Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລະເບີດແຕກໃສ່ພະນັກງານເກັບກູ້ລະເບີດເສຍຊິວິດ 3 ຄົນ ທີ່ເມືອງປາກຊ່ອງ

Posted on 04/12/202104/12/2021 By ປະກາດ Pakaad No Comments on ລະເບີດແຕກໃສ່ພະນັກງານເກັບກູ້ລະເບີດເສຍຊິວິດ 3 ຄົນ ທີ່ເມືອງປາກຊ່ອງ

ໃນວັນທີ 3 ທັນວາ 2021 ພະນັກງານເກັບກູ້ລະເບີດເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ລົງເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ສວນກະເຟຂອງປະຊາຊົນ ແລະ ໃນຂະນະທີ່ກຳລັງເກັບກູ້ຕາມວຽກງານວິຊາສະເພາະ ລະເບີດໄດ້ແຕກ ເຮັດໃຫ້ມີຜູ້ເສຍຊີວິດທັນທີ 3 ຄົນ ແລະ ບາດເຈັບ 2 ຄົນ.

ຕາມການລາຍງານ ໃຫ້ຮູ້ວ່າ: ໃນເວລາປະມານ 9:30 ນາທີ ພະນັກງານເກັບກູ້ລະເບີດ ເມືອງປາກຊ່ອງ ໄດ້ລົງພາກສະໜາມ ເພື່ອເກັບກູ້ລະເບີດຢູ່ສວນກາເຟຂອງ ທ້າວ ຄຳເຜີຍ ປະຊາຊົນບ້ານຫຼັກ 38 ເມືອງປາກຊ່ອງ;

ເວລານັ້ນໄດ້ກວດເຫັນລູກລະເບີດຢູ່ພື້ນດິນ ຈາກນັ້ນ ພະນັກງານເກັບກູ້ລະເບີດ ກໍໄດ້ເກັບກູ້ລະເບີດຕາມຫຼັກການວິຊາສະເພາະ ໃນຂະນະນັ້ນລະເບີດກໍ່ໄດ້ແຕກ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ຄື:

ທ້າວ ວົງໄຊ ອາຍຸ 50 ປີ ຢູ່ບ້ານວັດຫຼວງ, ທ້າວ ຄອນວິໄລ ອາຍຸ 35 ປີ ຢູ່ບ້ານວັດຫຼວງ , ທ້າວ ສິນນະກອນ ອາຍຸ 42 ປີ ຢູ່ບ້ານປາກຊ່ອງ ທັງ 3 ແມ່ນຢູ່ເມືອງປາກຊ່ອງ, ສ່ວນຜູ້ໄດ້ຮັບບາດເຈັບ 2 ຄົນ ມີ ທ້າວ ວັດທອງ ອາຍຸ 35 ປີ ບ້ານພູດິນແດງ ເມືອງປາກຊ່ອງ, ທ້າວພຸດທະໄຊ ອາຍຸ 32 ປີ ບ້ານປາກຊ່ອງ ເມືອງປາກຊ່ອງ ແຂວງຈຳປາສັກ.!

ຂໍສະແດງຄວາມເສຍໃຈນໍາຄອບຄົວຜູ້ເສຍຊີວິດ” ຂໍໃຫ້ດວງວິນຍານທັງ 3 ທ່ານ ໄປສູ່ສຸຂະຕິ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສະຖິຕິໃໝ່ ເສຍຊີວິດມື້ດຽວ 10 ຄົນ
Next Post: ອາກາດຍັງຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ

Related Posts

ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ Featured
ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ Featured
ແຂວງສາລະວັນສືບຕໍ່ມາດຕະການຮອດ 16/10/2021 Featured
ກຽມຄວາມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ 2022 Featured
ຄົນຕິດໂຄວິດຜູ້ເຄາະຮ້າຍທັງສາມ Featured
ແຈ້ງການເລື່ອນງານ Vangvieng Fest 6 ຢ່າງເປັນທາງການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme