Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກຽມຍົກລະດັບທາງສີໃຄຫາສີເກີດໃຫ້ກວ້າງອອກ

Posted on 21/10/202123/10/2021 By ປະກາດ Pakaad No Comments on ກຽມຍົກລະດັບທາງສີໃຄຫາສີເກີດໃຫ້ກວ້າງອອກ

ກະຊວງ ຍທຂ ຈະເລີ່ມໂຄງການປັບປຸງຂະຫຍາຍທາງແຕ່ສາມແຍກສີໄຝໃຄ ຫາ ສີ່ແຍກສີເກີດ ເປັນ 4 ຊ່ອງຈາລະຈອນ. ໃນວັນທີ 20 ຕຸລາ 2021 ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງເລີ່ມຈັດຕັ້ງປະຕິບັດໂຄງການປັບປຸງຂະຫຍາຍ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ, ຊ່ວງແຕ່ ສາມແຍກສີໄຄ ຫາ ສີ່ແຍກສີເກີດ ລວງຍາວ 6 ກິໂລແມັດ (ກມ. 6 – ກມ. 12).

ເປັນໂຄງການລົງທຶນຂອງລັດຖະບານ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າ ຈາກສະຖາບັນການເງິນສາກົນຄື ທະນາຄານໂລກ, ທະນາຄານການລົງທຶນພື້ນຖານໂຄ່ງລ່າງອາຊີ, ກອງທຶນກຸ່ມປະເທດນໍດິກ ເພື່ອການພັດທະນາ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ເພື່ອປັບປຸງ ແລະ ສ້ອມແປງ ໃຫ້ເຊື່ອມຈອດກັບ ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງສີເກີດ-ໂພນໂຮງ (ມີຄວາມຍາວ 58 ກມ) ທີ່ກໍາລັງດຳເນີນການກໍ່ສ້າງໃນປັດຈຸບັນ.

ຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງຍົກລະດັບມາດຕະຖານຂອງເສັ້ນທາງ ແລະ ຂະຫຍາຍຄວາມກ້ວາງຂອງໜ້າທາງອອກຕື່ມ ເພື່ອອໍານວຍຄວາມສະດວກໃນການຄົມມະນາຄົມຂົນສົ່ງ.

ຊ່ວງທາງດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດ ເລີ່ມແຕ່ທ້າຍປີ 2021 ຫາ ທ້າຍປີ 2023 (ປະມານ 2 ປີ) ໜ້າວຽກຕົ້ນຕໍທີ່ຕ້ອງໄດ້ປະຕິບັດກ່ອນການກໍ່ສ້າງ ແມ່ນການໄກ່ເກ່ຍສິ່ງກີດຂວາງຕາມແລວທາງ ແລະ ກະກຽມຈັດຊື້-ຈັດຈ້າງເອົາຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງ ປະກອບມີວຽກປັບປຸງ ແລະ ຂະຫຍາຍໜ້າທາງ ຈາກ 2 ຊ່ອງທາງຈາລະຈອນ ເປັນ 4 ຊ່ອງທາງຈາລະຈອນ (4×3,50 ແມັດ) ມີດອນທາງກາງກວ້າງ 2 ແມັດ, ມີຊ່ອງທາງຈາລະຈອນສຳລັບລົດຈັກທັງສອງເບື້ອງ, ເບື້ອງລະ 2 ແມັດ, ມີທາງຄົນຍ່າງທັງສອງເບື້ອງຂອງເສັ້ນທາງ ເບື້ອງລະ 1,50 ແມັດ, ຄວາມກວ້າງຂອງໜ້າທາງທັງໝົດແມ່ນ 23 ແມັດ.

ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ສຳເລັດຕາມແຜນການທີ່ວາງໄວ້, ຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈຶ່ງຂໍຄວາມຮ່ວມມືມາຍັງບັນດາທ່ານ ຈົ່ງໄດ້ເອົາໃຈໃສ່ປະຕິບັດດັ່ງລຸ່ມນີ້:

ນັບຕັ້ງແຕ່ວັນທີ 15 ເດືອນພະຈິກ ປີ 2021 ເປັນຕົ້ນໄປ ຫ້າມປຸກສ້າງ ຫຼື ຕໍ່ເຕີມສິ່ງປຸກສ້າງເດີມທີ່ມີຢູ່ແລ້ວເປັນຕົ້ນແມ່ນ, ຮົ້ວ, ເທີບ, ຮ້ານ, ເຮືອນ, ເຮືອນຈອດລົດ, ປູກພືດ, ຕົ້ນໄມ້ທຸກຊະນິດ ແລະ ສິ່ງກີດຂວາງໃດໆໃສ່ໃນຂອບເຂດຂອງທາງ ເຊິ່ງນັບຈາກໃຈກາງຂອງທາງອອກໄປເບື້ອງລະ 15 ແມັດ. ຖ້າຫາກມີສິ່ງປຸກສ້າງ ຫຼື ສິ່ງກີດຂວາງທີ່ຖືກຕິດຕັ້ງຢູ່ຂອບເຂດຂອງເສັ້ນທາງດັ່ງກ່າວຫຼັງຈາກວັນທີ່ຂອງແຈ້ງການສະບັບນີ້, ເຈົ້າຂອງໂຄງການຈະບໍ່ຊົດເຊີຍ ຫຼື ທົດແທນຄ່າເສຍຫາຍ.

ທີມງານຂອງໂຄງການ ພ້ອມດ້ວຍຄະນະກຳມະການໄກ່ເກ່ຍສິ່ງກີດຂວາງຕາມແລວທາງ ຈະກວດກາຄືນລາຍລະອຽດບັນຊີລາຍຊື່ ແລະ ຂໍ້ມູນຜູ້ຖືກຜົນກະທົບຈາກການຂະຫຍາຍເສັ້ນທາງດັ່ງກ່າວ ໂດຍອີງໃສ່ຂໍ້ມູນ ແລະ ບົດລາຍງານ ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ບໍລິສັດທີ່ປຶກສາ ໄດ້ລົງສຳຫຼວດເກັບກຳຂໍ້ມູນ ເພື່ອເປັນບ່ອນອີງໃນການຄິດໄລ່ຊົດເຊີຍທົດແທນ ແລະ ເວນຄືນໃຫ້ແກ່ຄອບຄົວທີ່ໄດ້ຜົນກະທົບຕາມລະບຽບການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຊາວຕ່າງດາວ ຜູ້ທີ່ຢູ່ອາໄສຢູ່ລຽບຕາມທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ແຕ່ສາມແຍກສີໄຄ ເມືອງສີໂຄດຕະບອງ ຫາ ສື່ແຍກສີເກີດ ເມືອງນາຊາຍທອງ ເພື່ອຮັບຊາບ ແລະ ໃຫ້ຄວາມຮ່ວມມື.

Featured, ຂ່າວສານບ້ານເມືອງ, ແຈ້ງການ​

Post navigation

Previous Post: ແຂວງຄໍາມ່ວນເຜົາກອງຊໍ່າພູນ້ອຍ
Next Post: ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ

Related Posts

2 ທັນວາ ຄົບຮອບ 46 ປີ ໝັ້ນຍືນ Featured
ພະຍາກອນອາກາດວັນທີ 6 ພະຈິກ 2021 Featured
ຫຼາຍພື້ນທີ່ຈະມີຝົນຕົກແລະລົມແຮງ Featured
ອາກາດເຢັນຕອນເຊົ້າ ສ່ວນຕອນບ່ານຮ້ອນເອົ້່າແລະອາດມີຝົນຕົກຟ້າເຫຼື້ອມລະບາງຂົງເຂດ Featured
ປະກາດດ່ວນ! ທ່ານໃດໄປຕະຫຼາດ ຫຼັກ 2 ແລະ ຫຼັກ 3 ເມືອງທ່າແຂກ ຂໍໃຫ້ໄປກວດຫາເຊື້ອ ໂຄວິດ-19 Featured
ລາຍງານຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ IX Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme