Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອຸຕຸເຕືອນ ແຂວງພາກກາງລະວັງໄພນໍ້າຖ້ວມ 18 ຕຸລາ 2020

Posted on 18/10/202018/10/2020 By ປະກາດ Pakaad No Comments on ອຸຕຸເຕືອນ ແຂວງພາກກາງລະວັງໄພນໍ້າຖ້ວມ 18 ຕຸລາ 2020

ພະຍາກອນອາກາດປະຈຳວັນທີ 18 ຕຸລາ 2020 ! ພາກກາງ ໂດຍສະເພາະ ສະຫວັນນະເຂດ, ຄໍາມວນ, ບໍລິຄໍາໄຊ ຈົ່ງລະວັງ !

ຄວາມກົດດັນອາກາດສູງຈາກປະເທດຈີນຍັງຈະສືບຕໍ່ລົງມາປົກຄຸມຢູ່ເຂດພາກເໜືອຂອງປະເທດລາວດ້ວຍກໍາລັງອ່ອນ, ສ່ວນພາກກາງ ແລະ ພາກໃຕ້ຮ່ອງຄວາມກົດດັນອາກາດຕໍ່ໄດ້ພາດຜ່ານ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອມີກຳລັງປານກາງຫາແຮງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ແຈ້ງເຕືອນລະດັບແມ່ນ້ຳສາຂາ ແກ້ງກອກ (ເຊຈຳພອນ),ແມ່ນໄດ້ສູງກ່ວາເຂດລະວັງໄພ, ແກ້ງໂດນ (ເຊບັ້ງຫຽງ) , ເຊໂປນ (ເຊບັ້ງຫຽງ) ແລະ ລະຫານ້ຳ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກ່ວາເຂດອັນຕະລາຍ ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໃສຢູ່ເຂດແຂວງດັ່ງກ່ວາ.

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.

ຂ່າວສານບ້ານເມືອງ

Post navigation

Previous Post: ໂຄງການແຫຼ່ງທ່ອງທ່ຽວເຂດໃໝ່ ວັງວຽງ ບໍ່ມີການຍົກຍ້າຍບ້ານ-ຍົກຍ້າຍປະຊາຊົນ
Next Post: ບຸນມະຫາກະຖິນສາມັກຄີ ເພື່ອທອດຖວາຍທີວັດປ່າຜາໂອ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ໃນວັນທີ 22-24 ຕຸລາ 2020

Related Posts

ແຈ້ງຂ່າວ ປິດການສັນຈອນຊົ່ວຄາວທາງແບ່ງນາໂພ ຈຸດບ້ານໂພນສະຫວ່າງ ຫາ ສາມແຍກໂພນໂຮງ 29/7/2021 Featured
ໂຮງຮຽນຫລາຍແຫ່ງທົ່ວເມືອງປາກລາຍຈັດຕັ້ງພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດຄົບຮອບ 26 ປີ Featured
ເພີ່ມອີກ 5 0 0 ກໍລະນີ ມີຊຸມຊົນ 4 7 1 Featured
ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ນະຄອນຫລວງວຽງຈັນ ລົງເຄື່ອນໄຫວແນະນໍາຕົວ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາກະຊວງອ້ອມຂ້າງສູນກາງ ຂ່າວສານບ້ານເມືອງ
ການຜະລິດຜ້າປິດປາກອະນາໄມ ຕ້ອງເນັ້ນຄຸນນະພາບ ຂ່າວສານບ້ານເມືອງ
ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme