ວັນທີ 27 ພຶດສະພາ 2022 ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວກັບພະຍາດ Monkeypox ຫຼື ເອີ້ນໃນພາສາລາວວ່າໝາກສຸກລີງ ທີ່ກຳລັງຕິດຕາມ ແລະ ຫນ້າຢ້ານກົວ ຂອງຫຼາຍປະເທດໃນທົ່ວໂລກ.
ພະຍາດ Monkeypox ແມ່ນພະຍາດ ທີ່ເກີດຈາກເຊື້ອ ຈຸລະໂລກ (ໄວລັດ) ຕິດຕໍ່ຈາກສັດສູ່ຄົນ, ເກີດຈາກໄວລັດ Monkeypox ເຊິ່ງຢູ່ໃນກຸ່ມຂອງ orthopoxvirus ແລະ ຄອບຄົວດຽວກັບ Poxviridae
ຊື່ monkeypox ແມ່ນມາຈາກການຄົ້ນພົບເບື້ອງຕົ້ນຂອງເຊື້ອໄວຣັສໃນລີງຢູ່ໃນຫ້ອງທົດລອງຂອງເດນມາກໃນປີ 1958. ກໍລະນີທໍາອິດຂອງມະນຸດໄດ້ຖືກພົບເຫັນຢູ່ໃນເດັກນ້ອຍໃນສາທາລະ ນະລັດປະຊາທິປະໄຕຄອງໂກໃນປີ 1970 , ພະຍາດ Monkeypox ບໍ່ແມ່ນພະຍາດທີ່ເກີດຂື້ນໃໝ່ ພົບຫຼາຍທີ່ຜ່ານມາໃນຂົງເຂດອາຟຣິກກາກາງ ແລະ ອາຟຣິກກາຕາເວັນຕົກໂດຍສະເພາະເຂດອາກາດຮ້ອນຊຸ່ມທີ່ໃກ້ກັບປ່າ,ຮອດວັນທີ່ 13 ພຶດສະພາ 2022 ອົງການອະນາໄມໂລກໄດ້ຮັບລາຍງານກໍລະນີຕິດເຊື້ອຢູ່ໃນ12 ທີ່ບໍ່ແມ່ນປະເທດທີ່ມີການບົ່ມຊ້ອນຂອງພະຍາດດັ່ງກ່າວມາກ່ອນ, ອົງການອະນາໄມໂລກຄາດຄະເນວ່າພະຍາດດັ່ງກ່າວອາດຈະມີການລະບາດໃນຫຼາຍຂົງເຂດ/ປະເທດ, ນັບຕັ້ງແຕ່ວັນທີ 13 -21 ພຶດສະພາ 2022, ມີກໍລະນີຢັ້ງຍືນຜູ້ຕິດເຊື້ອທັງໝົດ 92 ຄົນ ແລະ ກໍລະນີສົງໃສ 28 ຄົນ ແລະ ຍັງບໍ່ທັນມີລາຍງານການຕິດເຊື້ອພະຍາດດັ່ງກ່າວໃນຂົງເຂດອາຊີ ລວມທັງ ສປປ ລາວ ເຖີງຢ່າງໃດກໍ່ຕາມພະຍາດນີ້ຍັງບໍ່ມີທ່າອ່ຽງວ່າຈະເປັນການລະບາດໃຫ່ຍເທື່ອ, ລາຍລະອຽດການຕິດເຊື້ອໃນປະເທດຕ່າງໆດັ່ງນີ້
ເສັ້ນທາງການຕິດຕໍ່:
ການກິນຊີ້ນທີ່ປຸງແຕ່ງບໍ່ສຸກ ແລະ ຊີ້ນສັດປ່າ ທີ່ຕິດເຊື້ອແມ່ນເປັນປັດໃຈສ່ຽງທີ່ເປັນໄປໄດ້ພາໃຫ້ຕິດເຊື້ອ
Monkeypox ເວລາຕິດເຊື້ອແມ່ນຈະຫາຍດີເອງໂດຍບໍໄດ້ປີ່ນປົວ, ແຕ່ອາການອາດຈະຮ້າຍແຮງໃນບາງບຸກຄົນ ເຊັ່ນ: ເດັກນ້ອຍ, ແມ່ຍິງຖືພາ ຫຼື ຜູ້ທີ່ມີພູມຕ້ານທານຕ່ຳຍ້ອນສະພາບສຸຂະພາບອື່ນໆ, ອັດຕາການເສຍຊີວິດແມ່ນລະຫ່ວາງ 0-11%.
ເຊື້ອໄວຣັສ Monkeypox ແມ່ນຕິດຕໍ່ຈາກຄົນຫນຶ່ງໄປອີກຄົນຫນຶ່ງໂດຍການສຳຜັດໃກ້ຊິດກັບບາດແຜ, ນ້ໍາໃນຮ່າງກາຍ, ຂີ້ກະເທີ່, ນ້ຳລາຍຂອງຄົນຕິດເຊື້ອ ລວມທັງ ທາງເພດສຳພັນ ແລະ ອຸປະກອນການປົນເປື້ອນເຊັ່ນ: ຜ້າປູບ່ອນນອນ, ຜ້າເຊັດໂຕ, ເຄື່ອງໃຊ້ຮ່ວມ ກັນ…
ໄລຍະເວລາ ຊົ່ມເຊື້ອຂອງ monkeypox ປົກກະຕິແລ້ວແມ່ນຈາກ 6 ຫາ 13 ມື້ແຕ່ສາມາດບົ່ມເຊື້ອຕັ້ງແຕ່ 5 ຫາ 21 ມື້.
ພະຍາດນີ້ບໍ່ແມ່ນພະຍາດທີ່ຕິດຕໍ່ໄດ້ງ່າຍໆຄືກັບພະຍາດໂຄວິດ, ແຕ່ຈະຕິດສະເພາະຜູ້ທີ່ໄດ້ສຳຜັດຈັບບາຍກັບຜູ້ຕິດເຊື້ອພະຍາດເທົ່ານັ້ນ
ກໍລະນີສົງໃສ:
ບຸກຄົນໃດໜຶ່່ງ ທີ່ບໍ່ອາໄສຢູ່ເຂດທີ່ມີການລະບາດບົ່ມຊ້ອນຂອງພະຍາດ Monkeypox ທີ່ມີຕຸ່ມເກີດຂຶ້ນກະທັນຫັນ ໂດຍທີ່ບໍ່ສາມາດອະທິບາຍສາເຫດໄດ້
ແລະ ມີໜຶ່ງ ຫຼື ຫຼາຍອາການດັ່ງລຸ່ມນີ້:
• ເຈັບຫົວ
• ໄຂ້ກະທັນ (>38.50 C)
• ກ້ອນກະດັນໄຄ່ ບວມ
• ປວດກ້າມຊີ້ນ/ປວດຕົນໂຕ
• ເຈັບຫຼັງ
• ອ່ອນແຮງກ້າມຊີ້ນ
ແລະ
ບໍ່ສາມາດອະທິບາຍສາເຫດຂອງຕຸ່ມທີ່ເກີດຂຶ້ນໄດ້ຈາກພະຍາດທີ່ພົບເຫັນໄດ້ເລື້ອຍໆ ເຊັ່ນວ່າ: ໝາກໃສ (varicella zoster), ຕານເຕັ້ນ (herpes zoster), ໝາກແດງໃຫ່ຍ (measles), herpes simplex, ການຊຶມເຊື້ອຜິວໜັງຍ້ອນເຊື້ອຈຸລິນຊີ, ການຕິດເຊື້ອພະຍາດໜອງໃນແທ້, ພະຍາດ syphilis ຂັ້ນ 1 & 2, ແຜຮີມອ່ອນ (chancroid), lymphogranuloma venereum, ຝີໝາກມ່ວງ (granuloma inguinale), molluscum contagiosum, ປະຕິກິລິຍາຂອງອາການແພ້; ແລະ ສາເຫດອື່ນໆທົ່ວໄປທີ່ພົບໃນທ້ອງຖິ່ນ ທີ່ເປັນສາເຫດຂອງຜືນແດງ ຫຼື ຕຸ່ມໃສ.
ວິທີການປ້ອງກັນ – ຫຼີກລຽງການສໍາພັດໂດຍກົງກັບຜູ້ຕິດເຊື້ອ ຫຼື ຜູ້ທີ່ກໍລະນີສົງໃສ
ການກວດຫາ ເຊື້ອແລະ ການປີ່ນປົວ – ຖ້າມີອາການ ຕຸ່ມຜື່ນແດງ, ພ້ອມກັບອາການໄຂ້ ຫຼື ຮູ້ສຶກບໍ່ສະບາຍ ຫຼື ເຈັບປ່ວຍ ຫຼື ເດີນທາງໄປບ່ອນທີ່ມີການລະບາດພະຍາດນີ້ ຄວນໄປພົບແພດເພື່ອກວດຫາ ເຊື້ອພະຍາດ Monkeypox. ຖ້າມີກໍລະນີສົງໃສ ຫຼື ຢັ້ງຍືນການຕິດເຊື້ອແລ້ວ, ຄວນແຍກຕົວອອກຈາກຄົນອື່ນຈົນກວ່າຮອຍສະເກັດຈະຫຼຸດອອກ ແລະ ງົດການມີເພດສຳພັນ.
ທຸກຄົນທີ່ເບິ່ງແຍງຄົນເຈັບ ຄວນໃຊ້ມາດຕະການປ້ອງກັນຕົນເອງທີ່ເໝາະສົມ, ລວມທັງການໃສ່ຜ້າອັດປາກ-ດັງ, ອະນາໄມສິ່ງຂອງ ແລະ ພື້ນຜິວທີ່ຖືກສຳຜັດ.
• ບັນດາທ່ານທີ່ນັບຖື ແລະ ຮັກແພງທີ່ກຳລັງຮັບຊົມ ແລະ ຮັບຟັງຈະຮັບຮູ້ ແລະ ເຂົ້າໃຈກ່ຽວກັບພະຍາດ Monkeypox ຫຼື ໝາກໃສລີ
– ເຖີງວ່າໃນບ້ານເຮົາຍັງບໍ່ທັນພົບຄົນຕິດເຊື້ອພະຍາດດັ່ງກ່າວ, ແຕ່ເນື່ອງຈາກວ່າ ພວກເຮົາໄດ້ມີການເປີດປະເທດຢ່າງເຕັມຮູບແບບ ແລະ ມີການເດີນທາງໄປມາຫາສູ່ກັບຕ່າງປະເທດ, ສະນັ້ນຖືວ່າພວກເຮົາກໍ່ຍັງມີຄວາມສ່ຽງ ແລະ ຈະໄດ້ຕິດຕາມເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ, – – ເຖີງຢ່າງໃດກໍ່ຕາມ ບໍ່ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນວິຕົກກັງວົນຈົນເກີນໄປ ເນື່ອງຈາກພະຍາດດັ່ງກ່າວບໍ່ສາມາດຕິດເຊື້ອໄດ້ຢ່າງໄວວາ, ທາງທີມກະຊວງສາທາຮ່ວມກັບອົງການອະນາໄມໂລກກໍ່ໄດ້ມີການຕິດຕາມເຝົ້າລະວັງ ແລະ ຈະລາຍງານໃຫ້ບັນດາທ່ານຊາບເປັນແຕ່ລະໄລຍະ ,
• ກະຊວງສາທາຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງໄດ້ມີການກະກຽມຄວາມພ້ອມເພື່ອຮັບມືກັບພະຍາດດັ່ງກ່າວເປັນຕົ້ນແມ່ນ:
– ຕິດຕາມເຝົ້າລະວັງຢ່າງໃກ້ຊິດ
– ກະກຽມຄວາມພ້ອມ ແລະ ອຸປະກອນຕ່າງໆລວມທັງບັນດາຫ້ອງວິເຄາະເພື່ອກວດຫາເຊື້ອພະຍາດ
– ກະກຽມຄວາມພ້ອມຂອງໂຮງໝໍເພື່ອຮອງຮັບຄົນເຈັບກໍລະນີມີການຕິດເຊື້ອ
ກ່ອນໜ້ານີ້ຈະມີເຫັນສື່ຈຳນວນໜື່ງອອກຂ່າວທາງສື່ອອນລາຍກ່ຽວກັບການຖະແຫຼງຂ່າວຂອງກະຊວງສາທາລະນະສຸກລາວໂດຍໄດ້ມີການໂຊຮູບພາບ ແລະ ເຜີຍແຜ່ໍື່ເພື່ອໃຫ້ເປັນໜ້າເຊື່ອຖື, ຂ້າພະເຈົ້າຂໍແຈ້ງ ວ່າຂ່າວດັ່ງກ່າວບໍ່ມີມູນຄວາມຈີງ ແລະ ມື້ນີ້ກໍ່ເປັນຄັ້ງທຳອິດຂອງການຖະແຫຼ່ງຂ່າວຢ່າງເປັນທາງການຂອງ ສປປລາວກ່ຽວກັບພະຍາດດັ່ງກ່າວ ແລະ ສຸດທ້າຍນີ້ຂ້າພະເຈົ້າຂໍໃຫ້ທຸກຄົນຈົ່ງຕິດຕາມຂ່າວສານທີ່ເປັນທາງການໄດ້ທີ່ ສື່ທີ່ເປັນທາງການຂອງ ສປປລາວເປັນຕົ້ນແມ່ນ: ໂທລະພາບລາວແຫ່ງຊາດ, ວີທະຍຸ, ໜັງສືພີມລັດຖະບານ ແລະ ເຟສບຸກສູນຂ່າວສານການແພດກະຊວງສາທາລະນະສຸກ …