Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເປີດໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບລາວ-ຫວຽດນາມ

Posted on 15/05/202215/05/2022 By ປະກາດ Pakaad No Comments on ເປີດໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບລາວ-ຫວຽດນາມ

ຫ້ອງວ່າການສູນກາງພັກ ຮ່ວມກັບ ກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງສວນສາທາລະນະ ມິດຕະ ພາບ ລາວ-ຫວຽດນາມ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນໃນວັນທີ 15 ພຶດສະພາ 2022 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳ ມະການກົມການເມືອງສູນກາງພັກ , ປະທານສະພາແຫ່ງ ຊາດ ແຫ່ງ ສປປ ລາວ ແລະ ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດ ນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມການນຳ ຂອງສອງສະພາແຫ່ງຊາດລາວ-ຫວຽດນາມເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ເລຂາ ທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ລາຍ ງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງສວນສາທາລະນະມິດຕະ ພາບ ລາວ-ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍສຳຄັນພິເສດ ພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍາລັກແຫ່ງການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດ.

ໂຄງການດັ່ງກ່າວ, ມີເນື້ອທີ່ທັງໝົດ3 ເຮັກຕາ ຕັ້ງຢູ່ເຂດນະຄອນຫລວງວຽງຈັນ ພາຍຫລັງສຳເລັດ ສະຖານທີ່ດັ່ງກ່າວ ຈະກາຍເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ສະຖານທີ່ສຶກສາ, ຮ່ຳຮຽນຂອງປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ແມ່ນຂອງຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ.

ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນແຕ່ ເໜືອຮອດໃຕ້, ມີຄວາມໃກ້ຊິດ ສະໜິດສະໜົມ, ມີສາຍພົວພັນມິດຕະ ພາບ ອັນເປັນມູນເຊື້ອມາແຕ່ບູຮານນະການ ແລະ ໄດ້ກາຍມາເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງເປັນແບບຢ່າງ ທີ່ຫາຍາກ ຂອງການພົວພັນສາກົນໃນໂລກ “ແບບໜຶ່ງບໍ່ມີສອງ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນເປັນຜູ້ລິເລີ່ມ ແລະ ເພີ່ມ ພູນຄູນສ້າງ ກາຍເປັນມໍລະດົກອັນປະເສີດ ແລະ ລໍ້າຄ່າ ທີ່ຕ້ອງໄດ້ຖະນຸຖະໝອມ ແລະ ສືບທອດມາຈົນເຖິງທຸກວັນນີ້. ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພົວພັນແບບພິເສດນີ້ ຍິ່ງໄດ້ຮັບການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍຂຶ້ນສູ່ລະດັບສູງກວ່າເກົ່າ ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າ ທີ່ ໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດ ຊາດ ທີ່ສອງພັກ-ສອງລັດ ໄດ້ວາງອອກຢ່າງມີໄຊ ເຮັດໃຫ້ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮັບການພັດທະນາ, ກ້າວຂຶ້ນເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງບໍ່ຢຸດ ຢັ້ງ.

ຂ່າວ:ກິດຕາ, ພາບ: ຂັນໄຊ, ເກດສະໜາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ວັນວິສາຂະບູຊາ Vesak Day
Next Post: ພະຍາກອນອາກາດ ປະຈໍາວັນທີ 16 ພຶດສະພາ 2022

Related Posts

ຂອບໃຈບໍລິສັດໂຄລາວ ທີ່ຊ່ວຍແປງລົດກູ້ໄພ 1624 ມູນຄ່າ 14,5 ລ້ານກີບ Featured
ກຽມພ້ອມເດີ! ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວານີ້ Featured
ອັດຕາສ່ວນການຕິດເຊື້ອ 47,79% ທົ່ວປະເທດ +2.272 Featured
ອຸຕຸເຕືອນ ແຂວງພາກກາງລະວັງໄພນໍ້າຖ້ວມ 18 ຕຸລາ 2020 ຂ່າວສານບ້ານເມືອງ
ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ Featured
ເສຍຊີວິດໃໝ່ 1 ແລະ ຕິດເຊື້ອເພີ່ມ 2.697 ຄົນ (ນວ 1.209) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme