Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜູ້ເສຍຊີວິດໃໝ່ສາມຄົນລາຍງານມື້ນີ້ມີນັກໂທດຄົນໜຶ່ງ

Posted on 31/10/202131/10/2021 By ປະກາດ Pakaad No Comments on ຜູ້ເສຍຊີວິດໃໝ່ສາມຄົນລາຍງານມື້ນີ້ມີນັກໂທດຄົນໜຶ່ງ

ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ຂໍ້ມູນ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້

ຜູ້ທີ1: ເພດຊາຍ, ອາຍ 36 ປີ, ສັນຊາດ: ລາວ, ບ້ານຫນອງໜຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ

ຜູ່ກ່ຽວມີພະຍາດປະຈຳຕົວ ເປັນ ວັນນະໂລກ. ໃນວັນທີ 27 ພະຈິກ 2020 ໄດ້ກັກໂຕຢູ່ສະຖານທີ່ຄຸມຂັງແຫ່ງໜຶ່ງ. ຄົນເຈັບບໍ່ມີອາການສະແດງອອກ. ວັນທີ 30 ຕຸລາ 2021 ເວລາ ~11:40 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍ 58 ປີ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ.

ຜູ້ກ່ຽວມີພະຍາດປະຈຳຕົວຄື ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.

ວັນທີ 22 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19. ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 22-30 ຕຸລາ 2021 ເປັນເວລາ 12 ມື້. ວັນທີ 30 ຕຸລາ 2021 ເວລາ 06:30 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຊາຍ, ອາຍ 54 ປີ, ບ້ານນາສ້າງເຫວີຍ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

ຜູ້ກ່ຽວມີພະຍາດປະຈຳຕົວແມ່ນເປັນ ເບົາຫວານ, ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.

ວັນທີ 28 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງຜົນກວດ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 . ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 28-30 ຕຸລາ 2021, ເປັນເວລາ 03 ມື້. ຮອດເວລາ 08:30 ໂມງຂອງວັນທີ 30 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

Featured, ໂຄວິດ-19

Post navigation

Previous Post: ຜູ້ຕິດໂຄວິດຈາກໄປອີກສາມຄົນແລະຕິດເພີ່ມ685ຄົນ
Next Post: ຂ່າວດ່ວນໄຟໄໝ້ເຮືອນເຂດບ້ານໜອງບົວທອງ

Related Posts

ອອກໂຮງໝໍໃໝ່601ຄົນແຕ່ບວກເພີ່ມ635ຄົນ Featured
ມາດຕະການສະບັບໃໝ່ແຂວງຫຼວງນໍ້າທາ Featured
ດ່ວນເດີ!ແຂວງຄໍາມ່ວນມີຄໍາສັງໃໝ່ລັອກດ່າວຮອດ11ຕຸລາ Featured
ສາທາແຂວງຫຼວງພະບາງແຈ້ງການສັກຢາວັກຊິນໃຫ້ເດັກ 12 ປີ ຂຶ້ນໄປແລະ ວັກຊິນເຂັມ 3 Featured
ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ Featured
ນິສສັນ Nissan ຕໍານານເລື່ອງລາວຫຼາຍກວ່າ 80 ປີ ໃນການສ້າງລົດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme