Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຕືອນໄພເຝົ້າລະວັງຈະມີການປ່ອຍນໍ້າອອກເຂື່ອນນໍ້າງຶ່ມ-1

Posted on 16/10/202016/10/2020 By ປະກາດ Pakaad No Comments on ເຕືອນໄພເຝົ້າລະວັງຈະມີການປ່ອຍນໍ້າອອກເຂື່ອນນໍ້າງຶ່ມ-1

ແຈ້ງການ: ເຂື່ອນໄຟຟ້ານ້ໍາງື່ມ-1 ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ປະຈຸບັນ ຈະມີພາຍຸພັດຜ່ານ ເຂດອ່າງໂຕ່ງນ້ໍາງື່ມ ຕາມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ແລະ ລະດັບນ້ໍາໃນອ່າງ ຂອງເຂື່ອນຟຟ້ານ້ໍາງື່ມ-1 ເທົ່າກັບ 21.43 masl ເຊີ່ງເປັນລະດັບນ້ຳທີ່ໃກ້ຈະເຕັມອ່າງ, ຍັງເຫຼືອຊ່ອງຫວ່າງທີ່ສາມາດຮັບນ້ໍາໄດ້ 283 ລ້ານ m ຫຼື ຍັງເຫຼືອ 0.87 m ຈະເຕັມອ່າງ ແລະ ເຂື່ອນໄຟຟ້ານ້ໍາງື່ມ-1 ມີຄວາມຈໍາເປັນຕ້ອງໄດ້ລະບາຍນ້ໍາເພີ່ມຂື້ນ ໂດຍຜ່ານເຄື່ອງຈັກ ເພື່ອຮອງ ຮັບນ້ໍາໃຫມ່ທີ່ຈະເຂົ້າມາໃນອ່າງຂອງເຂື່ອນໃນຊ່ວງພາຍຸດັ່ງກ່າວ.

ສະນັ້ນ, ເຂື່ອນໄຟຟ້ານ້ໍາງື່ມ-1 ຂໍແຈ້ງມາຍັງ ຫ້ອງວ່າການປົກຄອງ ແຂວງວຽງຈັນ, ຫ້ອງວ່າການປົກຄອງ ນະຄອນ ຫຼວງວຽງຈັນ ແລະ ຫ້ອງວ່າການປົກຄອງ ເມືອງວຽງຄໍາ, ເມືອງ ແກ້ວອຸດົມ, ເມືອງທຸລະຄົມ, ເມືອງນາຊາຍທອງ, ເມືອງ ໄຊທານີ ແລະ ເມືອງປາກງື່ມ.

ຕະຫຼອດຮອດ ຜູ້ປະກອບການ ທຸລະກິດ ຮ້ານອາຫານເຮືອແພ, ປາກະຊັງ ແລະ ປະຊາຊົນ ທ້ອງຖີ່ນທີ່ອາໃສຢູ່ຕາມສາຍນໍ້າງື່ມຕອນລຸ່ມ ໃຫ້ມີສ່ວນຮ່ວມ ມີການຕິດຕາມເຝົ້າລະວັງ ລະດັບນ້ໍາທີ່ຈະເພີ່ມຂື້ນ ຕາມ ສາຍນ້ໍາງື່ມ ແລະ ຕິດຕາມການ ແຈ້ງເຕືອນລະດັບນ້ໍາຢ່າງໄກ້ຊິດ ເພື່ອຫຼີກລ້ຽງຜົນກະທົບທີ່ອາດຈະເກີດຂື້ນ.

ດັ່ງນັ້ນ, ເຂື່ອນໄຟຟ້ານ້ໍາງື່ມ-1 ຈື່ງໄດ້ແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ເຂົ້າໃຈຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄໍາແນະນໍາ ສຳລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19
Next Post: ໂຄງການແຫຼ່ງທ່ອງທ່ຽວເຂດໃໝ່ ວັງວຽງ ບໍ່ມີການຍົກຍ້າຍບ້ານ-ຍົກຍ້າຍປະຊາຊົນ

Related Posts

ເສຍຊີວິດ 813 ຄົນ ຈາກອຸບັດຕິເຫດ 5.576 ຄັ້ງ ໃນປີ 2021 Featured
ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ Featured
ເຕືອນໄພນໍ້າຖ້ວມນໍ້ານອງ ພາກເໜືອ ແລະ ພາກໃຕ້ Featured
ນັກຮຽນເຈັບທ້ອງ ແລະ ອາການຜິດປົກກະຕິ ກະທັນຫັນ ຫຼາຍຄົນ ຫຼັງກິນຢາຂ້າແມ່ທ້ອງ ຂ່າວສານບ້ານເມືອງ
ການນໍາແຂວງຈໍາປາສັກລົງຕິດຕາມສະພາບນໍ້ານອງທີ່ເມືອງບາຈຽງ Featured
ບໍລິຄຳໄຊ ອານຸຍາດ ໃຫ້ຜູ້ຕິດເຊື້ອໂຄວິດສາມາດປົວຕົນເອງຢູ່ເຮືອນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme