Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME

Posted on 21/07/202221/07/2022 By ປະກາດ Pakaad No Comments on ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ຈັດກອງປະຊຸມສົ່ງເສີມທຸລະກິດກະສິກຳ ສຳລັບ MSME , ທີ່ຫ້ອງປະຊຸມ ສຄອຊ ແລະ ຜ່ານລະບົບວິດີໂອທາງໄກ , ເຊິ່ງໃຫ້ກຽດເປັນທານ ໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ຜູ້ປະຈຳການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະມີຜູ້ເຂົ້າຮ່ວມຈາກຄະນະບໍລິຫານງານ, ຄະນະທີ່ປຶກສາ ສຄອຊ ແລະ ຜູ້ປະກອບການທຸລະກິດກະສິກໍາ ຈາກ ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ໃນຕອນເຊົ້າ ວັນທີ 21 ກໍລະກົດ 2022 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການແລກປ່ຽນຂໍ້ມູນ ແລະ ປະສົບການຈາກຜູ້ປະກອບການທຸລະກິດກະສິກໍາ ແລະ ເພື່ອປຶກສາຫາລືສົ່ງເສີມທຸລະກິດກະສິກຳຂອງ ສປປ ລາວ ໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງ. ເຊິ່ງໃນກອງປະຊຸມໄດ້ມີການແນະນໍາວິທີການນໍາໃຊ້ຝຸ່ນຊີວະພາບທີ່ມີ ມາດຕະຖານ ແລະ ວິທີການນໍາໃຊ້ຝຸ່ນດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນສູງສຸດໃນວຽກງານສົ່ງເສີມການຜະລິດກະສິກຳ ເຊັ່ນ: ການປູກເຂົ້າ, ຜັກ, ໝາກໄມ້ ແລະ ອື່ນໆ ຈາກ ທ່ານນາງ Nguyen Thi Thu Trang ຮອງປະທານ ບໍລິສັດ ໄບໂອເອບວກ ຈຳກັດ. ນອກຈາກນີ້ຍັງໄດ້ຮັບຟັງການນໍາສະເໜີວິທີການນໍາໃຊ້ທໍນ້ຳທີ່ມີປະສິດທິພາບ ແລະ ເໝາະສົມໃນການສ້າງລະບົບສະໜອງນ້ຳຮັບໃຊ້ການຜະລິດກະສິກຳ ຈາກ ທ່ານລັງກອນ ໄຊຍະວົງ ປະທານ ແລະ ຜູ້ຮ່ວມກໍ່ຕັ້ງກຸ່ມບໍລິສັດໄຊຍະວົງ, ປະທານ ໂຮງງານອຸດສາຫະກຳໂຕໂຍລາວ ຈຳກັດຜູ້ດຽວ.

ກອງປະຊຸມໄດ້ມີການສົນທະນາແລກປ່ຽນກັນຢ່າງສ້າງສັນ ແລະ ກົງໄປກົງມາ ເຊິ່ງຜູ້ປະກອບການມີຄວາມສົນໃຈທີ່ສຸດຕໍ່ວິທີການນໍາໃຊ້ຝຸ່ນຊີວະພາບທີ່ຖືກຕ້ອງ ແລະ ການນໍາໃຊ້ທໍ່ນໍ້າເພື່ອສະໜອງລະບົບນໍ້າໃຫ້ການຜະລິດ ເຊິ່ງສາມາດຫຼຸດຜ່ອນຕົ້ນທຶນ ແລະ ມີປະສິດທີຜົນສູງຂື້ນ. ສໍາລັບລາຍລະອຽດເພີ່ມເຕີມ ກ່ຽວກັບວຽກງານສົ່ງເສີມທຸລະກິດກະສິກຳ ລວມເຖິງ ການຊອກຫາແຫລ່ງທຶນ ແລະ ຕະຫຼາດ ສາມາດຕິດຕໍ່ພົວພັນ ຄະນະສົ່ງເສີມທຸລະກິດກະສິກຳ ປະຈໍາ ສຄອຊ ໃນເວລາໂມງລັດຖະການ

Featured, ຂ່າວສານບ້ານເມືອງ, ທຸລະກິດ

Post navigation

Previous Post: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ບາງເຂດ
Next Post: ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022

Related Posts

ແຈ້ງທຶນການສຶກສາ ຂອງລັດຖະບານໄທ ສົກປີ 2021-22 Featured
ນິສສັນ Nissan ຕໍານານເລື່ອງລາວຫຼາຍກວ່າ 80 ປີ ໃນການສ້າງລົດ Featured
ກັນດີກວ່າແກ້ໄຊຍະບູລີຍັງຕ້ອງເຂັ້ມງວດຫຼາຍມາດຕະການ Featured
ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເມືອງຫີນບູນ ກຳນົດ 3 ບ້ານ ເປັນເຂດພື້ນທີ່ສີແດງ! ຫ້າມການເດີນທາງບ້ານຕໍ່ບ້ານ Featured
ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme