຸມເພື່ອເຮັດໃຫ້ມີເນື້ອໃນສົມບູນ,ຖືກຕ້ອງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ເປັນນິຕິກຳອ້າງອີງຂອງການຈັດຕັ້ງປະຕິບັດໃນຄັ້ງຕໍ່ໄປ ພ້ອມກັນນັ້ນໃຫ້ທຸກພາກສ່ວນຈົ່ງນໍາເອົາຜົນໄດ້ຮັບ ແລະ ມະຕິກອງປະຊຸມໄປຈັດຕັ້ງສ້າງເປັນແຜນປະຕິບັດໂຄງການ,ສ້າງເປັນແຜນງານບູລິມະສິດຕາມຄວາມຕ້ອງການຕົວຈິງຂອງແຕ່ລະພາກສ່ວນໃຫ້ບັນລຸເປົ້າໝາຍຕາມໂຄງການທີ່ໄດ້ກຳນົດໄວ້ ແລະ ເປັນຮູບປະທຳດີຂື້ນເທືື່ອລະກ້າວ.

ໂດຍ: ແຈັກກີ້ ສກຂ ຫຼວງພະບາງ

Featured, ການສຶກສາ

Post navigation

Previous Post: ຄຳແນະນຳ ສຳລັບຜູ້ທີ່ມີຈຸດປະສົງເດີນທາງເຂົ້າມາ ສປປ ລາວ ໃນໄລຍະຮັກສາມາດຕະການປ້ອງກັນພະຍາດໂຄວິດ-19
Next Post: ສຳເລັດການຍົກລະດັບຄວາມຮູ້ ຫລັກສູດ ການດູແລເບິ່ງແຍງ ຜູ້ສູງອາຍຸ ລຸ້ນທີ I

Related Posts

ປິດ! ທາງຮ່ອມບ້ານ ໂຄມຂວາງ, ທາງຮ່ອມບ້ານ ພັນຫຼວງ ແລະ ບ້ານ ເມືອງງາ Featured
ອົດສະຕຣາລີ ຊ່ວຍວັກຊິນແກ່ ສປປລາວ 1 ແສນໂດສ Featured
ກະຊວງສາທາ ມອບລົດບັນທຸກ ນໍ້າສະອາດ ໃຫ້ແກ່ 7 ແຂວງ Featured
ປະກາດຫາເຈົ້າຂອງກະເປົາເງິນ ອອກຊື່ນາງສຸດາພອນ ພົມມະລິນ Featured
ແຂວງຫຼວງພະບາງຫຼາຍກວ່າໝູ່ມື້ນີ້ Featured
ຕັດສິນແລ້ວ! ກຸ່ມຄົນທີ່ພາໃຫ້ເກີດການລະບາດຂອງ ໂຄວິດ-19 ໃນເດືອນ ເມສາ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme