ວັນທີ 16 ກັນຍາ 2020 ນີ້ ອົງການກາແດງລາວໄດ້ຈັດພິທີສະເຫຼີມສະຫຼອງວັນປະຖົມພະຍາບານໂລກຂຶ້ນທີ່ ໂຮງຮຽນມັດທະຍົມສົມບູນໂພນທັນ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສຈ, ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ທ່ານຮອງອຳນວຍການໂຮງຮຽນ ມັດທະຍົມສົມບູນໂພນທັນ, ແຂກຖືກເຊີນ, ຄູ-ອາຈານ, ນ້ອງນັກຮຽນ ແລະ ພະນັກງານທີ່ກ່ຽວຂອງເຂົ້າຮ່ວມຢ່າງຫຼວງຫຼາຍ.
![](https://pakaad.com/wp-content/uploads/2020/09/119486472_3377984828888861_336248042188564311_n.jpg)
ການສະເຫຼີມສະຫຼອງວັນປະຖົມພະຍາບານໂລກໃນປີນີ້ ມີຄຳຂັວນວ່າ: “ການປະຖົມພະຍາບານໃນໄລຍະການລະບາດຂອງພະຍາດ” ຍ້ອນໃນທົ່ວໂລກກຳລັງມີການແຜ່ລະບາດຂອງເຊື້ອໄວຣັດ ໂຄໂລນາ ຫຼື ໂຄວິດ- 19 ເຊິ່ງແນໃສ່ການບໍລິການທີ່ຈຳເປັນໃນການຊ່ວຍເຫຼືອຄົນ ໃນໄລຍະການແຜ່ລະບາດນີ້, ເຊິ່ງແມ່ນສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນເປັນຜູ້ລິເລີ່ມການປະຖົມພະຍາບານຂຶ້ນ ເພື່ອໃຫ້ຮູ້ຄວາມສຳຄັນຂອງການປະຖົມພະຍາບານ ໂດຍສະເພາະໃນດ້ານຄວາມຮູ້ ແລະ ທັກສະ ແລະ ທັງເປັນການພັດທະນາການຝຶກອົບຮົມດ້ານການປະຖົມພະຍາບານທັງໃນຊີວິດປະຈຳວັນ ແລະ ໃນຍາມເກີດໄພພິບັດ,
![](https://pakaad.com/wp-content/uploads/2020/09/119726789_3377984905555520_2935907278640503256_n.jpg)
ສະນັ້ນ, ຈຶ່ງຖືເອົາວັນເສົາ ໃນອາທິດທີສອງຂອງເດືອນກັນຍາ ຂອງທຸກໆປີເປັນວັນປະຖົມພະຍາບານໂລກ ເຊິ່ງປີນີກົງກັບວັນທີ 12 ກັນຍາ 2020 ສະນັ້ນຈຶ່ງເຫັນວ່າວຽກງານປະຖົມພະຍາບານມີຄວາມສຳຄັນຫຼາຍອົງການກາແດງລາວຈຶ່ງໄດ້ພະຍາຍາມໃນການໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ ແລະ ຮຽນຮູ້ວຽກງານດັ່ງກ່າວ ເຊິ່ງປີນີ້ແມ່ນເນັ້ນໃສ່ນ້ອງນັກຮຽນ, ຄູອາຈານ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ການປ້ຳຫົວໃຈທຽມ, ການຊ່ວຍເຫຼືອຄົນແຄ້ນອາຫານ, ການຊ່ວຍເຫຼືອຄົນເປັນລົມ, ວິທີການຫ້າມເລືອດ, ການຄົງທີ່ກະດູກແຂນຫັກ, ການຄົງທີກະດູກຂາຫັກ ແລະ ວິທີການເຄື່ອນຍ້າຍຄົນເຈັບ ເພື່ອໃຫ້ເຂົາເຈົ້າໄດ້ມີຄວາມຮູ້ເບື້ອງຕົນໃນການຊ່ວຍເຫຼືອສຸກເສີນ ເຊິ່ງໄລຍະປີຜ່ານມາອົງການກາແດງລາວໄດ້ຈັດຝຶກອົບຮົມວຽກງານດັ່ງກ່າວໃຫ້ແກ່ ຄູ, ນັກຮຽນ, ພະນັກງານທະຫານຕຳຫຼວດ, ບໍລິສັດເອກະຊົນ, ພະນັກງານ ແລະ ອາສາສະໝັກກາແດງລາວ ໂດຍມີຜູ້ເຂົ້າຮ່ວມທັງໝົດ 427 ເທື່ອຄົນ, ຍິງ 120 ເທື່ອຄົນ.
![](https://pakaad.com/wp-content/uploads/2020/09/119388596_3377986132222064_3213554986091019806_o-1024x497.jpg)
ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນເປັນຄູຝຶກທີນຳໜ້າໂລກເປັນຜູ້ສະໜອງປະຖົມພະຍາບານຫຼາຍກວ່າ150ປີມາແລ້ວໃນປີ 2016 ຫຼາຍກວ່າ 15ລ້ານຄົນໄດ້ຮັບການຝຶກອົບຮົມປະຖົມພະຍາບານໃນທົ່ວໂລກຈາກ190ປະເທດກາແດງແຫ່ງຊາດ. ກິດຈະກຳດັ່ງກ່າວໄດ້ຮັບຄວາມສົນໃຈໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນ ເຊິ່ງມັນສະແດງອອກໃນການເຂົ້າຮ່ວມ ແລະ ຖາມ-ຕອບຂອງຄູ-ອາຈານ ແລະ ນ້ອງນັກຮຽນ. ພິທີສະເຫຼີມສະຫຼອງວັນດັ່ງກ່າວໂດຍໄດ້ຮັບການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ສະພາກາແດງຍີ່ປຸ່ນ.
![](https://pakaad.com/wp-content/uploads/2020/09/119590471_3377984968888847_8106284596933655311_n.jpg)
ພາບແລະຂ່າວ: ອົງການກາແດງລາວ