Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

“ ລູກສູງບໍ່ທັນໝູ່ຍ້ອນຫຍັງ ?”

Posted on 12/06/202112/06/2021 By ເພສັຊະກອນ ຈິດຕະມັງກອນ ປຸມະລັດ No Comments on “ ລູກສູງບໍ່ທັນໝູ່ຍ້ອນຫຍັງ ?”

#ເລົ່າເລື່ອງສຸຂະພາບປະຈຳວັນ:

ປະຈຸບັນເດັກສ່ວນໃຫຍ່ຈະມີຄວາມສູງສະເລ່ຍຫຼາຍກວ່າຄວາມສູງມາດຕະຖານເຊີ່ງເກີດຈາກອາຫານການກິນ ແລະ ນົມທີ່ມີການພັດທະນາສ່ວນປະກອບທີ່ຊ່ວຍບຳລຸງຮ່າງກາຍ ແລະ ໃນການຈະເລີນເຕີບໂຕ

ເຊື່ອວ່າພໍ່ແມ່ຜູ້ປົກຄອງທຸກຄົນໄຝ່ຝັນທີ່ຢາກເຫັນລູກຫຼານເຕີບໃຫຍ່ເປັນເດັກທີ່ມີຄຸນນະພາບ ແລະ ມີບຸກຄະລິກກະພາບທີ່ໂດດເດັ່ນ ທັດທຽມກັບຄົນອື່ນ ແຕ່ກໍ່ຍັງມີພໍ່ແມ່ຜູ້ປົກຄອງບາງຄົນທີ່ມັກຈະເກີດຄຳຖາມໃນໃຈວ່າ…ເປັນຫຍັງລູກຫຼານເຮົາຈິ່ງເຕ້ຍກວ່າຄົນອື່ນ ແລ້ວເຮັດແນວໃດຈິ່ງເຮັດໃຫ້ລູກເຮົາສູງໄດ້ທັນໝູ່..ບັນຫາທັງໝົດທີ່ກ່າວມານີ້ ເຮົາມີຄຳຕອບ ແຕ່ກ່ອນອື່ນເຮົາມາຮູ້ກ່ອນວ່າ ສາເຫດທີ່ລູກເຕ້ຍຍ້ອນປັດໄຈອັນໃດແດ່..

ສາຍເຫດທີ່ລູກເຕ້ຍ ?

ປັດໄຈທຳອິດ ຄືເລື່ອງຂອງກຳມະພັນ

ຂໍ້ນີ້ສຳຄັນຫຼາຍ ແລະ ເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ ລູກທີ່ເກີດຈາກພໍ່ແມ່ໂຕນ້ອຍ ເດັກມັກຈະໂຕນ້ອຍ ກົງກັນຂ້າມກັບເດັກທີ່ມີພໍ່ແມ່ສູງໃຫຍ່ ເຖິງອາດຈະຂາດການບຳລຸງຮັກສາແຕ່ ເດັກກໍ່ຍັງສູງໄດ້

ອີງໃສ່ພື້ນຖານຫຼັກກຸມມານເວດ ເຮົາສາມາດປະເມີນຄວາມສູງແບບຄາດຄະເນໄດ້ ວ່າລູກຈະຈະເລີນເຕີບໂຕໄດ້ເທົ່າໃດ ການຄິດໄລ່ຈາກຄວາມສູງຂອງພໍ່ແມ່ ໂດຍເອົາຄວາມສູງຂອງພໍ່ແມ່ບວກກັນ ແລະ ບວກດ້ວຍ 13 ແລ້ວຫານດ້ວຍ 2 ຖ້າເປັນລູກຊາຍ. ແຕ່ຖ້າເປັນລູກສາວໃຫ້ລົບດ້ວຍ 13 ແລ້ວຫານ 2 ກໍ່ຈະໄດ້ລວງສູງແບບຄາດຄະເນຂອງລູກ ເມື່ອລູກໃຫຍ່ມາ. ແຕ່ຕົວເລກທີ່ໄລ່ມາດັ່ງກ່າວອາດຜິດດ່ຽງປະມານ 10 ຊັງຕີແມັດ

ປັດໄຈທີສອງແມ່ນ: ໂພຊະນາການ

ການກິນອາຫານໃຫ້ຄົບຫ້າໝູ່ ໄດ້ພະລັງງານຕາມຄວາມຕອ້ງການຂອງເດັກ ຈະສົ່ງຜົນໃຫ້ເດັກມີການຈະເລີນເຕີບໂຕສົມໄວ ໂດຍສະເພາະພໍ່ແມ່ທີ່ມີລູກເປັນນັກກິລາຍິ່ງຄວນຈະໃຫ້ເດັກໄດ້ຮັບສານອາຫານທີ່ພຽງພໍແຕ່ໃນປະຈຸບັນນີ້ຈະເຫັນໄດ້ວ່າອາຫານບາງປະເພດນອກຈາກຈະບໍ່ກໍ່ໃຫ້ເກີດປະໂຫຍດແລ້ວ ຍັງອາດເກີດໂທດກັບຮ່າງກາຍອີກດ້ວຍ ໂດຍສະເພາະອາຫານທີ່ຫວານ, ມັນ ອາດເຮັດໃຫ້ເີກດປັນຫາພະຍາດຕຸ້ຍ ໃນເດັກອີກດ້ວຍ

ປັດໄຈທີ່ສາມ: ຄືປັດໄຈທາງດ້ານຮໍໂມນ

ຮໍໂມນເປັນສານທີ່ຮ່າງກາຍຜະລິດຂື້ນຈາກຕ່ອມບໍ່ມີທໍ່ຕ່າງໆ ແລະ ຈະຖືກປ່ອຍອອກມາໃນກະແສເລືອດ ໄປມີຜົນຕໍ່ຮ່າງກາຍທົ່ວໄປ ໂດຍຮໍໂມນທີ່ມີຜົນເຮັດໃຫ້ເດັກມີການຈະເລີນເຕີບໂຕສົມໄວແກ່ ຮໍໂມນຈະເລີນເຕີບໂຕ ຫຼື ໂກສຮໍໂມນ Growth Hormone “GH” , ຮໍໂມນຕ່ອມໄທຣອຍ, ແລະ ຮໍໂມນເພດ ເຊີ່ງຊ່ວຍໃຫ້ເດັກເຂົ້າສູ່ໄລຍະແຕກບ່າວສາວໃນເວລາທີ່ເໝາະສົມ ບໍ່ໄວເກີນໄປແລະບໍ່ຊ້າເກີນໄປ

ປັດໄຈສຸດທ້າຍຄືປັດໄຈທາງດ້ານສິ່ງແວວລ້ອມອື່ນໆ

ທີ່ອາດຈະສົ່ງຜົນຫ້ມີການຈະເລີນເຕີບໂຕທີ່ສົມໄວໄດ້ແກ່ການ ອອກກຳລັງກາຍ, ທີ່ເໝາະສົມບໍ່ໜ້ອຍເກີນໄປ ແລະ ບໍ່ຫຼາຍຈົນເກີນໄປ ເພາະການອອກກຳລັງເປັນວີທີການທີ່ຊ່ວຍສົ່ງເສີມໃຫ້ມີການຜະລິດຮໍໂມນຈະເລີນເຕີບໂຕໄດ້ດີ ລວມເຖິງການນອນຫຼັບ ການພັກຜ່ອນທີ່ພຽງພໍ ກໍ່ຍິ່ງສົ່ງເສີມໃຫ້ເດັກີການຈະເລີນເຕີບໂຕໄດ້ດີ ເຊີ່ງໄວເດັກນີ້ຄວນໄດ້ນອນຫຼັບພັກຜ່ອນຢ່າງໜ້ອຍວັນລະ 8-10 ຊົ່ວໂມງ.

ນອກຈາກນີ້ຍັງມີສາເຫດຈາກສິ່ງແວວລ້ອມອື່ນໆ ທີ່ອາດຈະສົ່ງຜົນໃຫ້ເດັກໂຕເຕ້ຍໄດ້ອີກດ້ວຍ ເຊັ່ນ: ໄລຍະການມີລູກຂອງແມ່ມານເບີ່ງແຍງໂຕເອງບໍ່ໄດ້ດີ, ດື່ມເຫຼົ້າ, ສູບຢາ, ຂາດສານອາຫານ, ທັງໝົດນີ້ກໍ່ຈະສົ່ງຜົນໄປເຖິງລູກນ້ອຍທີ່ຈະເກີດຂື້ນມາ.

ແຕ່ເໜືອສິ່ງອື່ນໃດ ເມື່ອເຮົາຮູ້ວ່າລູກເຮົາມີໂຕເຕ້ຍກວ່າໝູ່ ກໍ່ຄືຕ້ອງສັງເກດຫຼັງ 1 ປີ ຄວາມສູງຂອງລູກຫຼານບໍ່ຂະຫຍາຍໂຕຫຼືບໍ່ ຫາກພົບວ່າຜິດປົກກະຕິຕ້ອງຮີບປຶກສາແພດຈະໄດ້ແກ້ໄຂທັນເວລາ ເຊິ່ງຄວາມສູງຕາມມາດຕະຖານທົ່ວໄປຂອງເດັກທີ່ຜ່ານມາກໍ່ຄື ເມື່ອອາຍຸ 19 ປີ ເດັກຜູ້ຊາຍຈະມີຄວາມສູງ ປະມານ 170 ຊັງຕີແມັດ ສ່ວນຜູ້ຍິງຈະສູງຢູ່ປະມານ 157-160 ຊັງຕີແມັດ ແຕ່ຈະເຫັນວ່າເດັກຜູ້ຊາຍ ແລະ ຜູ້ຍິງສ່ວນໃຫຍ່ຈະມີຄວາມສູງສະເລ່ຍຫຼາຍກວ່າຄວາມສູງມາດຕະຖານ ເຊີ່ງມາຈາກການກິນອາຫານ, ແລະ ການກິນນົທີ່ມີການພັດທະນາສູດປະສົມຊ່ວຍບຳລຸງຮ່າງກາຍ ແລະ ຊ່ວຍໃນການຈະເລີນເຕີບໂຕຫຼາຍກວ່າສະໄໝກ່ອນ.

ປະຈຸບັນມີການວັດການຈະເລີນເຕີບໂຕຂອງເດັກຕັ້ງແຕ່ເກີດໃໝ່ດ້ວຍການບັນທຶກສ້າງເສັ້ນສະແດງການຈະເລີນເຕີບໂຕເຊິ່ງທ່ານໝໍເດັກຈະເປັນຜູ້ຕິດຕາມ ແລະ ມີປື້ມຕິດຕາມການຈະເລີນເຕີບໂຕ ພັດທະນາການຕ່າງໆ ພ້ອມທັງຂໍ້ແນະນຳທີ່ພໍ່ແມ່ຜູ້ປົກຄອງຕ້ອງໄດ້ປະຕິບັດ ເຊີ່ງມີການຕິດຕາມລວງສູງ ແລະ ນໍ້າໜັກຂອງລູກແຕ່ 0-1ປີ ເຊີ່ງຖ້າພໍ່ແມ່ຕິດຕາມຜົນຂອງເສັ້ນສະແດງໄປເລື້ອຍໆ ແລ້ວພົບວ່າເດັກມີຄ່າຂອງເສັ້ນສະແດງຕົກລົງ ຫຼື ວັດແທກມາແລ້ວຄ່າຕໍ່າກວ່າມາດຕະຖານ ສະແດງວ່າອາດຜິດປົກກະຕິ ກໍລະນີນີ້ຄວນພາລູກໄປປຶກສາທ່ານໝໍເພື່ອກວດເບີ່ງສາຍເຫດ

ໂດຍ: ເພສັຊະກອນ ຈິດຕະມັງກອນ ປຸມະລັດ

ຮັກສຸຂະພາບ

Post navigation

Previous Post: ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ
Next Post: 4 ສາຍເຫດທີ່ລູກເຕ້ຍ ?

Related Posts

ເມື່ອລູກບໍ່ມັກກິນເຂົ້າ ພໍ່ແມ່ຄວນເຮັດແນວໃດ ? ຮັກສຸຂະພາບ
ເຮັດຈັ່ງໃດບໍ່ໃຫ້ເຖົ້າໄວ “Anti-Aging” ? Featured
#ນົມສົ້ມສຸດຍອດຕົວຊ່ວຍອາການຖ່າຍຍາກຂອງລູກນ້ອຍ ຮັກສຸຂະພາບ
4 ສາຍເຫດທີ່ລູກເຕ້ຍ ? ຮັກສຸຂະພາບ
ຮັກລູກຕ້ອງສອນລູກໃຫ້ຖືກວິທີເພື່ອດູແລຕົນເອງໄດ້ ຮັກສຸຂະພາບ
ບ້ານແດງມີ 97 ບ້ານໃນນະຄອນຫຼວງວຽງຈັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme