Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄັກສຸດ! foodpanda ໄດ້ເປີດໂຕ pandamart ສາຂາທຳອິດ ໃນ ສປປ ລາວ ຈັດສົ່ງເຄື່ອງໃຊ້ຂອງສອຍພາຍໃນ 25 ນາທີ

Posted on 15/08/202115/08/2021 By ປະກາດ Pakaad No Comments on ຄັກສຸດ! foodpanda ໄດ້ເປີດໂຕ pandamart ສາຂາທຳອິດ ໃນ ສປປ ລາວ ຈັດສົ່ງເຄື່ອງໃຊ້ຂອງສອຍພາຍໃນ 25 ນາທີ

ນະຄອນຫຼວງວຽງຈັນ — 15 ສິງຫາ 2021 — foodpanda ໄດ້ເປີດໂຕ pandamart ຫຼື ຮ້ານສະດວກຊື້ອອນລາຍ ສາຂາທຳອິດຂອງ ປະເທດລາວ ເພື່ອສົ່ງຕໍ່ເຄື່ອງໃຊ້ສອຍ ແລະ ເຄື່ອງໃຊ້ປະຈຳວັນທີ່ຫຼາກຫຼາຍໃຫ້ກັບລູກຄ້າ ຮອດປາຍທາງ ພາຍໃນ 25 ນາທີ

pandamart ແມ່ນຫຍັງ? : pandamart ແມ່ນຮ້ານສະດວກຊື້ອອນລາຍ, ທີ່ເນັ້ນສະເພາະການບໍລິການສົ່ງຢ່າງດຽວ ເຊິ່ງແຕກຕ່າງຈາກຮ້ານສະດວກຊື້ອື່ນໆ ດ້ວຍເທັກໂນໂລຢີທີ່ທັນສະໄໝ ແລະ ການນໍາໃຊ້ລະບົບທີ່ຊານສະຫຼາດໃນການຄຳນວນສະຖານທີ່ ໄລຍະທາງ ແລະ ເປັນຮ້ານສະດວກຊື້ອອນລາຍທີ່ທາງ foodpanda ບໍລິຫານເຄື່ອງໃນສາງເອງ, ດ້ວຍການຈັດວາງທີ່ເປັນລະບົບລະບຽບ ງ່າຍຕໍ່ກັບການຊອກຫາ ແລະ ຈັດແຈງອໍເດີ້ຂອງລູກຄ້າທີ່ປະຢັດເວລາ ເພື່ອນຳສົ່ງຕໍ່ໃຫ້ກັບລູກຄ້າ ພາຍໃນ 25 ນາທີ.

ສິນຄ້າທີ່ວາງຈຳໜ່າຍໃນ pandamart ປະກອບມີ ເຄື່ອງໃຊ້ສອຍພາຍໃນເຮືອນ ແລະ ເຄື່ອງອຸປະໂພກບໍລິໂພກທົ່ວໄປຂອງຍີ່ຫໍ້ດັງທັງພາຍໃນ ແລະ ຕ່າງປະເທດເຊັ່ນ: Unilever, Beerlao, Lays, ບ້ານບ້ານ, ນໍ້າກ້ອນທ້າວໂບ້, ເຄື່ອງໃຊ້ຂອງແມ່ ແລະ ເດັກ ແລະ ອື່ນໆ.

ຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໃນໂລກ ເຮັດໃຫ້ຜູ້ຄົນປ່ຽນແປງພຶດຕິກຳໃນການຈັບຈ່າຍຊື້ອາຫານ, ເຄື່ອງໃຊ້ສອຍ ແລະ ເຄື່ອງໃຊ້ປະຈຳວັນອື່ນໆ, ເຊິ່ງ pandamart ກໍ່ເປັນອີກບໍລິການໜຶ່ງທີ່ foodpanda ສ້າງຂຶ້ນມາເພື່ອຕອບສະໜອງການປ່ຽນແປງໃໝ່ຂອງຜູ້ບໍລິໂພກ ໃຫ້ເຂົ້າເຖີງຄວາມສະດວກສະບາຍ ແລະ ໂຕເລືອກທີ່ຫຼາກຫຼາຍ ໃນການຈັບຈ່າຍຊື້ເຄື່ອງຂອງໃຊ້.

ເພື່ອເປັນການຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໃນຍຸກທີ່ແຂ່ງກັບເວລາ, foodpanda ໄດ້ລົງທຶນໃນການສ້າງການບໍລິການ q-commerce ຫຼື quick commerce. ນອກຈາກການບໍລິການຫຼັກ ຄືການສົ່ງອາຫານແລ້ວ, foodpanda ຍັງໄດ້ເລັ່ງການຂະຫຍາຍ pandamart ແລະ foodpanda shops ໃນການຮ່ວມມືກັບຮ້ານຄ້າລາຍຍ່ອຍ ເພື່ອເຮັດໃຫ້ຜູ້ຊົມໃຊ້ເຂົ້າເຖີງຄວາມສະດວກສະບາຍ, ໄວ ແລະ ຄວາມຫຼາກຫຼາຍ.

‘’ ໃນປີ 2021 ນີ້, ຈະໄດ້ມີການຂະຫຍາຍ ແລະ ເພີ່ມສາຂາຂອງ pandamart ໃຫ້ໄດ້ 4 ຈຸດໃຫ່ຍໆ ເພື່ອຮັບປະກັນວ່າຜູ້ຊົມໃຊ້ໃນເຂດຕ່າງໆຂອງນະຄອນຫຼວງວຽງຈັນສາມາດເຂົ້າເຖີງໄດ້ ແລະ ພາຍໃນປີ 2022 ທາງບໍລິສັດມີແຜນ ຂະຫຍາຍ pandamart ໄປບັນດາແຂວງໃຫ່ຍໆ ທັງໃຫ່ຍ ເພື່ອເປັນການສ້າງຄວາມສະດວກສະບາຍ ແລະ ເພີ່ມຄວາມຫຼາກຫຼາຍໃຫ້ກັບຄົນທ້ອງຖິ່ນໄດ້ເຂົ້າເຖີງທີ່ສຳຄັນ, ແມ່ນເປັນການສ້າງອາຊີບໃຫ້ກັບຄົນທ້ອງຖິ່ນ ‘’, ທ່ານ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ ເດລີເວີຣີ ຮີໂຣລາວ ຈຳກັດຜູ້ດຽວ ຫຼື foodpanda ໄດ້ກ່າວໃນງານເປີດໂຕ.

ສໍາລັບທ່ານໃດ ຍັງບໍ່ທັນ ມີແອັບຟູດແພນດ້າ ກໍ່ຢາລືມ ໂຫຼດມາໃຊ້ໄດ້ເລີຍ!

Featured, ທຸລະກິດ

Post navigation

Previous Post: ຂ່າວດ່ວນ! ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ
Next Post: ອຸຕຸແຈ້ງ ພາກເໜືອ ພາກກາງ ລະມັດລະວັງ ຟ້າຝົນລົມແຮງ ໄລຍະນີ້

Related Posts

ມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າ ຫສນຍ Featured
ຄໍາສັ່ງສະບັບໃໝ່ຂອງແຂວງຈໍາປາສັກ Featured
ບັນຍາກາດ ໂຄງການສົ່ງເສີມການຂາຍແລະ ເຈລະຈາ ທຸລະກິດອອນໄລ ໄທ-ລາວ ຈັດຂຶ້ນລະຫວ່າງວັນທີ 1 ກໍລະກົດ – 31 ສິງຫາ 2020 ທຸລະກິດ
ອຸຕຸເຕືອນ ຝົນຈະຕົກໄປຮອດວັນທີ່ 25 ຕຸລາ 2020 Featured
ລັດຖະບານ ຊຸດທີ VIII ຈັດກອງປະຊຸມທ້າຍສະໄໝ Featured
ພະຍາກອນອາກາດ ປະຈໍາວັນທີ 14 ພຶດສະພາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme