Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມວນຊົນຊາວຫຼວງພະບາງຮ່ວມກັນໃສ່ບາດ ແລະບໍລິຈາກເລືອດໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ

Posted on 22/07/202022/07/2020 By ປະກາດ Pakaad No Comments on ມວນຊົນຊາວຫຼວງພະບາງຮ່ວມກັນໃສ່ບາດ ແລະບໍລິຈາກເລືອດໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ

ຫຼວງພະບາງ: ຕອນເຊົ້າຂອງວັນທີ 20 ກໍລະກົດ 2020 ນີ້, ຢູ່ແຄມຖະໜົນໄກສອນພົມວິຫານ ການນຳຂອງແຂວງ ແລະຊາວນະຄອນຫຼວງພະບາງ ໄດ້ຮ່ວມກັນອອກມາໃສ່ບາດ ເພື່ອອຸທິດສ່ວນບຸນກູສົນ ໄປໃຫ້ ການນໍາທີ່ເຄົາລົບຮັກ ແລະບັນດານັກຮົບ ທີ່ໄດ້ເສຍສະຫຼະເລືອດເນື້ອ ໃນພາລະກິດປົດປ່ອຍຊາດ ໂອກາດວັນສ້າງຕັ້ງສະຫະພັນແມ່ຍີງລາວ ວັນທີ່ 20 ກໍລະກົດ ຄົບຮອບ 65 ປີ.

ຈາກນັ້ນ ໄດ້ຮ່ວມກັນບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ຢູ່ຫ້ອງການສະຫະພັນແມ່ຍີງແຂວງ.

ທ່ານ ນາງ ອີນທະວອນ ພົມມະຈັນ ປະທານສະຫະພັນແມ່ຍິງແຂວງ ໄດ້ມີຄຳເຫັນວ່າ: ການບໍລິຈາກເລືອດ ແມ່ນການຊ່ວຍເຫຼືອເພື່ອນມະນຸດ ເຊີ່ງປະຈຸບັນ ຄົນເຈັບທີ່ຕ້ອງການເລືອດ ເພື່ອຄ້ຳຊູຊີວິດຂອງຕົນໃຫ້ຍືນຍາວອອກໄປອີກ ແມ່ນມີຈຳນວນບໍ່ໜ້ອຍ ຍ້ອນສະພາບການລະບາດຂອງພະຍາດໂຄວິດ 19 ແລະພະຍາດໄຂ້ຍຸງລາຍ ຈື່ງຮຽກຮ້ອງໃຫ້ທຸກຄົນ ຮ່ວມໃຈກັນບໍລິຈາກເລືອດໃຫ້ຫຼາຍ ເພື່ອຕອບສະໜອງຄວາມຕ້ອງການຂອງການນຳໃຊ້ເລືອດໃຫ້ກັບຄົນເຈັບທີ່ຍັງນອນປີ່ນປົວ ທັງເປັນການເຮັດບຸນກຸສົນອັນໃຫຍ່ຫຼວງ.
ການບໍລິຈາກເລືອດແບບສະໝົກໃຈໃນຄັ້ງນີ້ ໄດ້ມີຜູ້ສະໝັກໃຈຮ່ວມບໍລິຈາກເລືອດເປັນຈຳນວນຫຼາຍ ໄດ້ເລືອດຫຼາຍກ່ວາ 100 ຖົງ ເກີນແຜນການທີ່ກຳນົດໄວ້.

ຂ່າວ,​ພາບ: ອາພຸດເດດ ບຸບຜາ

ຂ່າວສານບ້ານເມືອງ

Post navigation

Previous Post: ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ
Next Post: ເມືອງໄຊຍະບູລີ ຈັດພິທີທາ ສາສະໜາ ວັງສະຫງວນ 3 ຈຸດ ຢູ່ເຂດບ້ານຫ້ວຍຂົວຫລວງ ແລະ ຄົກຟາກ

Related Posts

ແຂວງເຊກອງອອກມາດຕະການສະບັບໃໝ່ Featured
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງ ຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ Featured
ສູນຫາຍ5ຄົນເຫດເຮືອຫຼົ້ມທີ່ອ່າງນໍ້າໄຜ່ຍັງໄຮ້ວີແວວ ຂ່າວສານບ້ານເມືອງ
ໄຊຍະບູລີ ແຈ້ງການສະບັບໃໝ່ ເຂັ້ມງວດມາດຕະການຮັບມືໂຄວິດ Featured
ເປີດບໍລິການມື້ນີ້ 70 ປໍ້າ ທົ່ວນະຄອນຫຼວງວຽງຈັນ Featured
ພົບເຫັນຫຼາຍໂຄງການລົງທຶນຂອງລັດບໍ່ໂປ່ງໃສແລະມູນຄ່າສູງເກີນໄປ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme