Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9

Posted on 28/04/202228/04/2022 By ປະກາດ Pakaad No Comments on ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ບຸຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 9 ແຕ່ວັນທີ 27-29 ເມສາ 2022, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ.

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9 ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ເມສາ 2022 ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ບຸຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ໃນກອງປະຊຸມ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ບຸຍ ແທັງ ເຊີນ ທີ່ໄດ້ນຳພາຄະນະຜູ້ແທນ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ ຄົນໃໝ່.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນກັນແບບກົງໄປກົງມາໃນຫຼາຍບັນຫາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງ ໂດຍສະເພາະ ເພີ່ມທະວີການເຮັດວຽກເສນາທິການໃຫ້ດີຂຶ້ນ ໃນການຜັນຂະຫຍາຍທິດຊີ້ນຳຂອງການນຳຂັ້ນສູງ, ການຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການພົວພັນຮ່ວມມືສອງຝ່າຍ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການຮັດແໜ້ນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ ເຖິງວ່າ ພະຍາດໂຄວິດ-19 ຈະສືບຕໍ່ແຜ່ລະບາດກໍຕາມ, ບັນດາຂະແໜງການຕ່າງໆ ໄດ້ສືບຕໍ່ປະສານສົມທົບກັນ ທັງຜ່ານຊ່ອງທາງອອນລາຍ ກໍຄື ຜ່ານຊ່ອງທາງການທູດ ເພື່ອເຮັດໃຫ້ຫຼາຍວຽກທີ່ໄດ້ຕົກລົງກັນມີຜົນສຳເລັດເປັນກ້າວໆມາ. ອັນພົ້ນເດັ່ນ ສອງຝ່າຍ ໄດ້ຮ່ວມກັນເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຊຶ່ງສອງຝ່າຍ ຈະໄດ້ຮ່ວມກັນຈັດກິດຈະກຳຕ່າງໆຕະຫຼອດປີ ເພື່ອສະເຫຼີມສະຫຼອງໃຫ້ມີບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ.

ສອງຝ່າຍ ເຫັນດີເປັນເອກະພາບໃຫ້ສືບຕໍ່ຢ່າງໜັກແໜ້ນໃນການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ທີ່ເປັນເງື່ອນໄຂພື້ນຖານໃຫ້ແກ່ການຄົງຕົວ ແລະ ຂະຫຍາຍຕົວຂອງການພົວພັນພິເສດ ລາວ-ຫວຽດນາມ, ເຫັນດີຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ ຊຶ່ງມູນຄ່າການຄ້າສອງຝ່າຍ ໃນປີ 2021 ບັນລຸ 1,3 ຕື້ໂດລາ ເພີ່ມຂຶ້ນເກືອບ 30% ທຽບໃສ່ປີ 2020; ປັດຈຸບັນ ຫວຽດນາມ ຈັດຢູ່ໃນອັນດັບແຖວໜ້າຂອງຜູ້ລົງທຶນຕ່າງປະເທດຢູ່ ສປປ ລາວ ລວມ 426 ໂຄງການ ມີມູນຄ່າທັງໝົດຫຼາຍກວ່າ 4,3 ຕື້ໂດລາ. ພ້ອມດຽວກັນນີ້, ກໍເຫັນດີໃຫ້ສົ່ງເສີມການຮ່ວມມືເສດຖະກິດຕາມທິດກະສິກຳສະອາດ, ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ ທີ່ສອງປະເທດມີທ່າແຮງຮ່ວມກັນ ແລະ ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໂດຍໄວ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືໃນຂົງເຂດ ວຽກງານຊາຍແດນ, ວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ ແລະ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ພ້ອມນີ້, ສອງຝ່າຍ ກໍເຫັນດີໃຫ້ສືບຕໍ່ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຂອບການຮ່ວມມື ສອງຝ່າຍ, ຫຼາຍຝ່າຍ ທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມື ສປຊ, ອາຊຽນ ລວມທັງ ການກະກຽມເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ. ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນ ເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພາຍຫຼັງສຳເລັດກອງປະຊຸມພົບປະສອງຝ່າຍ, ກໍໄດ້ມີພິທີມອບ-ຮັບ ເຄື່ອງຄອມພີວເຕີ ຈຳນວນໜຶ່ງຈາກກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃຫ້ແກ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ຂ່າວ: ກະຊວງການຕ່າງປະເທດ

Featured, ລັດຖະບານ

Post navigation

Previous Post: ຜູ້ນຳລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສສ ຫວຽດນາມ
Next Post: ຂໍໃຫ້ລະວັງ ຝົນລົມແຮງຟ້າຮ້ອງຟ້າເຫຼືອມຍັງປົກຄຸມຫຼາຍພາກ

Related Posts

ດ່ວນທີ່ສຸດ ສະພາແຫ່ງຊາດ ມີມະຕິ ຫຼຸດອາກອນຊົມໃຊ້ ນໍ້າມັນເຊື້ອໄຟ ແກ້ວິກິດນໍ້າມັນແພງ Featured
ດ່ວນ! ຫຼວງພະບາງ ສັ່ງໂຈະການເປີດໂຮງຮຽນ Featured
ລາວ ໄດ້ຮັບວັກຊິນ ແອັດສະຕາເຊເນກາ ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX Featured
ແຈ້ງການ ລັອກດາວ ນະຄອນປາກເຊແລ້ວ Featured
ຂ່າວດ່ວນໂຄວິດແຂວງວຽງຈັນແມ່ຕູ້ໄວ 70ປີເສຍຊີວິດ Featured
ຍັງຈະເຢັນໄປອີກຫຼາຍມື້ເດີທຸກທ່ານ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme