Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບັດສະມາຊິກ ອິອອນ (AEON) ຊ່ວຍໃຫ້ລູກຄ້າໃຊ້ຈ່າຍປະຢັດກວ່າເກົ່າ ກັບຮ້ານຄ້າຄູ່ຮ່ວມທຸລະກິດ

Posted on 10/02/202110/02/2021 By ປະກາດ Pakaad No Comments on ບັດສະມາຊິກ ອິອອນ (AEON) ຊ່ວຍໃຫ້ລູກຄ້າໃຊ້ຈ່າຍປະຢັດກວ່າເກົ່າ ກັບຮ້ານຄ້າຄູ່ຮ່ວມທຸລະກິດ

ໃນເຊົ້າວັນທີ 10 ກຸມພາ 2021 ທີ່ຮ້ານກາເຟ ລິໂທ ຟໍເຣສ (Little Forest Cafe) ບ້ານທາດຂາດ ນະຄອນຫຼວງວຽງຈັນ, ທ່່ານນາງ ສຸພັດຕຣາ ຣັກຂຸມແກ້ວ ກໍາມະການບໍລິຫານ ສົ່ງເສີມທຸລະກິດ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ໄດ້ຈັດງານພົບປະສື່ມວນຊົນລາວ ເພື່ອໂອ້ລົມ ແລະ ລາຍງານການດໍາເນີນທຸລະກິດ ເຊົ່າສິນເຊື່ອໃນ ປະເທດລາວ.

ໃນປີ 2020 ຜ່ານມາ ບໍລິສັດ ອີອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ໄດ້ຜ່ານຜ່າ ວິກິດ ໂຄວິດ-19 ທັງການຊ່ວຍເຫຼືອລູກຄ້າ ແລະ ຮັບປະກັນການດໍາເນີນທຸລະກິດ ໄປຕາມລະບຽບການທີ່ລັດຖະບານວາງອອກ, ໂດຍສະເພາະມາດຕະການຄວບຄຸມ, ປ້ອງກັນ ແລະ ຕອບໂຕ ໂຄວິດ-19, ເຊິ່ງ ອິອອນ ໄດ້ປະຕິບັດ ຢ່າງເຄັ່ງຄັດ. ໃນນີ້, ການຊ່ວຍລູກຄ້າ ທີ່ປະເຊີນວິກິດການເງິນ ທີ່ມີຜົນຈາກ ໂຄວິດ-19 ທາງບໍລິສັດ ກໍ່ປະຕິບັດ ນະໂຍບາຍທັນທີ ແລະ ລູກຄ້າແມ່ນມີຄວາມເພິ່ງພໍໃຈ.

ເພື່ອຕອບສະໜອງ ການຊ່ວຍລູກຄ້າ ໃຫ້ໃຊ້ຈ່າຍຢ່າງປະຢັດ ໃນສະພາບ ການລະບາດຂອງ ໂຄວິດ-19, ການເໜັງຕີງຂອງຄ່າຄອງຊີບ ອັນເນື່ອງມາຈາກ ປັດໃຈທາງເສດຖະກິດ ເຊັ່ນ: ອັດຕາແລກປ່ຽນທີ່ສູງຂຶ້ນ, ລາຄາສິນຄ້າສູງຄຶນ. ທາງ ອິອອນ ໄດ້ເຮັດວຽກຢ່າງໜັກ ກັບຄູ່ຮ່ວມທຸລະກິດ, ແລະ ໃນປີ 2020 ຈົນຮອດ ປະຈຸບັນ ກໍ່ໄດ້ ອອກສິດທິພິເສດ ແກ່ ຜູ່ຖືບັດສະມາຊິກ ອີອອນ ສາມາດ ຂໍສ່ວນຫຼຸດໃນການຊື້ສິນຄ້າ ຫຼື ໃຊ້ບໍລິການ ກັບບັນດາຮ້ານຄ້າ ຫຼື ທຸລະກິດ ທີ່ເຂົ້າຮ່ວມ ແຄມເປນນີ້. ທ່ານສາມາດ ໂທສອບຖາມທີ່ເບີ 1433 ຫຼື ທາງເຟສບຸກເພຈ AEON LAOS ແລະ ເວັບໄຊ www.aeonlao.com

ທາງນາງ ສຸພັດຕຣາ ກ່າວວ່າ: ອີອອນ ແມ່ນໃຫ້ຄວາມສຳຄັນແກ່ລູກຄ້າເປັນທີ່ສຸດ, ຖ້າບັດສະມາຊິກຂອງອີອອນ ສາມາດຊ່ວຍແບ່ງເບົາ ຄ່າໃຊ້ຈ່າຍ ພວກເຮົາກໍ່ຮູ້ສຶກດີໃຈ ທີ່ຈະຂະຫຍາຍການຮ່ວມມື ແລະ ເຮັດສັນຍາກັບ ບັນດາຮ້ານຄ້າ ແລະ ທຸລະກິດຕ່າງໆ ໃຫ້ຫຼາຍຂຶ້ນ ເພື່ອ ຜູ່ທີ່ໃຊ້ບັດອີອອນ ຈະໄດ້ຜົນປະໂຫຍດຫຼາຍກວ່າເກົ່າ. ດັ່ງນັ້ນ, ທ່ານໃດ ມີບັດຢູ່ແລ້ວ ກໍ່ບໍ່ຕ້ອງອາຍ ຫຼື ກັງວົນວ່າຈະໃຊ້ໄດ້ແທ້ບໍ່? ພຽງແຕ່ທ່ານໂຊບັດ ຕາມຮ້ານທີ່ຢູ່ໃນລາຍການ ເຂົ້າຮ່ວມ ກໍ່ຈະໄດ້ຮັບສ່ວນຫຼຸດທັນທີ .

ອິອອນ ແມ່ນບໍລິສັດ ນໍາໜ້າໃນການ ດໍາເນີນທຸລະກິດ ເຊົ່າສິນເຊື່ອ ຢູ່ ສປປ ລາວ ມາແຕ່ ປີ 2013 ໂດຍການລົງຶນຂອງ ບໍລິສັດ ອິອອນ ທະນະສິນຊັບ (ປະເທດໄທ) ຈໍາກັດ (ມະຫາຊົນ) ແລະ ກຸ່ມບໍລິສັດໃນເຄືອອິອອນ, ແລະ ມຸ້ງຫວັງ ຈະຊ່ວຍຜູ່ມີລາຍຮັບໜ້ອຍ ບໍ່ສາມາດຊື້ສິນຄ້າດ້ວຍເງິນສົດ, ສາມາດຊື່ຜ່ອນ ບໍ່ວ່າຈະເປັນ ລົດລາພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຟີນິເຈີ, ແລະ ອື່ນໆ.

Featured, ທຸລະກິດ

Post navigation

Previous Post: ຂ່າວບຸນມະຫາກຸສົນ ຫລໍ່ພຣະພຸດທະຮູບໃຫຍ່ອົງຕື້ຈອມສີ
Next Post: ປະຫວັດຫຍໍ້ຜູ່ສະໝັກເລືອກຕັ້ງ ສສຊ ແຕ່ລະແຂວງ ອ່ານໃຫ້ລະອຽດ ແລ້ວໄປໃຊ້ສິດເລືອກຕັ້ງໃນວັນທີ 21 ກຸມພາ

Related Posts

ສະຖິຕິໃໝ່ມື້ນີ້ເພີ່ມ1062ຄົນ Featured
ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ Featured
ກູ້ໄພແຂວງຄໍາມ່ວນ ມອບເຄື່ອງຈັກພົ່ນຢາຂ້າເຊື້ອໃຫ້ແກ່ ເມືອງໄຊບົວທອງ Featured
ລັດຖະບານ ຊຸດທີ VIII ຈັດກອງປະຊຸມທ້າຍສະໄໝ Featured
ຕິດເຊື້ອໃໝ່ 722 ເສຍຊີວິດໃໝ່ 1 Featured
ນະຄອນຫຼວງວຽງຈັນຍັງເພີ່ມສີ່ຮ້ອຍກວ່າຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme