Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຮອດລາວແລ້ວ! Pfizer 100.620 ໂດສ ຈາກໂຄງການ COVAX

Posted on 02/06/202102/06/2021 By ປະກາດ Pakaad No Comments on ຮອດລາວແລ້ວ! Pfizer 100.620 ໂດສ ຈາກໂຄງການ COVAX

ວັນທີ 2 ມິຖຸນາ ປີ 2021 – ນມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່   ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ຊຶ່ງ​ເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່ນີ້​ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620 ໂດສ.

ອີງຕາມແຜນປະຕິບັດການສັກ​​ວັກຊີນ​ກັນພະຍາດໂຄວິດ-19 ແຫ່ງຊາດ ​ທີ່​ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ​ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ​​. ​ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ ນະຄອນຫຼວງ​ວຽງຈັນ ເປັນຕົ້ນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່​ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງ​ວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫລົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ ເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງ​ສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນ​ເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19  ຄົບ 2 ເຂັມແລ້ວກໍ່ຕາມ.​”  

ວັກຊີນກັນພະຍາດໂຄວິດ-19  ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ​ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020.

ທ່ານ ດຣ. ມາກ ຈາກອບສ໌​, ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍ​ຄວາມປຶ້ມປິຕິ ​ວັກຊີນຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility.

ໃນປະຈຸບັນນີ້, ວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້​ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດ​ຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ ຊຶ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ.”

ເນື່ອງຈາກວັກຊີນມີຈໍານວນຈໍາກັດ 3 ກຸ່ມບູລິມະສິດທີ່ຈະໄດ້ຮັບວັກຊີນ Pfizer ເມື່ອວັກຊີນດັ່ງກ່າວມາເຖິງ ສປປ ລາວ ແມ່ນໄດ້ແກ່:

  1. ຜູ້ສູງອາຍຸ 60 ປີ ຂື້ນໄປ
    ຈະມີການກວດເບິ່ງບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ
  2. ຜູ້ທີ່ມີພະຍາດປະຈຳຕົວ* (18 ປີ ຂຶ້ນໄປ)
    ຈະມີການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈຳ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ) / ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30
    BMI = ນໍ້າໜັກ/ສ່ວນສູງກຳລັງ 2
  3. ພະນັກງານແພດ ຫຼື ພະນັກງານດ່ານໜ້າທີ່ພາດໂອກາດສັກວັກຊີນຜ່ານມາ
    ໝາຍເຫດ: ສໍາລັບຜູ້ທີ່ບໍ່ທັນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊະນິດໃດມາກ່ອນເທົ່ານັ້ນ
    (ແລະ ວັກຊີນບໍ່ສາມາດຖືກສັກແບບປົນຊະນິດກັນໄດ້)
    *ຜູ້ທີ່ມີພະຍາດປະຈຳຕົວ:
  • ພະຍາດໝາກໄຂ່ຫຼັງ
  • ເບົາຫວານ
  • ພະຍາດຫົວໃຈ
  • ພະຍາດທາງເດີນຫາຍໃຈ
  • ພະຍາດຕັບ
  • ພະຍາດຕຸ້ຍ (BMI >30 kg/m2)
  • ມະເຮັງ
  • ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ
  • ຜຸ້ທີ່ມີຄວາມດັນເລືອດສູງ
  • ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome)
Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ນະຄອນຫຼວງວຽງຈັນ ເກີດອັກຄີໄພ 10 ຄັ້ງ ເສຍຫາຍຫລາຍຕື້ກີບ ໃນເດືອນ ພຶດສະພາ 2021
Next Post: ມີຄົນຕິດເຊື້ອໃໝ່ 9 ຄົນ ຈາກ 3 ແຂວງ (ລາຍງານ ໂຄວິດ-19 ວັນທີ 3 ມິຖຸນາ 2021)

Related Posts

ຈັບໄດ້ອີກແລ້ວ 55.664.000 ເມັດ Featured
ເປີດຕົວ Lao SME Association ຢ່າງເປັນທາງການ Featured
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II Featured
ແຂວງເຊກອງອອກມາດຕະການສະບັບໃໝ່ Featured
ສະພາບອາກາດວັນທີ 13 ມັງກອນ 2022 Featured
ແຂວງຜົ້ງສາລີອອກແຈ້ງການເພີ່ມເຕີມໃນການຮັບມືໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme