Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມີຄົນຕິດເຊື້ອໃໝ່ 9 ຄົນ ຈາກ 3 ແຂວງ (ລາຍງານ ໂຄວິດ-19 ວັນທີ 3 ມິຖຸນາ 2021)

Posted on 03/06/202103/06/2021 By ປະກາດ Pakaad No Comments on ມີຄົນຕິດເຊື້ອໃໝ່ 9 ຄົນ ຈາກ 3 ແຂວງ (ລາຍງານ ໂຄວິດ-19 ວັນທີ 3 ມິຖຸນາ 2021)

ຈາກການລາຍງານຂອງ ຄະນະສະເພາະກິດ ໃນເວລາ 10:30 ວັນທີ 3 ມິຖຸນາ 2021 ໃຫຮູ້ວ່າ. ໃນວັນທີ 02 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,725 ຕົວຢ່າງ ທົ່ວປະເທດລາວ ໃນນັ້ນມີຄົນຕິດເຊື້ອເພີ່ມ 9 ຄົນ, ໃນນີ້ ຈາກ

  • ນະຄອນຫຼວງວຽງຈັນ 6 ຄົນ (ຕິດເຊື້ອຈາກຊຸມຊົນ)
  • ຈໍາປາສັກ 1 ຄົນ (ເປັນກໍລະນີນໍາເຂົ້າ) ແລະ
  • ສະຫວັນນະເຂດ 2 ຄົນ (ເປັນກໍລະນີນໍາເຂົ້າ).

ມາຮອດປະຈຸບັນມີ

  • ຄົນຕິດເຊື້ອສະສົມທັງໝົດ 1943 ຄົນ (+9)
  • ເສຍຊີວິດ ສະສົມ 3 ຄົນ (ໃໝ່ 0 ຄົນ)
  • ປິ່ນປົວຫາຍດີທັງໝົດ ຄົນ 1654 (ໃໝ່ 17 ຄົນ), ແລະ
  • ກໍາລັງປິ່ນປົວ 275 ຄົນ.

ມາຮອດວັນທີ 02 ມີຖຸນາ 2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 2,356 ຄົນ, ມີແຮງງານລາວ ເຂົ້າມາ 270 ຄົນ, ແຮງງານຈີນ 32 ຄົນ, ແຮງງານຫວຽດນາມ 10 ຄົນ ເຫຼືອນັ້ນ ແມ່ນ ພະນັກງານຂັບລົດ ແລະ ຜູ້ຕິດຕາມ. ທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 56 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3,639 ຄົນ ແລະ ເຂົ້າໃໝ່ມື້ວານມີ 420 ຄົນ.
ວຽກງານວິເຄາະກວດຫາເຊື້ອ

ກໍລະນີຕິດເຊື້ອໃໝ່ 09 ຄົນ ຈາກນະຄອນຫຼວງວຽງຈັນ 06 ກໍລະນີ ຕິດໃນຊຸມຊົນ, ສຳລັບ ແຂວງຈໍາປາສັກ 01 ກໍລະນີ ແລະ ສະຫວັນນະເຂດ 2 ກໍລະນີ ແມ່ນກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ.

ສະເພາະນະຄອນຫຼວງວຽງຈັນ (ກໍລະນີຢັ້ງຢືນທີ 1935 -1943) ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ

  • ວັນທີ 22/5/2021-23/5/2021 ແລະ ວັນທີ 29/05/2021: ໄປສວນ ຢູ່ບ້ານສິມມະໂນ
  • ເວລາ 16:00-17:00 ໂມງ ຂອງວັນທີ 30/5/2021: ໄປຕະຫລາດສີຂຽວ ບ້ານດອນກອຍ.
  • ເວລາ 16:00-17:00 ໂມງ ຂອງວັນທີ 02/06/2021: ໄປຕະຫລາດສະພານທອງ ແລະ ຕະຫລາດໂຮງງານ ບ້ານໂພນປ່າເປົ້າ.
  • ວັນທີ 27/05/2021 ແລະ ວັນທີ 30/05/2021: ໄປຫ້ອງແຖວຫຼັງຕະຫລາດໂພນສະຫວ່າງ
  • ວັນທີ 27/05/2021: ໄປເອົາເຄື່ອງ ຢູ່ເຮືອນໝູ່ບ້ານຫ້ວຍຫົງ
  • ວັນທີ 29/05/2021: ໄປກິນເຂົ້າເຮືອນພີ່ນ້ອງບ້ານອາມອນ

 ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:

  • ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍສູນກາງ 103 ກອງທັບ
  • ນອກນັ້ນ, ຍັງມີຈຸດກວດ ຢູ່ ມສ ລາວ ຫວຽດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້
  • ແລະ ຖ້າມີກໍລະນີ positive (+) ໃໝ່ ຢູຈຸດໃດໜຶ່ງ ຈະມີທີມງານເຄື່ອນທີ່ລົງໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີຜູ້ຕິດເຊື້ອໃໝ່
  • ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 25 ບ້ານ ໃນ 07 ເມືອງ.

ຄລິບການຖະແຫຼງຂ່າວ

ຂໍໃຫ້ທຸກຄົນ ບໍ່ປະໝາດ ແລະ ປະຕິບັດ ມາດຕະການປ້ອງກັນ ຢ່າງເຄັ່ງຄັດ

ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ຮອດລາວແລ້ວ! Pfizer 100.620 ໂດສ ຈາກໂຄງການ COVAX
Next Post: ນໍ້ານົມແມ່ ຄືອາຫານມະຫັດສະຈັນຂອງລູກນ້ອຍ

Related Posts

ສະຖານີລົດໄຟລາວຈີນ ນະຄອນຫຼວງ ຍອມຮັບບັນຫາ ທີ່ເກີດຂຶ້ນພ້ອມແກ້ໄຂ Featured
ດ່ານສາກົນນາເພົ້າ ເກັບລາຍຮັບໄດ້ 14 ຕື້ກວ່າກີບໃນໄຕມາດທໍາອິດປີ 2022 Featured
ຍີ່ປຸ່ນ ຊ່ວຍສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 6 ແຂວງຂອງ ສປປ ລາວ Featured
ພະແນກ ຖວທ ແຂວງຫລວງພະບາງ ມອບອຸປະກອນການແພດໃຫ້ໂຮງໝໍແຂວງ ຂ່າວສານບ້ານເມືອງ
ຂໍຂອບໃຈລັດຖະບານແລະປະຊາຊົນກໍາປູເຈຍມອບວັກຊິນຊີໂນແວັກສອງແສນໂດສແກ່ ສປປລາວ Featured
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທ່ອງທ່ຽວຢູ່ເມືອງຈອມເພັດ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme