ຕອນຄໍ່າວັນທີ 2ມັງກອນ 2022 ທີ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ລັດຖະບານ ສປປ ລາວ ໄດ້ຮັບວັກຊີນປ້ອງກັນ ພະຍາດໂຄວິດ-19 “Pfizer BioNTech” ຈາກລັດຖະບານອົດສະຕາລີ ຈຳນວນ: 905,580 ໂດສ (ເກົ້າແສນຫ້າພັນ ຫ້າຮ້ອຍແປດສິບ ໂດສ)

ຊຶ່ງເປັນການຊ່ວຍເຫຼືອສອງຝ່າຍຈາກລັດຖະບານອົດສະຕາລີ ໃຫ້ເເກ່ ລັດຖະບານ ສປປ ລາວ ໂດຍມີການຈັດສົ່ງຜ່ານ ອົງການຢູນິເຊັບ.

ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊີນເຫຼົ່ານີ້ທີ່ ສະໜາມບິນສາກົນວັດໄຕ
