Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບ້ານແດງມີ 97 ບ້ານໃນນະຄອນຫຼວງວຽງຈັນ

Posted on 26/09/202126/09/2021 By ປະກາດ Pakaad No Comments on ບ້ານແດງມີ 97 ບ້ານໃນນະຄອນຫຼວງວຽງຈັນ

ສະຖານະການບ້ານແດງ ນະຄອນຫຼວງວຽງຈັນ ແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈາກການລາຍງານຂອງຄະນະສະເພາະກິດ ໃນວັນທີ 26 ກັນຍາ 2021 ແມ່ນມີເຖິງ 97 ບ້ານແລ້ວ ຢູ່ໃນ 7 ເມືອງ.

ເມືອງໄຊທານີ 26 ບ້ານ, ເມືອງສີໂຄດຕະບອງ 25 ບ້ານ, ເມືອງນາຊາຍທອງ 17 ບ້ານ, ເມືອງໄຊເສດຖາ 10 ບ້ານ, ເມືອງຈັນທະບູລີ 9 ບ້ານ, ເມືອງຫາດຊາຍຟອງ 6 ບ້ານ ແລະ ເມືອງສີສັດຕະນາກ 4 ບ້ານ.

ຕິດເຊື້ອໃໝ່ລາຍງານວັນທີ 26 ກັນຍາ 2021 ມີຜູ້ຕິິດເຊື້ອໃໝ່ທັງໝົດ +292 ຄົນ ໃນນັ້ນຊຸມຊົນຍັງສູງ +280 ຄົນ ແລະ ຕິດເຊື້ອນຳເຂົ້າ ຄົນ +12ຄົນ.

ລວມການຕິດເຊື້ອ ຮອດມື້ນີ້ 21.819 ຄົນ ເສຍຊິວິດ 16

.

ໃນສະພາບການລະບາດຂອງພະຍາດໂຄວິດ-19 👴🏼🧓🏼 ຜູ້ສູງອາຍຸແມ່ນໜຶ່ງໃນກຸ່ມທີ່ມີຄວາມສ່ຽງທີ່ສຸດໃນການເຈັບເປັນຮຸນແຮງ ຫຼື ເສຍຊີວິດ, ເຖິງວ່າກຸ່ມເຫຼົ່ານີ້ອາດຈະບໍ່ໄດ້ໄປໃນຈຸດສ່ຽງ ແຕ່ສະມາຊິກຄອບຄົວຜູ້ໜຸ່ມນ້ອຍກໍ່ສາມາດເປັນສາເຫດທີ່ນໍາເຊື້ອມາສູ່ເພິ່ນໄດ້ 🤒😷🤕

ປັດຈຸບັນຕົວເລກປະຊາກອນຜູ້ສູງອາຍຸໃນ ສປປ ລາວ ທີ່ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແມ່ນຢູ່ທີ່ 53.9%. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກໆຄົນໃນທົ່ວປະເທດຈົ່ງຮ່ວມໃຈກັນເອົາໃຈໃສ່ຊຸກຍູ້ ແລະ ພາກຸ່ມດັ່ງກ່າວໄປຮັບການປ້ອງກັນຢ່າງຄົບຖ້ວນ. 🧬🧬

ທ່ານສາມາດຢຸດຢັ້ງການເຈັບເປັນຮຸນແຮງທີ່ອາດສົ່ງຜົນເຖິງຂັ້ນທີ່ມີການສູນເສຍເກີດຂຶ້ນໄດ້ ດ້ວຍການສືບຕໍ່ພາ ພໍ່ແມ່ ລຸງປ້ານ້າອາ ພໍ່ຕູ້ແມ່ຕູ້ ປູ່ຍ່າຕາຍາຍ ທີ່ຍັງບໍ່ທັນໄດ້ຮັບວັກຊີນ ໄປຮັບຕາມຈຸດບໍລິການສັກຢາທີ່ກໍານົດໄວ້ໃນທົ່ວປະເທດ* 💉

.

Featured, ຂ່າວສານບ້ານເມືອງ, ຮັກສຸຂະພາບ, ເຕືອນໄພ

Post navigation

Previous Post: ຝາສິມຂອງ ວັດສີສະເກດ “ສະຕະສະຫັສສາຣາມ”
Next Post: ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19

Related Posts

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ Featured
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 Featured
ເສຍຊີວິດໃໝ່ 3 ຕິດເພີ່ມໃໝ່ 1138 Featured
ເສຍຊີວິດໃໝ່ 10 ຕິດເພີ່ມ 676 Featured
ແຂວງຫຼວງພະບາງອອກມາດຕະການເພີ່ມເຕີມມື້ນີ້ Featured
ເສຍຊີວິດ 6 ຕິດເຊື້ອໃໝ່ 924 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme