Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກຽມພ້ອມເດີ! ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວານີ້

Posted on 07/10/202107/10/2021 By ປະກາດ Pakaad No Comments on ກຽມພ້ອມເດີ! ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວານີ້

ຕາມການລາຍງານ ຂອງ Lao National Radio ໃຫຮູ້ວ່າ: ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດພົບປະກັບສື່ມວນຊົນທົ່ວປະເທດ ໂດຍຜ່ານລະບົບທາງໄກຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 6 ຕຸລາ 2021 ວ່າ: ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນໃນວັນທີ 2 ທັນວາປີນີ້. ທາງລົດໄຟດັ່ງກ່າວ ຖ້າໃນສະ ພາບປົກກະຕິ ຈະນໍາເອົາຜົນປະໂຫຍດຕົວຈິງຢ່າງຫລວງຫລາຍມາໃຫ້ປະເທດລາວ ເພາະຈະໃຊ້ເພື່ອຮັບເອົານັກທ່ອງທ່ຽວຕ່າງ ປະເທດເຂົ້າມາທ່ອງທ່ຽວລາວ, ລວມເຖີງການສົ່ງອອກສິນຄ້າປະເພດຕ່າງໆ ຈາກລາວອອກສູ່ຕ່າງປະເທດ ແລະ ຈາກຕ່າງປະເທດເຂົ້າມາລາວ ແລະ ອື່ນໆ.

ທ່ານກ່າວຕື່ມວ່າ: ປັດຈຸບັນ ລັັດຖະບານ ພວມວາງແຜນເພື່ອເປີດເດີນລົດໄຟລາວ-ຈີນ ຢ່າງມີຈຸດສຸມ ແລະ ຮັບປະກັນຄວາມປອດໄພໃນທຸກດ້ານ, ໂດຍເບື້ອງຕົ້ນຈະເນັ້ນໃສ່ການຂົນສົ່ງສິນຄ້າ, ຈາກນັ້ນ ຈະເບິ່ງເງື່ອນໄຂຕົວຈິງເພື່ອຂົນສົ່ງນັກທ່ອງ ທ່ຽວ ເຊີ່ງມັນຮຽກຮ້ອງໃຫ້ຜູ້ປະກອບການດ້ານການທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ, ໃນນີ້ ກະຊວງທີ່ກ່ຽວຂ້ອງຕ້ອງເປັນເຈົ້າການໃນດ້ານນີ້ໃນການຕິດຕາມ ແລະ ສົ່ງເສີມເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ, ທັງເປັນການນໍາເອົາເງິນຕາຕ່າງປະເທດເຂົ້າມາລາວ ແຕ່ຕ້ອງຮັບປະກັນດ້ານຄວາມປອດໄພ ແລະ ໃຫ້ປະຊາຊົນມີສ່ວນຮ່ວມນໍາ.

ພ້ອມນີ້ ທ່ານນາຍົກ ຍັງຢືນຢັນ ເພື່ອຮອງຮັບໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໃນທ້າຍປີນີ້ ພາກສ່ວນທີ່ຮັບຜິດຊອບໄດ້ມີແຜນ ແລະ ກະກຽມວຽກງານຕ່າງໆ ທີ່ກ່ຽວຂ້ອງໄວ້ໝົດແລ້ວ. ສໍາລັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຮັບການວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 2 ທັນວາ ປີ 2015 ເພື່ອເປັນຂອງຂວັນສະເຫລີມສະຫລອງວັນສະຖາປະນາ ສປປລາວ ຄົບຮອບ 40 ປີ, ມີຄວາມຍາວຫລາຍ 400 ກວ່າກິໂລແມັດ, ຜ່ານ 5 ແຂວງຂອງລາວ ຄື: ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ເຊີ່ງແມ່ນສ່ວນໜຶ່ງໃນການຈັດຕັ້ງ ແລະ ຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ກໍ່ຄື ຍຸດທະສາດການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ ທີ່ສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນໃນປີ 2025.

ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ນອກຈາກເປັນການປະກອບສ່ວນສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ, ວັນທີ 2 ທັນວາ ຄົບຮອບ 46 ປີ ຍັງເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ, ວັນທີ 25 ເມສາ ຄົບຮອບ 60 ປີ ຕື່ມອີກ.

.

.

.

.

.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກະສິກອນເມືອງເມິງພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ
Next Post: ລາຄານໍ້າມັນຂຶ້ນອີກແລ້ວຂຶ້ນຫຼາຍທີ່ສຸດເດີຮອບນີ້

Related Posts

Facebook ຮ່ວມມືກັບນັກສ້າງວິດີໂອ ເພື່ອສ້າງໂຄງການ ລາວຊ່ວຍລາວ Featured
ຂ່າວດີ! ຖະແຫຼງການເປີດປະເທດ Featured
ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ອາຊະຍາກອນທາງໄຊເບີ ຮູ້ສວຍໃຊ້ ‘ການຕອບສະໜອງທາງອາລົມ’ ເພື່ອຂູດຮີດ ຜູ້ເຄາະຮ້າຍທາງການເງິນ ແລະ ອາລົມ ຂ່າວສານບ້ານເມືອງ
ແຂວງຄໍາມ່ວນ ແຈ້ງການໃຫ້ເຂັ້ມງວດປ້ອງກັນ ໂຄວິດ-19 Featured
ຄໍາສັ່ງລັອກດ່າວເມືອງຊຽງເງິນແລະເມືອງນໍ້າບາກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme