Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ

Posted on 24/03/202224/03/2022 By ປະກາດ Pakaad No Comments on ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທັງເປັນ ປະທານຄະນະກຳ ມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ໃນວັນທີ 23 ມີນາ 2022. ທີ່ຫໍສະພາແຫ່ງຊາດ ເນື່ອງໃນໂອກາດທີ່ ທ່ານ ຫງວຽນ ຈີ້ ຢຸງ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 21-23 ມີນາ 2022.

ທ່ານ ຫງວຽນ ຈີ້ ຢຸງ ໄດ້ລາຍງານວ່າ: ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ແມ່ນໜຶ່ງໃນການຈັດຕັ້ງຜັນຂະຫຍາຍການສະເຫຼີມສະຫຼອງປີສາມັກຄີມິດ ຕະພາບ ຫວຽດນາມ-ລາວ, ລາວ- ຫວຽດນາມ ປີ 2022 ກໍຄືການສະເຫຼີມສະຫຼອງສອງວັນປະ ຫວັດສາດສຳຄັນຂອງສອງປະເທດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ (5/9/1962-5/9/2022). ພ້ອມນີ້, ທ່ານ ຫງວຽນ ຈີ້ ຢຸງ ຍັງໄດ້ລາຍງານຜົນຂອງກອງປະຊຸມພົບປະ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ; ລາຍງານຜົນກອງປະຊຸມພົບປະ ລະຫວ່າງ ການນຳ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດ ນາມ ແລະ ນັກທຸລະກິດຂອງສອງປະເທດ ໃຫ້ ທ່ານປະທານປະເທດ ໄດ້ຮັບຊາບ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ຫງວຽນ ຈີ້ ຢຸງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດ ຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຍິ່ງຂຶ້ນໄປເລື້ອຍໆ ເວົ້າລວມ; ເວົ້າສະເພາະ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງກະຊວງແຜນການ ແລະ ການລົງທຶນ ຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ, ແລກປ່ຽນບົດຮຽນຊຶ່ງກັນ, ທັງເປັນການປະກອບສ່ວນ ຈັດຕັ້ງຜັນຂະຫຍາຍ ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດ ນາມ- ລາວ ໃຫ້ມີຜົນສຳເລັດເປັນກ້າວໆ ແລະ ມີບັນຍາກາດຟົດຟື້ນໃນຂະແໜງການລົງທຶນຂອງສອງປະເທດ. ພ້ອມດຽວກັນນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ພັກ ແລະ ລັດຖະບານຫວຽດນາມ ກໍຄື ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫຼືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ໃນທຸກຂົງເຂດວຽກງານ ໂດຍສະເພາະ ດ້ານການສຶກສາ, ສາທາລະນະສຸກ, ແກ້ໄຂຄວາມທຸກຍາກ, ພັດທະນາຊັບພະຍາ ກອນມະນຸດ ແລະ ອື່ນໆ.

ທ່ານ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້.

ຂ່າວ-ພາບ: ສຸກສະຫວັນ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ມາດຕະການໃໝ່ ຈາກກະຊວງສຶກສາທິການແລະກິລາ ໃນການຮັບມືໂຄວິດ-19
Next Post: ນະຄອນຫຼວງວຽງຈັນ +1.086 ທົ່ວປະເທດ +2.819

Related Posts

ແຈ້ງການເສຍຄ່າທາງ ກໍານົດຮອດ 30 ມິຖຸນາ 2022 Featured
ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ Featured
ແຈ້ງການດ່ວນສັກວັກຊິນເຂັມ 3 ແຂວງສະຫວັນນະເຂດ Featured
ແຈ້ງການສະບັບໃໝ່ຂອງນະຄອນຫຼວງວຽງຈັນ Featured
ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ Featured
ສາທາແຂວງຫຼວງພະບາງແຈ້ງການສັກຢາວັກຊິນໃຫ້ເດັກ 12 ປີ ຂຶ້ນໄປແລະ ວັກຊິນເຂັມ 3 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme