Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນະຄອນຫຼວງວຽງຈັນ ເກີດອັກຄີໄພ 10 ຄັ້ງ ເສຍຫາຍຫລາຍຕື້ກີບ ໃນເດືອນ ພຶດສະພາ 2021

Posted on 02/06/202102/06/2021 By ປະກາດ Pakaad No Comments on ນະຄອນຫຼວງວຽງຈັນ ເກີດອັກຄີໄພ 10 ຄັ້ງ ເສຍຫາຍຫລາຍຕື້ກີບ ໃນເດືອນ ພຶດສະພາ 2021

ໃນພຶດສະພາ 2021, ຢູ່ນະຄອນຫຼວງວຽງຈັນ (ນວ) ມີເຫດອັດຄີໄພ ເກີດຂຶ້ນ10 ຄັ້ງ ສາເຫດຫຼັກມາຈາກໄຟຟ້າລັດວົງຈອນ,ການໃຈ້ທູບ-ທຽນ ແລະ ເກີດຈາກຄົນລັກຈູດ ເສຍຫາຍ 20 ລ້ານກວ່າກີບ ແລະ ເງິນໂດລາ 5.000.000 ໂດລາສະຫະລັດ. + ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນແລະຕ້ານອັກຄີໄພ ນະຄອນຫຼວງ ວຽງຈັນ ໃຫ້ສໍາພາດໃນວັນທີ 1 ມິຖຸນາ 2021 ວ່າ: ໃນເດືອນພຶດສະພາ ຜ່ານມາ, ນວ ມີອັກຄີໄພ ເກີດ ຂຶ້ນທັງໝົດ 10 ຄັ້ງ. ໃນນັ້ນ, ໄໝ້ໃຫຍ່ 2 ຄັ້ງ, ໄໝ້ກາງ 3 ຄັ້ງ ແລະ ໄໝ້ນ້ອຍ 5 ຄັ້ງ, ຜົນເສຍຫາຍມີ ໂຮງງານ 1 ຫຼັງ, ເຮືອນ 5 ຫຼັງ, ສາລາມູນເຊື້ອ 1 ຫຼັງ, ຮ້ານບັນເທີງ ວ໋ອດຄລັບ 1 ຫຼັງ ແລະ ກອງຂີ້ເຫຍື້ອ 1 ບ່ອນ ລວມມູນຄ່າເສຍເຫຍ 23.050.000 ກີບ ແລະ ເງິນໂດລາ 5.000.000 ໂດລາ.

+ ສາເຫດທີ່ພາໃຫ້ເກີດມີອັກຄີໄພ ມີໄຟຟ້າລັດວົງຈອນ 2 ເລື່ອງ, ຄົນລັກຈູດ 2 ເລື່ອງ, ຍ້ອນການໃຕ້ທູບ-ທຽນບູຊາ 1 ເລື່ອງ, ເກີດຍ້ອນການຈູດຂີ້ ເຫຍື້ອຊະຊາຍ 1 ເລື່ອງ ແລະ ຍັງຢູ່ໃນຂັ້ນຕອນຂອງການຊັນນະສູດອີກຈໍານວນໜຶ່ງ.

ສະນັ້ນ, ຈຶ່ງຮຽກຮ້ອງ ມາຍັງທຸກພາກສ່ວນ ແລະຊາວນະຄອນ ຫຼວງວຽງຈັນ ໃຫ້ເອົາໃຈໃສ່ ແລະ ມີສະຕິສູງ ໃນການນໍາໃຊ້ໄຟຟ້າເຂົ້າໃນການຜະລິດ, ການດໍາລົງຊີວິດປະຈໍາວັນ ຫຼື ວຽກງານອື່ນໆຢ່າງເຂັ້ມງວດ, ຖ້າຫາວ່າເຄື່ຶອງໃຊ້ໄຟຟ້າ ຫຼື ກອງເຕີໄຟຫາກມີອາຍຸເກົ່າແກ່ ຄວນປ່ຽນຖ່າຍ, ບໍ່ຄວນໃຕ້ທູບ-ທຽນ ຫຼື ຈູດຂີ້ເຫຍື້ອຊະຊາຍ ເຊິ່ງສິ່ງດັ່ງກ່າວເປັນສາ ເຫດເຮັດໃຫ້ໄຟໄໝ້ລຸກລາມອອກສູ່ວົງກວ້າງ ; ເພີ່ມທະວີມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ຫວັງດີທີ່ສວຍໃຊ້ໂອກາດມ້າງເພທໍາລາຍສັບສິນຂອງບຸກ ຄົນອື່ນ.

+ ຄຽງຄູ່ກັນນັ້ນ, ກໍຮຽກຮ້ອງໃຫ້ບັນດາຄົວເຮືອນ ຕ້ອງໄດ້ຕິດຕັ້ງອຸປະກອນມອດໄຟ ເປັນຕົ້ນແມ່ນບັ້ງມອດໄຟ ເມື່ອມີເຫດສຸກເສີນເກີດຂຶ້ນ ກໍຈະສາ ມາດມອດໄຟໄດ້ທັນເວລາ ແລະ ທີ່ສໍາຄັນ ຫາກເກີດມີເຫດໄຟໄໝ້ ແມ່ນໂທແຈ້ງ ຕາມໝາຍເລກ 1190 ຫຼື 021 212707.

ພາບ-ຂ່າວ: ລັດດາວັນ ບຸດຕະວົງ

ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ
Next Post: ຮອດລາວແລ້ວ! Pfizer 100.620 ໂດສ ຈາກໂຄງການ COVAX

Related Posts

ເມືອງຫຼວງນໍ້າທາເສຍຫາຍໜັກຈາກນໍ້າຖ້ວມ ທາງການເລັ່ງຊ່ວຍເຫຼືອ Featured
Meta ເປີດໂຕແຄມເປນ ເຮືອນຂອງຂ້ອຍ (Your Profile, Your Home’) ທີ່ໃຫ້ຄວາມຮູ້ກ່ຽວກັບຄວາມເປັນສ່ວນຕົວ Featured
ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ Featured
ຂ່າວດີປັບລາຄານໍ້າມັນລົງອີກຄັ້ງ ເລີ່ມ 15 ກັນຍາ 2022 Featured
ນະຄອນຫຼວງວຽງຈັນມີ158ບ້ານແດງ Featured
ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໂອກາດວັນສິ່ງແວດລ້ອມໂລກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme