ກົດຕິດຕາມເພຈ ປະກາດ Pakaad

ຂປລ. ໂຄງການພັດທະນາເຂດໃໝ່ ວັງວຽງ ໃຫ້ເປັນແຫລ່ງທ່ອງທ່ຽວຄົບວົງຈອນ, ທັນສະໄໝ ຕິດພັນກັບການຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຊຶ່ງກວມເນື້ອທີ່ປະມານ 7.000 ເຮັກຕາ ຈະເຮັດໃຫ້ປະຊາຊົນໃນເຂດໂຄງການ 22 ບ້ານ ແລະ ຊາວເມືອງວັງວຽງ ໄດ້ຮັບຜົນປະໂຫຍດຫລາຍຢ່າງ ເພາະຄຽງຂ້າງກັບການກໍ່ສ້າງພັດທະນານັ້ນ ກໍຮັກສາຄວາມສວຍສົດງົດ ງາມຂອງເມືອງວັງວຽງ ເອົາໄວ້,

ສ້າງໃຫ້ເມືອງວັງວຽງ ກາຍເປັນເມືອງແຫ່ງການທ່ອງທ່ຽວຂອງລາວ, ສ້າງເປັນເມືອງທຳມະຊາດ ທີ່ເຮັດໃຫ້ນັກທ່ອງທ່ຽວຈາກທຸກ ມູມໂລກ ມັກວັງວຽງ, ຢາກມາພັກ, ບໍ່ຢາກເມືອ ແລະ ຍັງຢາກມາອີກ. ສິ່ງສຳຄັນ ຈະບໍ່ມີການຍົກຍ້າຍບ້ານ ແລະ ຍົກຍ້າຍປະຊາຊົນ ອອກຈາກພື້ນທີ່ຢ່າງແນ່ນອນ, ມີແຕ່ເນື້ອທີ່ການຜະລິດບາງສ່ວນ ອາດຖືກນຳໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງເທົ່ານັ້ນ.

ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວ ຈຳກັດ ບອກກັບນັກຂ່າວ ຂ່າວສານປະເທດລາວ ວ່າ: ປັດຈຸບັນ ບໍລິສັດ ກໍາລັງກ້າວເຂົ້າສູ່ຂັ້ນຕອນການເຈລະຈາສັນຍາສໍາປະທານ, ການຄິດໄລ່ຫົວໜ່ວຍຊົດເຊີຍ ແລະ ກະກຽມວຽກການກໍ່ສ້າງໂຄງການ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພາກລັດຖະບານສະໜັບສະໜູນ ແລະ ຊ່ວຍເຫລືອ ໃນການດຳເນີນການເຈລະຈາເນື້ອໃນສັນຍາສຳປະທານໂຄງການໂດຍໄວ, ຄາດວ່າຮອດທ້າຍປີ 2020 ນີ້ ໃຫ້ສາມາດກຽມພ້ອມທຸກເງື່ອນໄຂ ເພື່ອການເຊັນສັນຍາສຳປະທານ; ພ້ອມນີ້ ກໍສະເໜີໃຫ້ອຳນາດການປົກຄອງແຂວງວຽງຈັນ ແລະ ຄະນະກຳມະການໄກ່ເກ່ຍ-ຊົດເຊີຍທີ່ດິນຂັ້ນແຂວງ ເລັ່ງໃຫ້ມີການກຳນົດຫົວໜ່ວຍລາຄາຊົດເຊີຍເບື້ອງຕົ້ນ ແລ້ວລົງຮາກຖານເພື່ອທາບທາມ ແລະ ອະທິບາຍຕໍ່ປະຊາຊົນ, ເພື່ອກຳນົດຫົວໜ່ວຍລາຄາຊົດເຊີຍ ທີ່ບໍລິສັດຜູ້ພັດທະນາ ແລະ ລັດຖະບານ ສາມາດຮັບໄດ້ເພື່ອດຳເນີນການຈັດຕັ້ງປະຕິບັດໃນທ້າຍປີ 2020 ນີ້ເຊັ່ນກັນ.

ທ່ານ ປະທານບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວ ຈຳກັດ ເຊື່ອຢ່າງມີເຫດຜົນວ່າ ເມື່ອເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ເປີດນຳໃຊ້ແລ້ວ ນັກລົງທຶນທີ່ຈະມາລົງທຶນ ຢູ່ວັງວຽງ ກໍຈະແໜ້ນໜາຄືກັນກັບນັກທ່ອງທ່ຽວທີ່ມາທ່ຽວເຊັ່ນດຽວກັນ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫລາດສ່ອງໃສຂອງພັກ ແລະ ລັດຖະບານລາວ ບວກກັບຄວາມຮູ້ຄວາມສາມາດ ແລະ ຄວາມດຸໝັ່ນຂອງປະຊາຊົນຄົນລາວ ຈະສາມາດພັດທະນາໃຫ້ປະເທດລາວ ກາຍເປັນໜຶ່ງ ໃນປະເທດທີ່ຈະເລີນຂອງອາຊຽນ ໄດ້ຢ່າງແນ່ນອນ.

ສະນັ້ນ ການພັດທະນາໂຄງການນີ້ ຍັງຈະເອົາໃຈໃສ່ພິເສດ ດ້ານການຮັກສາສິ່ງແວດລ້ອມ ໂດຍທຸກການກໍ່ສ້າງພື້ນຖານໂຄງລ່າງ ຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມເປັນສຳຄັນ, ບໍ່ມີການທຳລາຍປ່າໄມ້, ຫ້ວຍນ້ຳລຳເຊທຳມະຊາດ, ບໍ່ມີການທຳລາຍເນື້ອທີ່ການຜະລິດຂອງປະຊາຊົນ ໂດຍສະເພາະເນື້ອທີ່ນາ, ຈະມີການກໍ່ສ້າງສູນບຳບັດນ້ຳເສຍຂະໜາດໃຫຍ່ ສຳລັບໃນຂອບເຂດໂຄງການ ເພື່ອບຳບັດນ້ຳເສຍກ່ອນປ່ອຍອອກສູ່ສາຍນ້ຳຊອງ.

ພ້ອມນັ້ນ ຍັງຈະມີການປະສານສົມທົບ ແລະ ຮຽກຮ້ອງ ເຖິງຜູ້ປະກອບການຢູ່ເມືອງວັງວຽງ ກໍຄືບັນດາຮ້ານອາຫານ ເຮືອນພັກ ໂຮງແຮມ ເອົາໃຈໃສ່ເປັນພິເສດໃນການຮັກສາສິ່ງແວດ ກໍຄືການປ່ອຍນ້ຳເສຍອອກສູ່ສາຍນ້ຳຊອງ ເພາະວ່າໃນໄລຍະຜ່ານມາເຫັນວ່າຂະບວນການນີ້ ບໍ່ທັນດີເທົ່າທີ່ຄວນ.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ກ່າວວ່າ: ນັບແຕ່ລັດຖະບານ ອະນຸຍາດ ບໍລິສັດ ພັດ ທະນາເຂດໃໝ່ ວັງວຽງລາວ ຈຳກັດ ເຂົ້າມາສຶກສາຄວາມເປັນໄປໄດ້ ເມື່ອກາງປີ 2018 ເປັນຕົ້ນມາ ໄດ້ມີການສົມທົບແໜ້ນກັບພາກລັດ ສຸມໃສ່ດຳເນີນການຕາມຂັ້ນຕອນຂອງສັນຍາ MOU ທຸກປະການ ເຫັນວ່າມີຜົນສຳເລັດໂດຍພື້ນຖານ ເປັນຕົ້ນ ການສຳຫລວດພື້ນທີ່ໂຄງການ; ການສຶກສາຄວາມເປັນໄປໄດ້ດ້ານເສດຖະ ກິດ-ເຕັກນິກ; ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ການສໍາຫລວດທີ່ດິນ ແລະ ສ້າງແຜນທີ່ນໍາໃຊ້ທີ່ດິນ.

ພ້ອມທັງໄດ້ເຄື່ອນໄຫວຕິດແທດ ໃຫ້ຄວາມຮູ້ກັບປະຊາຊົນຢ່າງຕໍ່ເນື່ອງ ຕະຫລອດໃນໄລຍະ 2 ປີກວ່າຜ່ານມາ, ທັງໄດ້ສະເໜີຜົນຄວາມຄືບໜ້າ ຕໍ່ອົງການປົກຄອງແຂວງ ແລະ ເມືອງ ເປັນປົກກະຕິ.

ຢ່າງໃດກໍຕາມ ທ່ານເຈົ້າເມືອງ ໄດ້ເນັ້ນຕື່ມໃຫ້ຜູ້ພັດທະນາໂຄງການ ຕ້ອງຕິດພັນກັບການຮັກສາສິ່ງແວດລ້ອມ ໂດຍສະເພາະການສ້າງ ເມືອງວັງວຽງ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ, ເນັ້ນການມີສ່ວນຮ່ວມຂອງປະຊາຊົນ. ຜ່ານມາສອງຝ່າຍ ກໍໄດ້ຄົ້ນຄວ້າ ວິເຄາະ-ວິໄຈ ເຖິງບັນຫາການຄິດ ໄລ່ຫົວໜ່ວຍຄ່າຊົດເຊີຍ ຊຶ່ງມີການສົມທຽບກັບບັນດາໂຄງການໃຫຍ່ ເປັນຕົ້ນແມ່ນ ເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງດ່ວນ, ໂຄງການແລວສາຍສົ່ງໄຟຟ້າແຮງສູງ ແລະ ໂຄງການອື່ນ ທີ່ຜ່ານເມືອງວັງວຽງ ເພື່ອໃຫ້ມີລັກສະນະໃກ້ຄຽງ ຫລື ລາຄາອື່ນທີ່ມີຄວາມເໝາະສົມ ປະຊາຊົນຮັບໄດ້ ຝ່າຍບໍລິສັດ ກໍສາມາດຈ່າຍໄດ້ ເພື່ອເຮັດໃຫ້ໂຄງການນີ້ເກີດຂຶ້ນໂດຍໄວ.

ນອກນັ້ນ ເມືອງ ແລະ ບໍລິສັດ ຕ້ອງສືບຕໍ່ມີການລົງປຸກລະດົມ ຊຸກຍູ້ ສ້າງຄວາມເຂົ້າໃຈກັບປະຊາຊົນ ແລະ ອຳນາດການປົກຄອງ ກ່ຽວກັບການພັດທະນາເຂດໃໝ່ ວັງວຽງ ເພື່ອສົ່ງເສີມການ ທ່ອງທ່ຽວລາວ ໃຫ້ຟົດຟື້ນກວ່າເກົ່າ, ທັງຈະປະກອບສ່ວນສຳຄັນ ເຂົ້າໃນການສ້າງລາຍຮັບເຂົ້າງົບປະມານລັດ, ສ້າງລາຍຮັບໃຫ້ຊຸມຊົນ, ຄອບຄົວ ກໍຄືການສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ທັງໃນເຂດພັດທະນາ ແລະ ເມືອງວັງວຽງອີກດ້ວຍ.

ໂຄງການນີ້ ຍັງຕ້ອງຕິດພັນກັບແຜນຜັງ ການພັດທະນາເມືອງວັງວຽງ ເປັນເມືອງທາງຜ່ານ, ມີການປັບປຸງພື້ນຖານໂຄງລ່າງ ຕ້ອງມີການປັບປຸງຊີວິດການເປັນຢູ່ຂອງປະຊົນ ໃຫ້ດີຂຶ້ນກວ່າເກົ່າ, ລວມໄປເຖິງອະນາຄົດລູກຫລານ ທັງ 22 ບ້ານ ໃນຫລາຍປີຂ້າງໜ້າ ເພາະປະຊາຊົນມີຄວາມກັງວົນວ່າ ເມື່ອໄດ້ຮັບຄ່າຊົດເຊີຍແລ້ວ ປະຊາຊົນຈະບໍ່ໄດ້ນຳໃຊ້ພື້ນທີ່ດິນເຮັດການຜະລິດອີກຕໍ່ໄປ.

ຂ່າວ-ພາບ: ຣາຊະວົງສ໌

ກົດຕິດຕາມເພຈ ປະກາດ Pakaad